ຂປລ
* ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

* ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື ໄດ້ຮັບຄວາມປະລາໄຊຢ່າງຕໍ່ເນື່ອງໃນການດຳເນີນກົນອຸບາຍຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ, ພວກເຂົາໄດ້ຕັດສິນໃຈໂຄ່ນລົ້ມລັດຖະບານປະສົມຈີກສັນຍາວຽງຈັນ ໃຊ້ຄວາມຮຸນແຮງຝືນປະຕິວັດດ້ວຍກຳລັງອາວຸດ ເພື່ອຫວັງດັບສູນກຳລັງປະ ຕິວັດ ພວກເຂົາໄດ້ອອກຄຳສັ່ງໃຫ້ລູກມືໃນທຸກເຂດແຂວງອອກແຮງປາບ ປາມກຳລັງຮັກຊາດ ຢ່າງໂຫດຮ້າຍປ່າເຖື່ອນ. ພ້ອມດຽວກັນນີ້, ກໍດຳເນີນການປິດລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ນຳຂອງແນວລາວຮັກຊາດ.

ກອງພັນທີ 2 ແມ່ນກຳລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນມີມູນເຊື້ອຮັກຊາດທີ່ສູງສົ່ງ ມີນ້ຳໃຈປະຕິວັດສຸດກົກສຸດປາຍມີລະບຽບວິໄນທີ່ເຄັ່ງຄັດເຂັ້ມງວດ ເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນ ໃນການຕໍ່ສູ້ອັນພິລະອາດຫານ ຕ້ານພວກລ່າເມືອງຂຶ້ນຝຣັ່ງແລະ ຈັກກະພັດອາເມລິກາຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ເຄື່ອນທັບເຂົ້າມາຕັ້ງຢູ່ໃຈກາງທົ່ງໄຫຫີນ ຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມື ກໍໄດ້ດຳເນີນກົນອຸບາຍ ເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນທີ 2 ຊຶ່ງໃນເບື້ອງຕົ້ນ ພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະນາຊວນເຊື່ອຕົວະຍົວະ ຊື້ຈ້າງຈອບອອຍດ້ວຍເງິນຄຳ ນາງສາວ ແລະ ແບບດຳລົງຊີ ວິດທີ່ຟຸມເຟືອຍຍົວະເຍົ້າໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາ ການປະດັບຊັ້ນ ເພື່ອຫວັງກືນເອົາກຳລັງຂອງກອງພັນທີ 2 ເຂົ້າເປັນກຳລັງຂອງກອງທັບລາຊະອານາຈັກ. ແຕ່ຄະນະພັກ ແລະ ຄະນະບັນຊາຂອງກອງພັນທີ 2 ກໍໄດ້ເດັດດ່ຽວນຳພາ ແລະ ອ້າຍນ້ອງພະນັກງານນັກຮົບ ດ້ວຍຄວາມທຸ່ນທ່ຽງ ໝັ້ນໜຽວ ສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ຂອງນັກຮົບປະຕິວັດຕໍ່ມາພວກເຂົາໄດ້ຫັນມານຳໃຊ້ວິທີການນາບຂູ່ການບີບບັງຄັບ ໂດຍທາງອ້ອມ ເປັນຕົ້ນ ການຈຳກັດເຂົ້າປາອາຫານເຄື່ອງໃຊ້ສອຍ ແລະ ອື່ນໆການກະທຳຂອງພວກເຂົາ ເຖິງວ່າໄດ້ສ້າງຄວາມຫຍຸ້ງ ຍາກຫລາຍປະການ ໂດຍສະເພາະແມ່ນດ້ານຊີວິດການເປັນຢູ່ຂອງພະນັກ ງານນັກຮົບ ແລະ ຄອບຄົວ ແຕ່ພວກເຂົາກໍບໍ່ສາມາດເອົາຊະນະມານະຈິດ ປະຕິວັດຂອງນັກຮົບປະຕິວັດໄດ້ກົງກັນຂ້າມທົ່ວກອງພັນຍິ່ງມີຈິດໃຈບຸກບືນນ້ຳໃຈຄຽດແຄ້ນສັດຕູ ນັບມື້ນັບສູງ.
ເມື່ອເຮັດແນວໃດນັກຮົບປະຕິວັດ ກອງພັນທີ 2 ກໍບໍ່ຍອມຈຳນົນ, ກົງ ກັນຂ້າມຊ້ຳພັດມີຄວາມທຸ່ນທ່ຽງ ບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການໃດໆ ພວກເຂົາກໍໄດ້ບືນເລິກເຂົ້າ ໂດຍໃຊ້ກຳລັງທະຫານລາຊະອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ ລົດຫຸ້ມເກາະ ແລະເຮືອບິນທຳການປິດລ້ອມກອງພັນທີ 2 ໃຊ້ຖ້ອຍຄຳນາບຂູ່ ເພື່ອບັງຄັບໃຫ້ກອງພັນ ທີ 2 ມອບຕົວ. ຢືນຢູ່ຕໍ່ໜ້າສະພາບການທີ່ເຄັ່ງຕຶງ ແລະ ສ່ຽງເປັນສ່ຽງຕາຍດັ່ງກ່າວ ຄະນະພັກ ຄະນະບັນຊາກອງພັນໄດ້ເປີດກອງປະຊຸມປຶກສາຫາລືກັນຢ່າງເຄັ່ງຮ້ອນ ລະອຽດ ຮອບຄອບຖີ່ຖ້ວນບົນພື້ນຖານຄວາມເປັນເອກະພາບມີຄວາມຕັດສິນໃຈທີ່ໝັ້ນແກ່ນ ຂອງພະນັກງານນັກຮົບທົ່ວກອງພັນ ແລະ ດ້ວຍການອູ້ມຊູຊ່ວຍເຫລືອຂອງປະຊາຊົນເຂດຊຽງຂວາງ ກອງພັນທີ 2 ໄດ້ສ້າງວິລະກຳດ້ວຍການຕັດສິນໃຈບັນຊາກອງທະຫານຜ່າວົງລ້ອມອັນແໜ້ນໜາ ຂອງສັດຕູອອກໄປສູ່ເຂດທີ່ໝັ້ນປະຕິວັດ ໃນວັນທີ 18 ພຶດສະພາ 1959 ດ້ວຍຄວາມພິລະອາດຫານ ແລະ ມີໄຊ.
ຕັ້ງໜ້າຮໍ່າຮຽນມູນເຊື້ອອັນສະຫງ່າງາມ ພິລະອາດຫານຂອງກອງພັນທີ 2 ວິລະຊົນ !
KPL