ຂໍ້ຫ້າມ

18/05/2026 09:49
Email Print 673
ຂປລ ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ລະດູຝົນແລ້ວ ເຊິ່ງເປັນໄລຍະທີ່ນ້ຳສັດ ໂດຍສະເພາະແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນໄລຍະດັ່ງກ່າວ ພວກເຮົາ ຕ້ອງເປັນເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາປາແບບດັບສູນເຊັ່ນວ່າ

ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ລະດູຝົນແລ້ວ ເຊິ່ງເປັນໄລຍະທີ່ນ້ຳສັດ ໂດຍສະເພາະແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນໄລຍະດັ່ງກ່າວ ພວກເຮົາ ຕ້ອງເປັນເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາປາແບບດັບສູນເຊັ່ນວ່າ: ທາດລະເບີດ, ໄຟຟ້າຊ໊ອດ, ທາດເບື່ອອື່ນໆ. ແນວໃດກໍດີ ມື້ນີ້, ຄໍລຳ ຊີວິດ ແລະ ກົດໝາຍໜັງສືພິມປະເທດລາວ ຂໍມາສະເໜີກົດໝາຍ ວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸງ) ປີ 2023 ໃນພາກທີVII ຂໍ້ຫ້າມ ມາສະເໜີໃຫ້ພວກເຮົາໄດ້ຮັບຮູ້ໄປພ້ອມໆກັນ.   

ຢູ່ໃນພາກທີ VII ຂໍ້ຫ້າມ. ໃນນັ້ນ, ມາດຕາ 81 (ປັບປຸງ) ຂໍ້ຫ້າມທົ່ວໄປ; ຫ້າມບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງມີພຶດຕິກໍາໃດໜຶ່ງດັ່ງນີ້:

1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫລື ຈັບສັດນໍ້າແບບດັບສູນ.

2. ນໍາໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ລີ, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ.

3. ຫາສັດນໍ້າ ຈາກແຫລ່ງນໍ້າທໍາມະຊາດ ດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງນໍ້າ, ຂຸດໜອງ ຫລື ດູດໜອງທໍາມະຊາດທີ່ມີນໍ້າຕະຫລອດປີ.

4. ຮັບເອົາ, ຊື້-ຂາຍ, ຄອບຄອງ ຫລື ຂົນສົ່ງ ສັດນ້ຳບັນຊີ I ໂດຍບໍ່ໄດ້ຮັບອະນຸຍາດ.

5. ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ.

6. ລ້ຽງ ຫລື ປ່ອຍສັດນໍ້າ ຕ່າງຖິ່ນທີ່ມີຄວາມສ່ຽງທໍາລາຍສັດນ້ຳພື້ນເມືອງ ແລະ ລະບົບນິເວດ.

7. ປູກພືດນ້ຳ ທີ່ຈະເປັນການທໍາລາຍລະບົບນິເວດ ຫລື ແຫລ່ງລ້ຽງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ.

8. ບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ.

9. ຫາສັດນໍ້າໃນລະດູວາງໄຂ່.

10. ບໍລິໂພກ, ຊື້-ຂາຍ ສັດນໍ້າ ທີ່ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນເປື້ອນສານເຄມີຕົກຄ້າງ.

 11. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 82 (ໃໝ່) ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ; ຫ້າມຜູ້ດໍາເນີນທຸລະກິດ ກ່ຽວກັບສັດນ້ຳ ແລະ ການປະມົງ ມີພຶດຕິກໍາໃດໜຶ່ງດັ່ງນີ້:

1. ດໍາເນີນທຸລະກິດ ບໍ່ຖືກຕ້ອງຕາມກົດໝາຍ ແລະ ຕາມການອະນຸຍາດ.

2. ໂອນ ຫລື ມອບໃບອະນຸຍາດດໍາເນີນທຸລະກິດໃຫ້ຜູ້ອື່ນນໍາໃຊ້.

3. ຊື້-ຂາຍ, ຫາ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ຫລື ເຄື່ອນຍ້າຍ ສັດນໍ້າ, ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບການປະມົງ ໂດຍບໍ່ໄດ້ຮັບອະນຸຍາດ.

4. ປອມແປງເອກະສານ ຫລື ນໍາໃຊ້ເອກະສານປອມ.

5. ນາບຂູ່, ໃຊ້ຄວາມຮຸນແຮງ ແລະ ວາຈາທີ່ບໍ່ເໝາະສົມ ຕໍ່ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

6. ປະຕິເສດຄວາມຮັບຜິດຊອບ, ຫລົບຫລີກ, ບິດເບືອນ ຫລື ຊຸກເຊື່ອງຂອງກາງ.

7. ໃຫ້ສິນບົນແກ່ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 83 (ປັບປຸງ) ຂໍ້ຫ້າມ ສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດນໍ້າ ແລະ ການປະມົງ   

ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດນໍ້າ ແລະ ການປະມົງມີພຶດຕິກໍາໃດໜຶ່ງດັ່ງນີ້:

1. ສວຍໃຊ້ສິດ, ໜ້າທີ່, ຕໍາແໜ່ງ, ບັງຄັບ, ນາບຂູ່ ເພື່ອຫາຜົນປະໂຫຍດແກ່ຕົນ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກຂອງຕົນ;

2. ເປີດເຜີຍຄວາມລັບຂອງລັດ ຫລື ທາງລັດຖະການ.

3. ທວງເອົາ, ຂໍເອົາ, ຮັບເອົາສິນບົນ.

4. ປະຕິບັດໜ້າທີ່ດ້ວຍຄວາມປະໝາດ, ເມີນເສີຍ, ຂາດຄວາມຮັບຜິດຊອບ.

5. ກົດໜ່ວງ, ຖ່ວງດຶງ, ປອມແປງເອກະສານ, ອອກເອກະສານ ຫລື ທໍາລາຍເອກະສານ ໂດຍບໍ່ຖືກຕ້ອງ.

6. ຮຽກເອົາຄ່າທໍານຽມ, ຄ່າບໍລິການ ເເລະ ນໍາໃຊ້ລາຍຮັບວິຊາການ ໂດຍບໍ່ຖືກຕ້ອງ.

             7. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.
KPL

ຂ່າວອື່ນໆ

ads
ads

Top