ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

13/05/2026 10:47
Email Print 7264
ຂປລ ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

       ຂປລ.  ຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ນາງ ເລິມທິ ເຟືອງແທງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ມີຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

      ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການພົບປະສອງຝ່າຍ ໃນຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດແຜນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືເພື່ອສືບຕໍ່ລົງນາມແຜນການຮ່ວມມືສອງຝ່າຍສະບັບໃໝ່ສະເພາະສອງກະຊວງ ແນໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ່ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງຕີລາຄາສູງຕໍ່ໝາກຜົນ ຂອງການຮ່ວມມືຢ່າງຮອບດ້ານ ແລະ ສະໜິດແໜ້ນ ລະຫວ່າງ ສອງພັກ-ສອງລັດ ໃນໄລຍະຜ່ານມາ ໂດຍສະເພາະໃນຂົງ ເຂດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ໃນເມື່ອກ່ອນ ກໍຄືວຽກງານວັດທະນະທຳ ແລະ ການທ່ອງທ່ຽວໃນປັດຈຸບັນ ຖືໄດ້ວ່າສອງກະຊວງ ໄດ້ມີການສົມທົບກັນຢ່າງໃກ້ຊິດ ແລະ ຕໍ່ເນື່ອງເຮັດໃຫ້ການປະຕິບັດໜ້າທ່ີການເມືອງທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ການຮ່ວມມືສອງຝ່າຍດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ຂອງສອງກະຊວງ ໃນໄລຍະ 5 ປີຜ່ານມາ (2021-2025).

     ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າບົນຈິດໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ່ນສ່ວນຍຸດທະສາດ ຂອງສອງຊາດເຮົາ, ໝາກຜົນຂອງການພົບປະກັນຄັ້ງນີ້ ຈະເປັນບ່ອນອີງໃຫ້ແກ່ສອງຝ່າຍ ກໍຄືສອງກະຊວງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ປະກອບສ່ວນຢ່າງແຂງແຮງເຂົ້າໃນການລຶບລ້າງຄວາມທຸກຍາກ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ສະຫາຍ ນາງ ເລິມທິ ເຟືອງແທງ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືອັນມີປະສິດທິຜົນລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະ ຊວງວັດທະນະທໍາ ແລະ ການທ່ອງທ່ຽວລາວ ໃນຫລາຍປີຜ່ານມາຊຶ່ງສອງຝ່າຍ ໄດ້ປະສານສົມທົບຈັດຕັ້ງຫລາຍກິດຈະກໍາດ້ານວັດທະນະທໍາ ແລະ ສິລະປະຢ່າງຄຶກຄື້ນ ເຊັ່ນ: ສັບປະດາວັດທະນະທໍາ ຫວຽດນາມ ຢູ່ ລາວ, ສັບປະດາວັດທະນະທໍາລາວ ຢູ່ ຫວຽດນາມ, ງານມະໂຫລານ ແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ລາວ, ຄ້າຍສ້າງສັນປະຕິມາກໍາຫວຽດນາມ-ລາວ, ການເຂົ້າຮ່ວມບັນດາງານມະໂຫລານວັດທະນະທໍາ-ສິລະປະສາກົນຢູ່ຫວຽດນາມ. ບັນດາກິດຈະກໍາດ້ານວັດທະນະທໍາ ແລະ ສິລະປະດັ່ງກ່າວ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະຍາດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

     ໃນໂອກາດດຽວກັນນີ້, ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຍັງໄດ້ຮ່ວມລົງນາມແຜນການຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ (2026-2030) ຕື່ມອີກ.

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top