ບັນດານັກຂ່າວເຂດອາຊີ-ປາຊີຟີກເຂົ້າຮ່ວມປະຊຸມປະຖົມນິເທດຄັ້ງທຳອິດ

18/05/2026 17:50
ຂປລ ໃນວັນທີ 15 ພືດສະພາ 2026, ຫ້ອງປະຊຸມສື່ສານມວນຊົນ, ມະຫາວິທະຍາໄລເລນມິນ ສປຈີນ, ຄະນະຮັບ ຜິດຊອບ ໂຄງການສູນສື່ສານ ມວນຊົນສາກົນຈີນ ໄດ້ຈັດກອງປະຊຸມປະຖົມນິເທດ ໃຫ້ແກ່ ນັກຂ່າວພາກພື້ນ ອາຊີປາຊີ.

      ຂປລ. ໃນວັນທີ 15 ພືດສະພາ 2026, ຫ້ອງປະຊຸມສື່ສານມວນຊົນ, ມະຫາວິທະຍາໄລ ເລນມິນ ສປຈີນ, ຄະນະຮັບຜິດຊອບ ໂຄງການ ສູນສື່ສານ ມວນ ຊົນ ສາກົນຈີນ ໄດ້ຈັດກອງປະຊຸມ ປະຖົມນິເທດ ໃຫ້ແກ່ ນັກຂ່າວພາກພື້ນ ອາຊີປາຊີ. ກ່ອນຈະເລີ່ມເຄື່ອນໄຫວ ຕົວຈິງ ດ້ານຕ່າງໆເປັນຕົ້ນ ແມ່ນ ການຝຶກອົບຮົມ, ສຳມະນາ, ການເກັບກຳຂ່າວ ການພັດທະນາ ເສດຖະກິດ-ສັງຄົມ, ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ, ແລກປ່ຽນ ວັດທະນະທຳ ແລະ ອື່ນໆ ຢູ່ສປຈີນ ເປັນເວລາ ສາມເດືອນ.

ໃນວາລະກອງປະຊຸມ ຜູ້ຮັບຜິດຊອບໂຄງການໄດ້ ລາຍງານ ຈຸດປະສົງຂອງໂຄງການ, ປະຫວັດຄວາມເປັນມາ ຂອງໂຄງການ,  ມະຫາວິທະຍາໄລ ເລນມີນ, ກົດລະບຽບ ຂອງ ຜູ້ເຂົ້າຮ່ວມໂຄງການເຊັ່ນ: ທີ່ພັກເຊົາ, ການປະຕິບັດໂມງເວລາ, ອາຫານການກິນແລະອື່ນໆ. ການເຂົ້າຮ່ວມໂຄງການດັ່ງກ່າວ, ສື່ມວນຊົນເຂດ ອາຊີປາຊີຟິກ ຈະໄດ້ເຂົ້າຮ່ວມ ການແລກປ່ຽນບົດຮຽນ ແລະ ປະສົບການກັບສື່ຕ່າງໆຂອງຈີນ, ການເຄື່ອນໄຫວ ເກັບກຳຂ່າວ ກ່ຽວກັບ ເຫດການສຳຄັນຕ່າງໆຂອງຈີນ ເພື່ອເຜີຍແຜ່ ຕາມສື່ຂອງປະເທດຕົນເອງ ກ່ຽວກັບ ປະເທດຈີນ ເພື່ອໃຫ້ໂລກ ໄດ້ຮັບຮູ້ຫຼາຍຂຶ້ນ.

ນອກຈາກນັ້ນ ຜູ້ເຂົ້າຮ່ວມ ໂຄງການ ຍັງຈະໄດ້ຮັບຟັງ ການບັນຍາຍ ກ່ຽວກັບ ການພັດທະນາ ເສດຖະກິດ-ສັງຄົມ, ການທູດ, ວັດທະນະທໍາ, ວິທະ ຍາສາດ ແລະ ເຕັກໂນໂລຊີ ທີ່ກ້າວໜ້າຂອງຈີນ, ການຝຶກອົບຮົມ ກ່ຽວກັບວຽກງານ ສື່ມວນຊົນ ຂອງຈີນ, ຈັດກອງປະຊຸມ ສໍາມະນາ ຮ່ວມກັບກົມ ກອງທັງ ພາກລັດ ແລະ ເອກະຊົນ, ວິສາຫະກິດ, ສະຖາບັນຄົ້ນຄວ້າ, ອົງການສື່ມວນຊົນ ທີ່ກ່ຽວຂ້ອງ ແລະ ຢ້ຽມຢາມພື້ນທີ່ຕ່າງໆຂອງຈີນຕື່ມອີກ./

KPL

ຂ່າວອື່ນໆ

ads
ads

Top