ຂປລ
ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ

ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນຄື: ເມືອງຫາດຊາຍຟອງ, ໄຊທານີ ແລະ ເມືອງປາກງື່ມ ໂດຍໄດ້ເນັ້ນນຳໃຊ້ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ເພື່ອປະຫຍັດນ້ຳ, ຫລຸດຜ່ອນຕົ້ນທຶນ, ເພີ່ມຄຸນນະພາບ ຫລື ຜົນຜະລິດເຂົ້າຫລາຍຂຶ້ນ.
ທ່ານ ຄຳແສນ ສົມພານດີ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງປາກງື່ມໃຫ້ສຳພາດຕໍ່ສື່ມວນຊົນຢູ່ເນື້ອທີ່ນາທົດລອງປູກເຂົ້າສະຫລັບແຫ້ງຂອງບໍລິສັດເບຍລາວ ບ້ານໝາກຮ້ຽວ ວ່າ: ການປູກເຂົ້າປຽກສະຶຫລັບແຫ້ງ ເຫັນວ່າ ມີຜົນດີຫລາຍ ໂດຍສະເພາະແມ່ນສາມາດປະຢັດນ້ຳ ແລະ ເປັນຈຸດເດັ່ນທີ່ສຸດຂອງເຕັກນິກນີ້ ພ້ອມທັງເພີ່ມຜົນຜະລິດຊ່ວຍໃຫ້ໄດ້ຜົນເກັບກ່ຽວທີ່ສູງຂຶ້ນ. ແນວໃດກໍດີ, ເຕັກ ນິກດັ່ງກ່າວ ແມ່ນເຕັກນິກໃໝ່ ໂດຍປະຊາຊົນຍັງບໍ່ທັນເຂົ້າໃຈຫລາຍປານໃດ. ປັດຈຸບັນໄດ້ເຮັດທົດລອງຢູ່ບ້ານວັງໂຄ 42 ເຮັກຕາ (59 ຄອບຄົວ) ໂດຍການປະສານງານຮ່ວມມືກັບສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ນອກຈາກນີ້, ບັນຫາລະບົບຊົນລະປະທານ ເຊິ່ງເວລາປ່ອຍນ້ຳໃຫ້ແຫ້ງແລ້ວ ຢາກເອົານ້ຳເຂົ້າໃຫ້ປຽກບາງຄັ້ງລະບົບຈັກສູບນ້ຳ ຫລື ການຈັດສັນນ້ຳ ຍັງເຮັດບໍ່ໄດ້ດີພໍ. ຖ້າລະບົບຊົນລະປະທານດີ, ເຕັກນິກນີ້ ຈະຂະຫຍາຍໄປໄດ້ທົ່ວເມືອງແນ່ນອນ.

ທ່ານ ຄຳແສນ ສົມພານດີ ຍັງໃຫ້ຮູ້ຕື່ມວ່າ: ສຳລັບຢູ່ເມືອງປາກງື່ມ, ບໍລິສັດເບຍລາວ ໄດ້ລົງມາຊ່ວຍເຫລືອຢູ່ 6 ບ້ານຄື: ບ້ານໝາກຮ້ຽວ, ວັງໂຄ, ດົງກະລຶມ, ທ່າເດື່ອ, ບ້ານໂດນ, ບ້ານໜອງບົວລຽງ ໂດຍທາງບໍລິສັດໄດ້ຊ່ວຍສະໜອງຝຸ່ນ ແລະ ແນວພັນ ໂດຍສະເພາະເຂົ້າໄຊສະພອນ 2 ແລະ ໄລຍະຫລັງແມ່ນເນັ້ນເຂົ້າເບຍ. ນອກນີ້, ຍັງໄດ້ຮັບຊື້ ແລະ ຮັບປະກັນຕະຫລາດໃຫ້ຊາວນາ. ລາຄາເຂົ້າເບຍຈະມີລາຄາສູງກວ່າເຂົ້າທຳມະດາ ເຮັດໃຫ້ຊາວນາມີລາຍໄດ້ດີຂຶ້ນ. ນອກຈາກນີ້, ພາຍໃນເມືອງປາກງື່ມ ຍັງມີໂຮງອົບເຂົ້າ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສ ເກົາຫລີ ເຊິ່ງຈະປະສານງານໃຫ້ບໍລິສັດເບຍລາວນຳເຂົ້າມາອົບຢູ່ໂຮງອົບແຫ່ງນີ້, ສິ່ງນີ້ແມ່ນໄດ້ສ້າງຄວາມສະດວກສະບາຍ. ຂະນະທີ່ການຮ່ວມມືກັບໄຕ້ຫວັນ ກໍມີການເຮັດນາສາທິດປະມານ 23 ເຮັກຕາ ເຊິ່ງຕອນນີ້ ກຳລັງປັບປຸງລະບົບປ້ອງກັນນ້ຳຖ້ວມຮ່ວມກັບ ADB ຢູ່ຫ້ວຍໝາກຮ້ຽວ.
ຂະນະທີ່ ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ແລະ ຊີ້ນ້ຳວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ກໍໃຫ້ຮູ້ວ່າ: ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ແມ່ນເຕັກນິກໃໝ່ທີ່ຫາກໍ ເລີ່ມຕົ້ນ ແລະ ຈະສືບຕໍ່ຂະຫຍາຍການນໍາໃຊ້ເຕັກນິກດັ່ງກ່າວ ເພື່ອສົ່ງເສີມຊາວນາຜະລິດເຂົ້າຕອບສະໜອງໃຫ້ແກ່ບໍລິສັດເບຍ ທັງຖືເປັນນະວັດຕະກຳຫລັກໃນແນວທາງກະສິກຳແບບຟື້ນຟູ ພາຍໃຕ້ແນວຄິດ ການປະສົມປະສານລະຫວ່າງການເຮັດນາປູກເຂົ້າມາດຕະຖານກະສິກຳທີ່ດີ ເຊິ່ງແຕກຕ່າງຈາກວິທີການປູກເຂົ້າແບບດັ້ງເດີມ ທີ່ຕ້ອງຂັງນ້ຳໃນນາຢ່າງຕໍ່ເນື່ອງ, ໂດຍເຕັກນິກນີ້ຈະປ່ອຍໃຫ້ນາແຫ້ງເປັນໄລຍະ ເພື່ອເພີ່ມປະສິດທິພາບໃນການຈັດການຊັບພະຍາກອນນ້ຳ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ເຕັກນິກດັ່ງກ່າວ ສາມາດຊ່ວຍໃຫ້ປະຢັດນ້ຳໄດ້ເຖິງ 30% ພ້ອມທັງຊ່ວຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເປັນສາເຫດຫລັກເຮັດໃຫ້ໂລກຮ້ອນໄດ້ເຖິງ 50%. ນອກຈາກນັ້ນ, ຍັງຊ່ວຍຟື້ນຟູຄຸນນະພາບຂອງດິນໃນໄລຍະຍາວ, ຊ່ວຍເພີ່ມຄຸນນະພາບ ແລະ ຜົນຜະລິດເຂົ້າເພີ່ມຂຶ້ນ.
ສຳລັບຊາວນາທີ່ເຂົ້າຮ່ວມໂຄງການ ກໍໄດ້ຮັບຜົນປະໂຫຍດໂດຍກົງຈາກບໍລິສັດ ໂດຍສະເພາະແມ່ນມີການຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນກຸ່ມເປັນປະຈຳ, ເຮັດໃຫ້ຄຸນນະພາບຂອງວັດຖຸດິບມີຄວາມສະຖຽນ, ລາຄາຕົ້ນທຶນການຜະລິດຫລຸດລົງ, ຊາວນາມີລາຍຮັບເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນຄົງທາງດ້ານອາຊີບ, ກ້າວໄປເຖິງການສະໜອງວັດຖຸດິບທີ່ມີມາດຕະຖານສູງຂຶ້ນ. ຄວາມສຳເລັດດັ່ງກ່າວ ເກີດຈາກການຮ່ວມມືຢ່າງໃກ້ຊິດລະຫວ່າງບໍລິສັດ, ພາກລັດຖະບານ ແລະ ຊຸມຊົນຊາວນາ ເຊິ່ງເປັນຫົວໃຈສຳຄັນຂອງການພັດທະນາໂຄງການຢ່າງຕໍ່ເນື່ອງ. ທ່ານ ສິດທິໄຊ ເກດຕະວົງ ກ່າວ.
ໂດຍ: ຢ່າຕົ່ງ
KPL