ຂປລ
ທະນາຄານໂລກ ຄາດຄະເນວ່າ ຍອດລວມ ຜະລິດຕະພັນ ພາຍໃນປະເທດ (GDP) ຂອງ ສສ ຫວຽດນາມ ຈະຫລຸດລົງ ເຫລືອ 6.8% ໃນປີນີ້ ກ່ອນທີ່ ຈະເພີ່ມຂຶ້ນເປັນ 7.1% ໃນປີ 2027.
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານຈາກ ນະຄອນຫລວງ ຮ່າໂນ້ຍຂອງ ສສ ຫວຽດນາມ ໃນວັນທີ 18 ພຶດສະພານີ້, ທະນາຄານໂລກ ຄາດຄະເນວ່າ ຍອດລວມ ຜະລິດຕະພັນ ພາຍໃນປະເທດ (GDP) ຂອງ ສສ ຫວຽດນາມ ຈະຫລຸດລົງເຫລືອ 6.8% ໃນປີນີ້ ກ່ອນທີ່ ຈະເພີ່ມຂຶ້ນເປັນ 7.1% ໃນປີ 2027. ທັດສະນະ ເສດຖະກິດຂອງ ສສ ຫວຽດ ນາມໃນປີນີ້ ຄາດວ່າ ຈະໄດ້ຮັບຜົນກະທົບ ຈາກແຮງກົດດັນ ທາງພູມິສາດ ການເມືອງ ທີ່ເພີ່ມຂຶ້ນ, ໂດຍສະເພາະ ແມ່ນຂໍ້ຂັດແຍ່ງ ໃນຕາເວັນອອກກາງ, ເຊິ່ງອາດຈະເຮັດໃຫ້ເກີດ ຄວາມຜັນຜວນ ຂອງລາຄາ ພະລັງງານ ທົ່ວໂລກ ແລະ ສົ່ງຜົນກະທົບ ຕໍ່ການຄ້າໂລກ ແລະ ເສດຖະກິດ ພາຍໃນປະເທດ.ທະນາຄານໂລກ ແນະນຳໃຫ້ ສສ ຫວຽດ ນາມ ສຸມໃສ່ ນະໂຍບາຍ ທີ່ສາມາດແກ້ໄຂ ຄວາມບໍ່ແນ່ນອນ ໃນໄລຍະສັ້ນ ໄດ້ຢ່າງມີປະສິດທິພາບ ແລະ ວາງພື້ນຖານ ທີ່ເຂັ້ມແຂງສຳລັບ ການເຕີບໂຕ ແບບຍືນຍົງ ໃນໄລຍະຍາວ.ສສ ຫວຽດນາມ ຕັ້ງເປົ້າໝາຍ ອັດຕາການເຕີບໂຕ ທາງເສດຖະກິດ ຢ່າງໜ້ອຍ 10% ໃນປີ 2026./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL