ສປ ຈີນ ວາງນະໂຍບາຍການຄືນເງິນພາສີ ສຳລັບນັກທ່ອງທ່ຽວຕ່າງປະເທດ

19/05/2026 07:25
ຂປລ ນະໂຍບາຍ ການຄືນເງິນພາສີຂອງ ສປ ຈີນ ສຳລັບ ນັກທ່ອງທ່ຽວ ໃນເວລາເດີນທາງອອກຈາກ ສປ ຈີນ ສະບັບ 2.0 ເລີ່ມມີຜົນບັງຄັບໃຊ້ ຢ່າງເປັນ ທາງການ ນັບແຕ່ວັນທີ 18 ພຶດສະພານີ້ ເປັນຕົ້ນໄປ, ຕໍ່ໄປນີ້, ນັກທ່ອງທ່ຽວ ທີ່ເດີນ ທາງມາ ແຕ່ຕ່າງປະເທດ ສາມາດຂໍຄືນເງິນພາສີຢູ່ ສປ ຈີນ ຈະມີຄວາມສະດວກຫລາຍຂຶ້ນກວ່າເກົ່າ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ນະໂຍບາຍ ການຄືນເງິນພາສີຂອງ ສປ ຈີນ ສຳລັບ ນັກທ່ອງທ່ຽວ ໃນເວລາເດີນທາງອອກຈາກ ສປ ຈີນ ສະບັບ 2.0 ເລີ່ມມີຜົນບັງຄັບໃຊ້ ຢ່າງເປັນ ທາງ ການ ນັບແຕ່ວັນທີ 18 ພຶດສະພານີ້ ເປັນຕົ້ນໄປ, ຕໍ່ໄປນີ້, ນັກທ່ອງທ່ຽວ ທີ່ເດີນທາງມາ ແຕ່ຕ່າງປະເທດ ສາມາດຂໍຄືນເງິນພາສີຢູ່ ສປ ຈີນ ຈະມີຄວາມສະດວກຫລາຍຂຶ້ນກວ່າເກົ່າ. ກ່ອນອື່ນໝົດ ແມ່ນຂັ້ນ ຕອນ ການຄືນເງິນພາສີ ມີຄວາມກະທັດຮັດ ແລະ ງ່າຍຂຶ້ນກວ່າເກົ່າ. ນັບແຕ່ ວັນທີ 1 ກໍລະກົດປີນີ້ເປັນຕົ້ນໄປ, ສປ ຈີນ ຈະດໍາເນີນການສຸ່ມກວດ ຕໍ່ໃບສະເໜີ ຂໍຄືນເງິນພາສີ ທີ່ມີມູນຄ່າ ການ ຈໍາໜ່າຍ ບໍ່ຮອດ 10.000 ຢວນ, ໝາຍຄວາມວ່າ: ຈະມີພຽງນັກທ່ອງທ່ຽວ ຕ່າງປະເທດບາງຄົນ ທີ່ຈະຕ້ອງໄດ້ຮັບການກວດກາຢູ່ດ່ານ, ເຮັດໃຫ້ເວລາໃນການລຽນແຖວລໍຖ້າ ຢູ່ດ່ານຫລຸດລົງ ຢ່າງຫລວງ ຫລາຍ. ຖັດມາ ຄືຂັ້ນຕອນ ການຄືນເງິນພາສີ ມີຄວາມສະດວກ ຫລາຍຂຶ້ນກວ່າເກົ່າ ເພາະນະໂຍບາຍ ການຄືນເງິນພາສີ ສະບັບ 2.0 ຈະຊຸກຍູ້ການຍອມ ຮັບ ການບໍລິການ “ຄືນເງິນພາສີທັນທີ” ໃນຂອບເຂດ ທົ່ວປະເທດ ຕື່ມອີກ, ນອກນີ້, ເວລາໃນການອອກຈາກ ສປ ຈີນ ພາຍ ຫລັງ ໃຊ້ການບໍລິການ “ຄືນເງິນພາສີທັນທີ” ຈະແກ່ຍາວເປັນ 28 ວັນ ຢ່າງເປັນເອກະພາບກັນ ເຊິ່ງຈະຍົກລະດັບ ຄວາມສະດວກ ດ້ານການຄືນເງິນພາສີ ຢ່າງຫລວງຫລາຍ. ເພື່ອສະໜອງຮ້ານຄ້າ ທີ່ມີຄຸນນະພາບ ໃຫ້ແກ່ ນັກທ່ອງທ່ຽວທີ່ເດີນທາງມາຈາກຕ່າງປະເທດໄດ້ໄປຢ້ຽມຢາມ, ນະໂຍບາຍໃໝ່ໃນຄັ້ງນີ້ ຍັງສະ ໜັບ ສະໜູນ ທ້ອງຖິ່ນ ຕ່າງໆຂອງ ສປ ຈີນ ຂະ ຫຍາຍຈໍານວນຮ້ານຄ້າ ທີ່ເຂົ້າຮ່ວມໃນການຄືນເງິນພາສີ ໃຫ້ຫລາຍຂຶ້ນ ເພື່ອໃຫ້ປົກຄຸມ ບັນດາເຂດການຄ້າ, ແຫລ່ງທ່ອງທ່ຽວ, ຕະຫລາດ ແລະ ດ່ານຊາຍ ແດນຕົ້ນຕໍ ໃນຂັ້ນພື້ນ ຖານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top