ງານບຸນປະຈຳຊາດຊົນເຜົ່າທາງພາກຕາເວັນຕົກສຽງໃຕ້ ຈີນ ໄດ້ຮັບຄວາມນິຍົມ

19/05/2026 12:10
ຂປລ ງານບຸນຝາແຝດສາກົນ ມໍ້ຈຽງຄັ້ງທີ 20 ໄດ້ສ້າງບັນຍາກາດ ທີ່ຄຶກຄື້ນທົ່ວເມືອງມໍ້ຈຽງ ຊຶ່ງເປັນເມືອງນ້ອຍໆ ທາງຕາເວັນຕົກສຽງໃຕ້ ຂອງຈີນ, ເປັນທີ່ຢູ່ອາໄສ ຂອງກຸ່ມຊົນເຜົ່າອາຄາ ໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ ຈາກທັງພາຍໃນ ແລະ ຕ່າງປະເທດ ດ້ວຍວັດທະນະທຳ ຝາແຝດທີ່ເປັນເອກະລັກ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ງານບຸນຝາແຝດສາກົນ ມໍ້ຈຽງຄັ້ງທີ 20 ໄດ້ສ້າງບັນຍາກາດ ທີ່ຄຶກຄື້ນທົ່ວເມືອງມໍ້ຈຽງ ຊຶ່ງເປັນເມືອງນ້ອຍໆ ທາງຕາເວັນຕົກສຽງໃຕ້ ຂອງຈີນ, ເປັນທີ່ຢູ່ອາໄສ ຂອງກຸ່ມຊົນເຜົ່າອາຄາ ໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ ຈາກທັງພາຍໃນ ແລະ ຕ່າງປະເທດ ດ້ວຍວັດທະນະທຳ ຝາແຝດທີ່ເປັນເອກະລັກ.

ເນື່ອງຈາກວ່າເສັ້ນຂະໜານ ກັບກໍລະກົດ (Tropic of Cancer traversing) ພາກພື້ນດັ່ງ ກ່າວ, ເຂດປົກຄອງຕົນເອງ ຊົນເຜົ່າອາຄາມໍ້ຈຽງ ໃນນະຄອນພູເອີ ແຂວງຢຸນນານ ຈຶ່ງມີອັດຕາການເກີດລູກຝາແຝດ ຕາມທຳມະຊາດສູງ ກວ່າອັດຕາສະເລ່ຍ ຂອງໂລກ, ໂດຍມີລູກຝາແຝດ 1.200 ຄູ່ໃນບັນດາປະຊາກອນ 270.000 ຄົນ. ນັບຕັ້ງແຕ່ການ ສະເຫລີມສະຫລອງ ຄັ້ງທຳອິດໃນປີ 2005.

 ງານບຸນຝາແຝດສາກົນມໍ້ຈຽງ ໄດ້ດຶງດູດຄູ່ແຝດຫລາຍກວ່າ 19.000 ຄູ່ ແລະ ນັກທ່ອງທ່ຽວ 4,7 ລ້ານຄົນ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ ເຂດປົກຄອງຕົນເອງ ທີ່ອຸດົມສົມບູນດ້ວຍວັດ ທະນະທຳ ຂອງຊົນເຜົ່າ.

ງານບຸນຝາແຝດສາກົນມໍ້ຈຽງ ໃນປີນີ້ ໄດ້ຈັດຂຶ້ນໃນ 3 ລະດັບຄື: ລະດັບເມືອງ, ລະດັບເຂດ ແລະ ລະດັບບ້ານ, ໂດຍມີກິດຈະກຳ ຫລາກຫລາຍກວ່າ 20 ກິດຈະກໍາ ແລະ ໂຄງການສຳຜັດ ກັບຮີດຄອງປະເພນີ ພື້ນເມືອງຫລາຍກວ່າ 40 ລາຍການ. ໃນນັ້ນ, ກິດຈະກຳພື້ນເມືອງເຊັ່ນ: ການທ່ອງທ່ຽວ ຊົມຄູ່ແຝດມໍ້ຈຽງ, ພິທີຂໍພອນດ້ວຍການ "ທາໜ້າດຳ" ຂອງຊົນເຜົ່າອາຄາ ແລະ ງານລ້ຽງ ຕາມຖະໜົນໄດ້ຮັບການ ປະດິດສ້າງໃໝ່ ໂດຍຜ່ານການ ປະສົມປະສານກັບ ວິຖີຊີວິດ ທີ່ທັນສະໄໝ ມາຕັ້ງແຕ່ປີ 2025 ທີ່ຜົງ "ທາໜ້າດຳ" ລົດຊາດກາເຟ ໄດ້ເປີດຕົວມາ ກໍ່ໄດ້ແຜ່ລາມ ຈົນກາຍເປັນກະແສດັງ ໃນແພຣດຟອມ ວິດີໂອສັ້ນໃນປະເທດຈີນ.

ນອກຈາກນີ້, ຍັງມີກິດຈະກຳອື່ນໆ ທີ່ກ່ຽວຂ້ອງກັບ ວັດທະນະທຳ ຝາແຝດ ແລະ ວັດທະນະທຳທ້ອງຖິ່ນ ເຊັ່ນ: ການສະແດງຄູ່ແຝດ ຢຸນນານ, ງານລ້ຽງບາບີຄິວໝູ່ບ້ານ ຢຸນນານທີ່ຈັດຂື້ນ ໃນທຸກໆວັນພຸດ ແລະ ວັນເສົາ, ທັດສະນະສຶກສາ ແຫລ່ງມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸ (ICH) ຂອງທ້ອງຖິ່ນ ໄດ້ເພີ່ມຄວາມມ່ວນຊື່ນ ໃຫ້ກັບງານບຸນຢ່າງຍິ່ງ. ໃນລະຫວ່າງວັນພັກ ວັນແຮງງານ ທີ່ຜ່ານມາ (ວັນທີ 1-5 ພຶດສະພາ), ງານບຸນດັ່ງກ່າວ ເຊິ່ງເປັນໜຶ່ງໃນກິດຈະກຳ ທາງຊົນເຜົ່າທີ່ມີອິດທິພົນ ທີ່ສຸດໃນແຂວງຢຸນນານ, ໄດ້ຕ້ອນຮັບຄູ່ແຝດ 1.283 ຄູ່ທີ່ມາຈາກ 20 ປະເທດ ແລະ ພາກພື້ນ ທີ່ມາຮ່ວມມ່ວນຊື່ນ ແລະ ສໍາຜັດກັບປະເພນີ ພື້ນເມືອງທີ່ຫລາກຫລາຍ.

ສຳລັບຝາແຝດ ຊາວອີຣານ ທີ່ມາເມືອງມໍ້ຈຽງ ເປັນຄັ້ງທຳອິດ, ພວກເຂົາຮູ້ສຶກປະທັບໃຈ ກັບການຕ້ອນຮັບ ຂອງຄົນທ້ອງຖິ່ນ ແລະ ຫລົງຮັກເຂດປົກຄອງນີ້ ເພາະເປັນສະຖານທີ່ ທີ່ສາມາດນຳຄວາມ ສຸກ ແລະ ຄວາມປິຕິຍິນດີ ມາສູ່ພວກເຂົາ. ດ້ວຍການພັດທະນາ ຜະລິດຕະພັນ ທີ່ຄູ່ຂະໜານກັບວັດທະ ນະທໍາ ທີ່ສ້າງສັນ ແລະ ຜະລິດຕະພັນອື່ນໆ ທີ່ກ່ຽວຂ້ອງກັບ ງານບຸນຝາແຝດ, ຍອດຂາຍຜະລິດຕະພັນ ກະສິກໍາສີຂຽວ ຂອງເຂດປົກຄອງເຊັ່ນ: ເຂົ້າກໍ່າ, ຊາ, ກາເຟເມັດ ແລະ ອຸດສາຫະກໍາ ທີ່ກ່ຽວຂ້ອງ ກໍ່ໄດ້ຮັບການສະໜັບສະໜູນ ແລະ ຍອດຂາຍເພີ່ມຂື້ນ ຢ່າງຫລວງຫລາຍ ຜ່ານການຈັດງານບຸນຝາແຝດສາກົນ.

ປັດຈຸບັນ ເຂດປົກຄອງຕົນເອງ ຊົນເຜົ່າອາຄາມໍ້ຈຽງ ກຳລັງຫັນປ່ຽນຄູ່ແຝດ ໃນທ້ອງຖິ່ນແລະ ຊັບສິນທາງ ວັດທະນະທຳ ຂອງຊົນເຜົ່າໃຫ້ກາຍ ເປັນຜົນປະໂຫຍດ ທາງເສດຖະກິດ ທີ່ເຫັນໄດ້ຢ່າງຊັດເຈນ, ເປັນແບບຢ່າງທີ່ສາມາດ ນຳມາໃຊ້ຊໍ້າໄດ້ ສຳລັບການເຊື່ອມໂຍງ ການທ່ອງທ່ຽວ ທາງວັດທະນະທຳ ແລະ ການພັດທະນາ ເສດຖະກິດຂອງເມືອງ ທີ່ແຕກຕ່າງກັນ./.

(ແກ້ໄຂໂດຍ Duan Jing ກັບ Xinhua Silk Road, duanjing@xinhua.org)

KPL

ຂ່າວອື່ນໆ

ads
ads

Top