ຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ສັງຄົມໃຫ້ການຕອບຮັບເປັນຢ່າງດີ

14/05/2026 13:54
ຂປລ ຂປລ. ຜະລິດຕະພັນຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ເປັນອີກຜະລິດຕະພັນໜຶ່ງທີ່ສັງຄົມໃຫ້ຄວາມໄວ້ວາງໃຈເນື່ຶອງຈາກວ່າ ຜະລິດພັນມີຄຸນນະພາບດີ ຫລາຍຄົນກິນແລ້ວເຫັນຜົນ, ອີກຢ່າງໜຶ່ງ ກໍມີຫລາຍຜະລິະຕະພັນໃຫ້ເລືອກໃຊ້ເປັນຕົ້ນ ນໍ້າມັນເອັນຍືດຊ່ວຍນວດເສັ້ນ, ອາຫານເສີມເພື່ອສຸຂະພາບ, ນໍ້າຢາສະໜຸນໄພລ້າງຊ່ອງຄອດ, ສະເປ່ສີດນໍ້າມັນຫວ້ານລືສີ, ຢາສະຜົມ, ນໍ້າມັນຂຽວ ແລະ ອື່ນໆ

ຂປລ. ຜະລິດຕະພັນຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ເປັນອີກຜະລິດຕະພັນໜຶ່ງທີ່ສັງຄົມໃຫ້ຄວາມໄວ້ວາງໃຈເນື່ຶອງຈາກວ່າ ຜະລິດພັນມີຄຸນນະພາບດີ ຫລາຍຄົນກິນແລ້ວເຫັນຜົນ, ອີກຢ່າງໜຶ່ງ ກໍມີຫລາຍຜະລິະຕະພັນໃຫ້ເລືອກໃຊ້ເປັນຕົ້ນ ນໍ້າມັນເອັນຍືດຊ່ວຍນວດເສັ້ນ, ອາຫານເສີມເພື່ອສຸຂະພາບ, ນໍ້າຢາສະໜຸນໄພລ້າງຊ່ອງຄອດ, ສະເປ່ສີດນໍ້າມັນຫວ້ານລືສີ, ຢາສະຜົມ, ນໍ້າມັນຂຽວ ແລະ ອື່ນໆ ທີ່ມີສັບພະຄຸນຫລາຍຢ່າງດີຕໍ່ສຸຂະພາບເຊັ່ນກັນ.

ປ້າ ພູວີ ພິມມະຈັນລໍ່ ເຈົ້າຂອງຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ບ້ານໂນນສະຫວ່າງ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ກ່ອນຈະມາເຮັດຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ, ໃນປີ 2002 ໄດ້ເປັນໝໍນວດທົ່ວໄປ. ຈາກນັ້ນ, ເຫັນໄດ້ວ່າສຸຂະພາບ ແລະ ພູມຕ້ານທານຂອງຄົນເຮົາແຕ່ລະຄົນບໍ່ຄືກັນ ບາງຄົນເມື່ອໃຊ້ຜະລິດຕະພັນຫລາຍຢ່າງຈະເຮັດໃຫ້ແພ້ງ່າຍ ໂດຍສະເພາະແພ້ຄວາມຮ້ອນ, ຄວາມເຢັນ ຂ້າພະເຈົ້າຈຶ່ງເກີດມີແນວຄວາມຄິດ, ຖ້າຫາກຂ້າພະເຈົ້າໄດ້ເຮັດຜະລິດຕະພັນຢາພື້ນເມືອງລາວປິ່ນປົວພະຍາດຕ່າງໆ ຈະບໍ່ເອົາຮ້ອນ, ເອົາເຢັນ ຈຶ່ງໄດ້ຄົ້ນຄິດຜະລິດຕະພັນທໍາອິດຂຶ້ນມາມີຊື່ວ່າ: ນໍ້າມັນຫວ້ານລືສີນວດເສັ້ນສູດດັ້ງເດີມ ສາມາດໃຊ້ໄດ້ທັງໜ້າ ແລະ ໃຊ້ທາໄດ້ທັງຕຸ່ມທຸກປະເພດ, ໃຊ້ທາໄຟໄໝ້ນໍ້າຮ້ອນລວກ ແລະ ຍັງເປັນຜະລິດຕະພັນທໍາອິດທີ່ໄດ້ຮັບຮອງເປັນສິນຄ້າໂອດັອບ. ຕໍ່ມາຂ້າພະເຈົ້າມີບັນຫາດ້ານສຸຂະພາບ (ເປັນມະເຮັງປາກມົດລູກ) ຈຶ່ງມີໝໍຢາພື້ນເມືອງລາວມາປິ່ນປົວ ໂດຍນໍາເອົາຢາພື້ນເມືອງລາວມະຫາເມກແຮ້ງຄໍຄໍາ ແລະ ຫວ້ານລືສີຊະນິດແຊ່ດື່ມ ເພື່ອດື່ມຂັບເຊື້ອໄວຣັດ ແລະ ເຊື້ອມະເຮັງ ຈຶ່ງຊ່ວຍຂັບທາດເບື່ອເຊື້ອໄວຣັດອອກມາ ຊຶ່ງເຫັນໄດ້ຕົວຈິງກັບຂ້າພະເຈົ້າເອງ ແລະ ເຫັນວ່າໄດ້ຜົນແທ້ ຈຶ່ງຄິດເຖິງຄວາມຕ້ອງການຂອງສັງຄົມ ທີ່ຕ້ອງການຄວາມຊ່ວຍເຫລືອຄືກັນ. 

ຢາພື້ນເມືອງລາວມະຫາເມກແຮ້ງຄໍຄໍາຊະນິດແຊ່ດື່ມມີຄວາມສໍາຄັນ ແລະ ມີປະໂຫຍດຫລາຍ, ມີວິທີດື່ມງ່າຍໆ ພຽງແຕ່ແຊ່ໃສ່ນໍ້າຮ້ອນແລ້ວດື່ມຄືກັບນໍ້າຊາທົ່ວໄປ ດື່ມທຸກມື້ ຊຶ່ງມີສັບພະຄຸນຊ່ວຍຂັບທາດເບື່ອ, ລ້າງສານພິດ, ແກ້ພິດ, ແກ້ເບື່ອ, ແກ້ແພ້, ແກ້ສານເຄມີຕົກຄ້າງໃນຮ່າງກາຍ ແລະ ອື່ນໆ ໂດຍພິສູດໄດ້ເຫັນຜົນ 100 ເປີເຊັນ ແລະ ສາມາດແຊ່ດື່ມກິນທຸກມື້ຈະດີຕໍ່ສຸຂພາບ. ນອກຈາກຜະລິດຕະພັນທີ່ກ່າວມານັ້ນແລ້ວ, ຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ຍັງມີຜະລິດຕະພັນອີກ 38 ລາຍການ ເປັນຕົ້ນນ້ຳມັນຫວ້ານລືສີນວດເສັ້ນສູດດັ້ງເດີມ, ນໍ້າມັນເອັນຍືດຊ່ວຍນວດເສັ້ນ, ອາຫານເສີມເພື່ອສຸຂະພາບ, ນໍ້າຢາສະໜຸນໄພລ້າງຊ່ອງຄອດ, ສະເປ່ໃສີດນໍ້າມັນຫວ້ານລືສີ, ຢາສະຜົມ, ນໍ້າມັນຂຽວ ແລະ ອື່ນໆ ທີ່ມີສັບພະຄຸນດີຕໍ່ສຸຂະພາບເຊັ່ນກັນ. ພ້ອມນັ້ນ, ນໍ້າມັນຫວ້ານລືສີນວດເສັ້ນສູດດັ້ງເດີມ ເປັນໜຶ່ງຜະລິດຕະພັນທີ່ໄດ້ນໍາສະເໜີໃຫ້ບັນດາປະເທດອາຊຽນລຸ່ມແມ່ນໍ້າຂອງໄດ້ຮູ້ຈັກນໍາອີກດ້ວຍ. ຕົກມາໃນປີ 2015 ຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບໄດ້ຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະ ມາໃນປີ 2016 ກໍໄດ້ຂຶ້ນທະບຽນຮັບຮອງເປັນຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ. ນັບແຕ່ນັ້ນມາກໍໄດ້ມີການວາງຂາຍ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າຕ່າງໆ ມາຕະຫລອດ ທັງພາຍໃນ ແລະ ຕ່າງປະເທດ.

ປ້າພູວີ ພິມມະຈັນລໍ່ ໃຫ້ຮູ້ຕື່ມວ່າ: ຕະຫລອດໄລຍະຜ່ານມາ, ສັງຄົມ ກໍຄືຜູ້ຊົມໃຊ້ໄດ້ໃຫ້ການຕອບຮັບເປັນຢ່າງດີ ໂດຍມີການບອກ ປາກຕໍ່ປາກ, ບາງຄົນກໍນໍາມາຊື້ຊໍ້າອີກ. ສະນັ້ນ, ຖ້າທ່ານໃດມີຄວາມສົນໃຈ ຕ້ອງການນໍາໃຊ້ຜະລິດຕະພັນຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ຫລື  ຊື້ໄປເປັນຕົວແທນຈໍາໜ່າຍ ກໍສາມາດສັ່ງຊື້ໄດ້ທາງອອນລາຍສອບຖາມທີ່ເບີ 020 56998749 ຈັດສົ່ງທັງພາຍໃນ ແລະ ຕ່າງປະເທດ ຫລື ຫາຊື້ໄດ້ທີ່ບ້ານໂນນສະຫວ່າງ ເມືອງວຽງຄໍາ ແຂວງວຽງຈັນ. ສຸດທ້າຍນີ້,ກໍຂໍຝາກເຖິງສັງຄົມ ຈົ່ງຫັນມາດູແລເບິ່ງແຍງສຸຂະພາບຕົນເອງ ແລະ ຊ່ວຍຊຸກຍູ້ສົ່ງເສີມຜະລິດຕະພັນຢາພື້ນເມືອງລາວທີ່ຄົນລາວຜະລິດເອງໃຫ້ຄຽງຄູ່ກັບຄົນລາວຕະຫລອດໄປ ເພາະຢາພື້ນເມືອງລາວ ກໍມີປະໂຫດຫລາຍຢ່າງ. ຖ້າຮູ້ວ່າຕົນເອງບໍ່ສະບາຍກິນຢາຫລວງ, ຢາພື້ນເມືອງລາວມາຫລາຍເຈົ້າແລ້ວຍັງບໍ່ເຊົາ ກໍລອງເປີດໃຈນໍາໃຊ້ຢາພື້ນເມືອງລາວຫວ້ານລືສີຄູນຊັບ. ພ້ອມນັ້ນ, ທາງຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ຍັງມີບໍລິການນວດໃຫ້ຜູ້ທີ່ມີອາການມຶນຊາ, ກະດູກໜີບເສັ້ນ, ເຈັບເສັ້ນ, ເຈັບເອັນ, ເຈັບແອວ ແລະ ອື່ນໆ ຕື່ມອີກ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ຢາພື້ນເມືອງ ປົວຮິດສີດວງມີຫຍັງແດ່?ບົດ-ສາລະຄະດີ

      ຢາພື້ນເມືອງ ປົວຮິດສີດວງມີຫຍັງແດ່?

      5/14/2026 1:49:53 PM

      ຂປລ. ເມື່ອເວົ້າເຖິງ ພະຍາດຮິດສີດວງ ເຊື່ອວ່າຫລາຍທ່ານກໍອາດຈະເຄີຍມີປະສົບການ ການເປັນພະຍາດຮິດສີດວງທະວານໜັກກັນມາແລ້ວ ແລະ ເປັນພະຍາດທີ່ພົບເຫັນຫລາຍ ໂດຍມີສາເຫດມາຈາກຫລາຍປັດໄຈ, ເມື່ອເປັນພະຍາດນີ້ແລ້ວ ກໍຈະເພີ່ມຄວາມຍາກໃນການດໍາລົງຊີວິດປະຈໍາວັນໃນແຕ່ລະວັ້ນ.

    • ວິທີລ້ຽງອ່ຽນໃນໜອງດິນບົດ-ສາລະຄະດີ

      ວິທີລ້ຽງອ່ຽນໃນໜອງດິນ

      5/14/2026 1:46:40 PM

      ຂປລ. ການລ້ຽງອ່ຽນໃນໜອງດິນ ແມ່ນວິທີການແບບທຳມະຊາດ ທີ່ຊ່ວຍໃຫ້ອ່ຽບເຕີບໂຕໄດ້ດີ, ຕົ້ນທຶນຕຳ່. ການລ້ຽງໃນໜອງດິນອ່ຽນອາດສູນຫາຍໄປປະມານ 20%, ແຕ່ກໍ່ສະດວກສຳລັບຜູ້ທີ່ມີບັນຫາເລື່ອງການສ້າງອ່າງ ແລະ ວິທີນີ້ກໍເປັນວິທີທີ່ງ່າຍເໝາະສຳລັບປະຊາຊົນທີ່ຢູ່ໃກ້ແຫລ່ງນໍ້າ

    • ອັດຕະປື ມີແຜນຈະປູກເບ້ຍໄມ້ ແລະ ຟື້ນຟູປ່າ ໃຫ້ໄດ້ 8.800 ກວ່າເຮັກຕາບົດ-ສາລະຄະດີ

      ອັດຕະປື ມີແຜນຈະປູກເບ້ຍໄມ້ ແລະ ຟື້ນຟູປ່າ ໃຫ້ໄດ້ 8.800 ກວ່າເຮັກຕາ

      5/14/2026 1:45:35 PM

      ຂປລ. ໃນປີ 2026 ນີ້ ແຂວງອັດຕະປື ມີ​ແຜນ​ການຈະປູກເບ້ຍໄມ້ ແລະ ຟື້ນຟູປ່າໃຫ້ໄດ້ 8.830 ເຮັກຕາ ໃນນີ້, ຟື້ນຟູໃນສາມປະເພດປ່າ ແລະ​ ນອກສາມປະເພດປ່າ ໃຫ້ໄດ້ 8.200 ເຮັກຕາ ແລະ ສົ່ງເສີມການປູກປ່າ 630 ເຮັກຕາ, ຄຸ້ມຄອງຈັດສັນປ່າໄມ້ບ້ານ ໃຫ້ໄດ້ 3 ບ້ານ, ຂຶ້ນທະບຽນສວນປູກ ໃຫ້ໄດ້ 1.000 ເຮັກຕາ​ ແລະ​ ຜະລິດເບ້ຍໄມ້ໃຫ້ໄດ້ 250.400 ເບ້ຍ.

    • ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີບົດ-ສາລະຄະດີ

      ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ

      5/14/2026 1:43:17 PM

      ຂປລ. ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 67 ປີ (18/5/ 1959-18/5/2026) ໜັງສືພິມປະເທດລາວ ຂໍນຳສະເໜີມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວ

    • ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2ບົດ-ສາລະຄະດີ

      ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2

      5/14/2026 9:22:35 AM

      ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສຳຫລວດການນຳພາຂອງຄະນະພັກສະໄໝທີ V ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2 ຂອງອົງຄະນະພັກ ຄອສພ ໃນວັນທີ 13 ພຶດສະພາ 2026.

ads
ads

Top