ຂປລ
ກະຊວງ ຄົມມະນາຄົມຂົນສົ່ງ ອິນໂດເນເຊຍ ໄດ້ປັບປຸງ ກົນໄກ ຄ່າໃຊ້ຈ່າຍ ເພີ່ມນ້ຳມັນ ເຊື້ອໄຟ ສຳລັບ ບັນດາ ຖ້ຽວບິນ ການຄ້າ ພາຍໃນປະເທດ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ກະຊວງ ຄົມມະນາຄົມຂົນສົ່ງ ອິນໂດເນເຊຍ ໄດ້ປັບປຸງ ກົນໄກ ຄ່າໃຊ້ຈ່າຍ ເພີ່ມນ້ຳມັນ ເຊື້ອໄຟ ສຳລັບ ບັນດາ ຖ້ຽວບິນ ການຄ້າ ພາຍໃນປະເທດ. ໃນຂະນະດຽວກັນ, ບັນດາ ບໍລິສັດ ການບິນ ໄດ້ອະນຸຍາດ ຈັດວາງ ຄ່າໃຊ້ຈ່າຍ ເພີ່ມນ້ຳມັນ ເຊື້ອໄຟ ຂຶ້ນເຖິງ 50% ຂອງ ຄ່າປີ້ຍົນ ສູງສຸດ.
ໂດຍຂໍ້ກຳນົດ ຂອງ ກະຊວງ ຄົມມະນາຄົມ ຂົນສົ່ງ ອິນໂດເນເຊຍ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 13 ພຶດສະພາ, ບັນດາ ບໍລິສັດ ການບິນ ໄດ້ອະນຸຍາດໃຫ້ ເພີ່ມຄ່າໃຊ້ຈ່າຍຂຶ້ນ 50% ຂອງ ລະດັບຄ່າປີ້ຍົນ. ລະດັບຄ່າໃຊ້ຈ່າຍ ໄດ້ກຳນົດ ໂດຍອີງຕາມ ຄ່ານ້ຳມັນເຊື້ອໄຟ ການບິນສະເລ່ຍ ຕາມບັນດາບໍລິສັດ ສະໜອງນ້ຳມັນ ເຊື້ອໄຟຍົກອອກມາ./
KPL