ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງ

18/05/2026 09:59
ຂປລ ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: “ກຸ້ຍຫລິນເມືອງລາວ”. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ

ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: ກຸ້ຍຫລິນເມືອງລາວ. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ, ມີແຫລ່ງນ້ຳທຳມະຊາດຫລາຍສາຍ, ມີນ້ຳຕົກຕາດຫລາຍແຫ່ງ, ພິເສດແມ່ນນ້ຳຊອງໄຫລຜ່ານຕະຫລອດປີ ແລະ ຫລໍ່ລ້ຽງຊີວິດຊາວເມືອງວັງວຽງມາແຕ່ດຶກດຳບັນ, ການດຳລົງຊີວິດຂອງປະຊາຊົນ ຍັງຮັກສາໄດ້ວິຖີຊີວິດ ແລະ ຮີດຄອງປະເພນີ, ວັດທະນະທຳອັນດີງາມ ແລະ ໄດ້ກາຍເປັນສິ່ງທີ່ສ້າງຄວາມສົນໃຈແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ຢາກໄປສຳຜັດ ແລະ ສຶກສາປະຫວັດສາດອັນຂຶ້ນຊືື່ລືນາມດັ່ງກ່າວ.

          ຖ້ຳຈັງ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດທີ່ໂດດເດັ່ນທີ່ສຸດຂອງເມືອງວັງວຽງ ຕັ້ງຢູ່ຝັ່ງຕາເວັນຕົກຂອງແມ່ນຳ້ຊອງ . ຖ້ຳແຫ່ງນີ້ໄດ້ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວແບບອະນຸລັກ ແລະ ຍັງເປັນຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ, ດ້ວຍຄວາມໂດດເດັ່ນ ແລະ ລັກສະນະພິເສດຂອງຖ້ຳເຮັດໃຫ້ນັກທ່ອງທ່ຽວຢາກຂຶ້ນໄປສຳຜັດບັນຍາກາດອັນສວຍສົດງົດງາມ, ມີຈຸດຊົມທິວທັດມູນສູງ 360 ອົງສາ ເມື່ອເຮົາຍ່າງຂຶ້ນຂັ້ນໄດຄອນກຣີດ150 ກວ່າຂັ້ນໄປຮອດປາກຖ້ຳຈະມີຈຸດຊົມທິວທັດທີ່ສາມາດ ແນນເຫັນທັດສະນີຍະພາບຕົວເມືອງວັງວຽງ, ທົ່ງນາ, ພູຜາປ່າໄມ້ ແລະ ແມ່ນ້ຳຊອງໄດ້ຢ່າງກວ້າງຂວາງ. ນອກນັ້ນພາຍໃນຖ້ຳ ມີແກສລົມເຢັນພັດຜ່ານຕະຫລອດເວລາ ເຮັດໃຫ້ມີອາກາດເຢັນສະບາຍຄືກັບຫ້ອງແອທຳມະຊາດ ເຖິງວ່າສະພາບອາກາດພາຍນອກຈະຮ້ອນອົບເອົ້າກໍຕາມ,ພ້ອມນັ້ນພາຍໃນຖ້ຳ ຍັງມີສິ່ງອຳນວຍຄວາມສະດວກຫລາຍດ້ານເປັນຕົ້ນ, ມີການຈັດສັນເສັ້ນທາງຍ່າງຄອນກຣີດ ແລະ ຕິດໄຟແສງສີຢ່າງເປັນລະບຽບຕາມແຕ່ລະຈຸດ ເຮັດໃຫ້ສາມາດຍ່າງຊົມຄວາມງົດງາມໄດ້ຢ່າງປອດໄພ ແລະ ເຫັນລາຍລະອຽດຂອງຫີນໄດ້ຊັດເຈນ ອັນໄດ້ສ້າງຄວາມປະທັບໃຈໃຫ້ກັບແຂກຄົນທີ່ເຂົ້າໄປຢ້ຽມຊົມໂດຍສະເພາະແມ່ນເວລາແນບເຫັນແສງໄຟກະທົບໃສ່ກັບຫີນງອກຫີນຍ້ອມທີ່ເຫລື້ອລະຫຍິບລະຫຍັບເໝືອນເພັດພອຍທີ່ໜ້າອັດສະຈັນ. ສຳລັບຢູ່ບໍລິເວນຕີນພູທາງເຂົ້າຖ້ຳ ມີບໍ່ນ້ຳທຳມະຊາດທີ່ໄຫລອອກມາຈາກພາຍໃນຖ້ຳ ກາຍເປັນສະນ້ຳຂະໜາດນ້ອຍທີ່ມີນ້ຳໃສສະອາດສີຟ້າອົມຂຽວ ເຊິ່ງນັກທ່ອງທ່ຽວສາມາດລົງຫລິ້ນໄດ້.

          ເຖິງແນວໃດກໍຕາມ, ຖ້ຳຈັງຍັງມີປະຫວັດຄວາມເປັນມາດັ່ງນີ້: ຄຳວ່າ ຈັງ ໝາຍເຖິງຄວາມເຢັນຈົນແຂງ ຫລື ຂາແຂງຍ່າງບໍ່ອອກ. ໃນອະດີດ ຊາວບ້ານທີ່ໄດ້ລົງໄປອາບນ້ຳຢູ່ປາກຖ້ຳ ຈະຮູ້ສຶກເຢັນຫລາຍຈົນຂາຊາ ແລະ ແຂງ. ນອກຈາກນັ້ນ. ຖ້ຳແຫ່ງນີ້ ໃນຕົ້ນສະຕະວັດທີ 19 ຍັງໃຊ້ເປັນບ່ອນຫລົບຊ້ອນຫລີ້ໄພຂອງຊາວບ້ານຈາກການຮຸກຮານຂອງພວກຫໍ້. ຕໍ່ມາໃນປາງສົງຄາມ ຊາວບ້ານກໍໄດ້ຍົກຍ້າຍມາຕັ້ງຖິ່ນຖານ ແລະ ຫລົບໄພຢູ່ທີ່ນີ້ ເພາະເປັນຈຸດສູງທີ່ສາມາດເບິ່ງເຫັນການເຄື່ອນໄຫວໄດ້ທົ່ວເມືອງວັງວຽງ.

KPL

ຂ່າວອື່ນໆ

    • ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2ບົດ-ສາລະຄະດີ

      ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2

      5/18/2026 10:20:38 AM

      * ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

    •  ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ ບົດ-ສາລະຄະດີ

      ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ

      5/18/2026 9:53:30 AM

      ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ

    • ຂໍ້ຫ້າມບົດ-ສາລະຄະດີ

      ຂໍ້ຫ້າມ

      5/18/2026 9:49:54 AM

      ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ລະດູຝົນແລ້ວ ເຊິ່ງເປັນໄລຍະທີ່ນ້ຳສັດ ໂດຍສະເພາະແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນໄລຍະດັ່ງກ່າວ ພວກເຮົາ ຕ້ອງເປັນເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາປາແບບດັບສູນເຊັ່ນວ່າ

    • ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດບົດ-ສາລະຄະດີ

      ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດ

      5/18/2026 9:47:07 AM

      ຂປລ.ໃນບົດກ່ອນ, ໄດ້ນຳສະເໜີໄປແລ້ວ ກ່ຽວກັບມູນເຊື້ອອັນພິລະອາດຫານ ຂອງກອງພັນທີ 2 ໃນການ ຜ່າວົງປິດ ຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງບໍ່ພຽງແຕ່ເປັນການທັບມ້າງ ເລ່ລ່ຽມກົນອຸບາຍ ແລະ ການກະທຳ ຝືນປະ ຕິວັດ ຂອງພວກຈັກ ກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່.

    • ໂຄງການ ມື້ລະຖົງ ສ້າງຄວາມສະອາດຕໍ່ສັງຄົມບົດ-ສາລະຄະດີ

      ໂຄງການ ມື້ລະຖົງ ສ້າງຄວາມສະອາດຕໍ່ສັງຄົມ

      5/18/2026 9:42:32 AM

      ຂປລ.ໂຄງການມື້ລະຖົງ ເປັນໂຄງການໜຶ່ງ ປະກອບສ່ວນ ເຮັດໃຫ້ຊາວໜຸ່ມມີຄວາມຮັກຄວາມສະອາດ, ຮັກສິ່ງ ແວດລ້ອມ. ດັ່ງຊາວໜຸ່ມແຂວງສາລະວັນ ໄດ້ຮ່ວມແຮງ ຮ່ວມໃຈເລີ່ມຕົ້ນກິດຈະກຳເກັບຂີ້ເຫຍື້ອ ເພື່ອໃຫ້ ສັງຄົມໜ້າຢູ່ ໂດຍບໍ່ຫວັງສິ່ງຕອບແທນ ເຊີ່ງບໍ່ພຽງ ແຕ່ເປັນການເກັບຂີ້ເຫຍື້ອເທົ່ານັ້ນ

ads
ads

Top