ສພຊ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ປະກາດການຈັດຕັ້ງ

14/05/2026 09:07
Email Print 4948
ຂປລ ຄະນະບໍລິຫານງານພັກ ສະພາແຫ່ງຊາດ (ສພຊ) ຈັດກອງ ປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ປະກາດກົງຈັກການຈັດຕັ້ງ, ປະກາດພະນັກງານຮັບອຸດໜູນບຳ ນານ ແລະ ປະກາດແຕ່ງຕັ້ງຕຳແໜ່ງ ບໍລິຫານພາຍໃນສະພາແຫ່ງຊາດ ໃນວັນທີ 12 ພຶດສະພາ 2026.

      ຂປລ.  ໂດຍການເປັນປະທານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງ ຊາດ, ມີຄະນະບໍລິຫານງານພັກ, ຄະ ນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນພາຍໃນ ສພຊ ເຂົ້າຮ່ວມ.

      ກອງປະຊຸມ, ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ສະບັບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026; ເຜີຍແຜ່ໂຄງການການເມືອງ ສະບັບທີ 3 ຂອງພັກ; ເຜີຍແຜ່ບົດລາຍງານການເມືອງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ເຜີຍແຜ່ກົດລະບຽບພັກ ສະໄໝທີ XII. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງໃຫ້ພະນັກງານການນຳຂັ້ນສູງ ແລະ ຂັ້ນກົມ ຮັບອຸດໜູນບຳນານ; ມະຕິຮັບຮອງກົງຈັກຂອງສະພາແຫ່ງຊາດຊຶ່ງປະກອບມີ 20 ກົມ, 57 ພະແນກ; ມະຕິແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ ພ້ອມທັງຈັດພິທີມອບ-ຮັບມະຕິຕົກລົງໃຫ້ພະນັກງານຮັບອຸດໜູນບຳນານ ແລະ ມະຕິແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ.

      ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທ່ີໄດ້ຮັບນະໂຍບາຍອອກພັກການ- ຮັບອຸດໜູນບຳນານໃນຄັ້ງນີ້ຈໍານວນ 30 ທ່ານ ທີ່ລ້ວນແຕ່ມີຜົນງານຫລາຍດ້ານ ແລະ ອຸທິດສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເປັນແບບຢ່າງ, ມີນໍ້າໃຈເສຍສະລະ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງສະພາແຫ່ງຊາດ ກໍຄືການເຮັດຫລ້ອນໜ້າທີ່ອັນມີກຽດຂອງຕົນ ໃນຕະຫລອດໄລຍະຜ່ານມາ. ສໍາລັບຫົວໜ້າກົມ, ຮອງຫົວໜ້າກົມທີ່ມີການສັບປ່ຽນຢູ່ພາຍໃນສະພາແຫ່ງຊາດນັ້ນ ກໍຈະເປັນໂອກາດໄດ້ທົດສອບພຶດຕິກໍາຕົວຈິງຢ່າງຮອບດ້ານ ໃຫ້ມີຄວາມຊໍານານໃນຫລາຍວຽກງານ, ເປັນການສ້າງຖັນແຖວພະນັກງານໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອເຮັດໃຫ້ການຈັດຕັ້ງມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ. ປັດຈຸບັນ, ບັນຫາທ່ີຮີບດ່ວນແມ່ນແຕ່ລະກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຈະຕ້ອງເອົາໃຈໃສ່ປັບປຸງກົນໄກການເຮັດວຽກ ກໍຄືປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ ໃຫ້ມີຄວາມຄ່ອງຕົວ, ແທດເໝາະກັບໜ້າທີ່ການເມືອງທີ່ຖືກມອບໝາຍ ດ້ວຍການປັບປຸງບຸກຄະລາກອນໃຫ້ໄປຕາມວິຊາການທີ່ຮຽນມາ ເພື່ອຍົກສູງປະສິດທິຜົນຂອງວຽກງານ; ຈະໄດ້ອອກນິຕິກຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດ, ລະບຽບການດໍາເນີນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະທານສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ອື່ນໆ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດທາງແຜນການ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ກໍານົດເອົາ 9 ທິດທາງລວມ, 7 ແຜນວຽກ, 5 ແຜນງານ ແລະ 25 ໂຄງການ ແລະ ສູ້ຊົນສ້າງ ແລະ ປັບປຸງກົດໝາຍໃຫ້ໄດ້ທັງໝົດ 91 ສະບັບ (ສ້າງໃໝ່ 19 ສະບັບ ແລະ ປັບປຸງ 72 ສະບັບ) ທີ່ກອງປະຊຸມຄັ້ງປະຖົມມະລືກໄດ້ຮັບຮອງເອົາ.

ຂ່າວ: ກົງທະນູຄຳ ພິພັດເສລີ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

ads
ads

Top