7278

sk]n dko9a f8A 'xt8y [a f37'dko d+ lh k'mk'fj ;o ;P'9a o{Ij k3oh p -j ;'mu 2 dv'8es];f9t]k9vo g,n v'9a omt[6 ]u gvq k.9.lj ]t[kpdkola o9vo .sh ,u 7;k,3]j ']j Po lh k'7;k,g0A ,c0' .o3]dcsj 'dkog-nj v,3p' gzu pczj oy 8y de dkodeoq f8ec|j ''ko 0v'dt-;'dtly de c]t lyj 'c;f]h v, ທ່ານ ສອນໄຊ ສີພັນດອນ (ຂວາ) -q ,g-u p ;a ozj k;q 'xy f]h v,0v'dv'ra omu 2 7q [Iv[ 67 xu 1j k'l5 f.9 ]a f4t,q o8u dt-;' Ill 1h P,1k, c]t gIa f;Pd16 j ot7vo75 o\y ' lx 9u o F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 19.05.2026 ປີທີ 25 ສະບັບທີ 6.438ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j okpq d]a f4t,q o8u 8h voIa [z6 h 8k'|h kry glf xtmkokmy [= fu dPddy flt4ko Iv'xtmkoltrkcsj '-kf 8h voIa [ dkog0Q k1h P,0= j koa [0v'm6 fvq flt8ik]u F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ສະຫາຍ ຄຳພັນ ເຜີຍຍະວົງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ gru j ,mt;u fh kodko7h k{ dko]q 'mb o{dkog-n j v,3p'c[[pn opq ' .o0tc|'dtly de c]t lyj 'c;f]h v, F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ສະຫະພາບ ເອີຣົບ, ປະເທດເຢຍລະມັນ ແລະ ຝຣັ່ງ ຈັດກອງປະຊຸມຄະນະຊີ້ນຳ ລະດັບສູງ ຄັ້ງທີ 2 ປະຈຳປີ 2026 ຂອງແຜນງານການຮ່ວມມື ເພື່ອ ເພີ່ມທະວີການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ໃນຂະແໜງກະສິກຳ ແລະ ສິ່ງແວດ ລ້ອມ (TICAF) ໃນວັນທີ 13 ພຶດ ສະພາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຮ່ວມຂອງ ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ມາກ ກາລາກເກີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ນາງ ເບເນດິກ ເດຊໍາ ເອກອັກຄະລັດຖະທູດ ແຫ່ງສາທາ ລະນະລັດ ຝຣັ່ງ ປະຈໍາລາວ ແລະ ທ່ານ ຮັນ ອູຣິກ ຊຸດເບັກ ເອກອັກຄະ ລັດຖະທູດແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ເຂົ້າຮ່ວມ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ເຫລັກໄຫລ ສີວິໄລ (ປະທານ) ທ່ານ ສັນຕິສຸກ ສິມມາລາວົງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ການສະເຫລີມສະຫລອງ ວັນໂທລະຄົມມະນາຄົມ ແລະ ຂໍ້ມູນ ຂ່າວສານສາກົນ ຄົບຮອບ 161 ປີ (17/5/1865-17/5/2026) ໃນປີ 2026 ນີ້, ສະຫະພາບໂທລະ vq 'dkogda [d6h ]tg[u f c0;'7e,j ;o lk,kf me]kp]tg[u fg7n j vomu j wfh 920 d;j k7A ' ຂປລ. ກອງຕຳຫລວດຈະລາ ຈອນ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ໄດ້ເພີ່ມທະວີເອົາ ໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ລະບາຍ ການສັນຈອນ ໃຫ້ຜູ້ໃຊ້ລົດໃຊ້ຖະ ໜົນ ໂດຍເນັ້ນໜັກໃນຈຸດທີ່ມີການ ຂປລ. ກົມຈັດຕັ້ງ ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ຈັດກອງ ປະຊຸມເຜີຍແຜ່ນິຕິກຳກ່ຽວກັບການ ກຳນົດຕຳແໜ່ງງານ ໃນວັນທີ 15 ພຶດສະພາ 2026 ຜ່ານມາ ໂດຍ ການເປັນປະທານຮ່ວມຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມ ຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ, ທ່ານ ພອນປະເສີດ ກຸລາວົງ ຮອງຫົວໜ້າກົມພັດທະນາ ການບໍລິຫານລັດ ຄະນະຈັດຕັ້ງສູນ ກາງພັກ, ມີບັນດາຫົວໜ້າ, ຮອງ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ພະນັກງານຫລັກແຫລ່ງ ຂອງກະຊວງກະສິກໍາ ແລະ ສິ່ງ ຂປລ. ໃນວັນທີ 18 ພຶດສະພາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອານວາ ອານາບາເອບ (Anwar Anarbaev) ຜູ້ຕາງໜ້າພິເສດ ຂປລ. ເມື່ອບໍ່ດົນມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ນະຄອນຄຸນໝິງ ສປ ຈີນ ຂປລ. ກອງປະຊຸມປຶກສາຫາ ລືການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງທີ 2 ແຕ່ເມືອງປາກຊັນ ຫາ ຊາຍແດນລາວ-ຫວຽດນາມ(ແທ້ງ ຖຸຍ) ເມືອງໄຊຈໍາພອນ ຈັດຂຶ້ນໃນ ຂປລ. ເມື່ອບໍ່ດົນມານີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານ ສະພາແຫ່ງຊາດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໂດຍທ່ານຮອງ ປະທານສະພາແຫ່ງຊາດ ໄດ້ສະ ແດງຄວາມຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງໃນການພົບປະ ຄັ້ງນີ້ ເປັນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນດີງາມ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ປະເທດ ລາວ-ອົດສະຕຣາລີ ໂດຍ ສະເພາະສອງອົງການນິຕິບັນຍັດ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນໃຫ້ຮູ້ວ່າ: ການດຳເນີນງານ 3 ໂຄງການ ຂອງອົງການເກັບກູ້ ລະເບີດ ປະກອບມີ: ໂຄງການເກັບ ກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ຢູ່ແຂວງຄຳມ່ວນ ໄລຍະ VII, ໂຄງການເກັບກູ້ລະເບີດລູກ ຫວ່ານ ແລະ ລະເບີດຊະນິດອື່ນໆທີ່ ຕົກຄ້າງ ແລະ ໂຄງການທຳລາຍລະ ເບີດເຄື່ອນທີ່ ຊຶ່ງທັງ 3 ໂຄງການ ໄດ້ຈັດຕັ້ງປະຕິບັດແຕ່ເດືອນເມສາ 2025 ຫາ ເດືອນມີນາ 2026 ແລະ ສາມາດບັນລຸຜົນສຳເລັດເກີນ ແຜນທີ່ວາງໄວ້ໃນຫລາຍກິດຈະກຳ ຂອງປະທານາທິບໍດີ ແຫ່ງ ສາທາ ລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ສະ ແດງຄວາມຍິນດີຕ້ອນຮັບຕໍ່ການ ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ອານວາ ອານາບາເອບ ເອກອັກຄະລັດຖະ ທູດ ແຫ່ງ ສາທາລະນະລັດ ກຽກ ກິດສະຖານ ປະຈໍາ ສປປ ລາວ ຊຶ່ງ ມີສໍານັກງານການທູດ ຕັ້ງຢູ່ ກົວລາ ລໍາເປີ, ມາເລເຊຍ ໃນນາມຜູ້ຕາງ ໜ້າພິເສດຂອງ ປະທານາທິບໍດີ ຕາມການເຊື້ອເຊີນຂອງອົງການ ປົກຄອງນະຄອນຄຸນໝິງ, ເພື່ອເຂົ້າ ວັນທີ 16 ພຶດສະພາ 2026 ຜ່ານ ມາ, ຢູ່ແຂວງບໍລິຄໍາໄຊ ໂດຍການ ກໍຄື ສະພາແຫ່ງຊາດລາວ ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໃຫ້ນັບມື້ໄດ້ຮັບການ ພັດທະນາ. ພ້ອມນີ້, ທ່ານຮອງປະທານສະ ພາແຫ່ງຊາດ ຍັງໄດ້ສະເໜີແລກ ປ່ຽນທິດທາງແຜນການການພົວ ພັນຮ່ວມມືລະຫວ່າງສອງອົງການ ນິຕິບັນຍັດໃນຕໍ່ໜ້າ ເປັນຕົ້ນ ສະ ໜັບສະໜູນການທັດສະນະສຶກສາ, ແລກປ່ຽນບົດຮຽນ ກໍຄື ຝຶກອົບຮົມ ໃນຫົວຂໍ້ຕ່າງໆທີ່ກ່ຽວກັບ ສສຊ ໜຸ່ມ ແລະ ວິຊາການຫລັກແຫລ່ງ ຂອງສະພາແຫ່ງຊາດລາວ ກັບອົດ ສະຕຣາລີ ທີ່ຈະເປັນທ່າແຮງໃນ ຄົມມະນາຄົມສາກົນ (ITU) ໄດ້ກຳ ນົດຄຳຂວັນ: “ສາຍໃຍດີຈີຕອນ ເພື່ອຊີວິດ: ການສ້າງຄວາມເຂັ້ມ ແຂງໃນໂລກແຫ່ງການເຊື່ອມໂຍງ” ຊຶ່ງມີຄວາມໝາຍຄວາມສຳຄັນ ຢ່າງຍິ່ງເພາະໃນປັດຈຸບັນ, ພື້ນຖານ ໂຄງລ່າງດີຈິຕອນ ບໍ່ພຽງແຕ່ເປັນ ເຄື່ອງມືສື່ສານ, ແຕ່ປຽບເໝືອນ ເສັ້ນເລືອດໃຫຍ່ທີ່ລໍ່ລ້ຽງຊີວິດ, ເສດຖະກິດ ແລະ ຄວາມປອດໄພ ຂອງຊາດ. ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນ ໃນ ວັນໂທລະຄົມມະນາຄົມ ແລະ ຂໍ້ມູນ ຂ່າວສານສາກົນ ຄົບຮອບ 161 ປີ ຈະລາຈອນແອອັດ, ໜາແໜ້ນ ແລະ ຈຸດສຳຄັນຕ່າງໆພາຍໃນເມືອງ ແວດລ້ອມ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການເຜີຍ ແຜ່ນິຕິກໍາ ກ່ຽວກັບວຽກງານກໍາ ນົດຕໍາແໜ່ງງານ ໂດຍສະເພາະ ດຳລັດວ່າດ້ວຍການກຳນົດຕຳແໜ່ງ ງານ ສະບັບເລກທີ 734/ລບ, ລົງ ວັນທີ 31 ທັນວາ 2021 ຊຶ່ງການ ປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນຈັດວາງພະນັກງານລັດຖະກອນ ຕ້ອງອີງໃສ່ພື້ນຖານ ການກຳນົດຕໍາແໜ່ງງານ ຈຶ່ງມີ ຄວາມຈຳເປັນໃຫ້ທຸກພາກສ່ວນມີ ຄວາມເອກະພາບທາງດ້ານຫລັກ ການ, ຮັບປະກັນໃຫ້ແກ່ການກຳນົດ F ອ່ານຕໍ່ໜ້າ 4່ າໍ່ ໜ້າ

@ 0j k; c]t gsfdko j 19/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລັດຖະມົນຕີ ກະຊວງ...ັົີ ນາຍົກລັດຖະມົນຕີ...ົັົີ ກຽກກິດສະຖານ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະ ບານ ແລະ ປະຊາຊົນກຽກກິດສະ ຖານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນ ດ້ານຕ່າງໆຕະຫລອດໄລຍະຜ່ານ ມາ. ໃນເມື່ອກ່ອນ ກໍຄື ສະໄໝອະ ດີດສະຫະພາບໂຊວຽດ ກຽກກິດ ສະຖານ ກໍເປັນໜຶ່ງໃນບັນດາລັດ ອະດີດສະຫະພາບໂຊວຽດ ທີ່ໄດ້ ໃຫ້ການຊ່ວຍເຫລືອທາງດ້ານການ ພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ແລະ ຫວັງວ່າ ສປປ ລາວ ແລະ ກຽກກິດສະຖານ ຈະ ຮ່ວມມືກັນໃນຂອບການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນ ດອນ ຍັງໄດ້ຝາກຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນເຖິງ ທ່ານ ອາດຶນ ເບກ ກາຊືມາລີເຢບ (Adylbek Kasymal iev) ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ກຽກ ກິດສະຖານ ອີກດ້ວຍ. ໃນຂະນະດຽວກັນ, ທ່ານເອກ ອັກຄະລັດຖະທູດ ອານວາ ອານາ ບາເອບ ໃນນາມຜູ້ຕາງໜ້າພິເສດ ຂອງປະທານາທິບໍດີ ກຽກກິດສະ ຖານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງ ໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ກຽກກິດ ສະຖານ ແລະ ລາວ ໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ນຳ ເອົາຄວາມຢື້ຢາມຖາມຂ່າວຈາກ ປະທານາທິບໍດີ ຊາດູ ຊາປາຣົບ (Sadyr Japarov) ເຖິງປະທານ ປະເທດ ທອງລຸນ ສີສຸລິດ ແລະ ເຊື້ອ ເຊີນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ກຽກກິດສະ ຖານ ໃນໂອກາດທີ່ເໝາະສົມ. ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ ດີທີ່ເປັນມູນເຊື້ອມາແຕ່ດົນນານ. ສປປ ລາວ ແລະ ກຽກກິດສະຖານ ໄດ້ສ້າງຕັ້ງສາຍພົວພັນທາງການ ທູດໃນວັນທີ 13 ກໍລະກົດ 1995, ພິເສດໃນປີ 2025 ທີ່ຜ່ານມາ ສອງ ຝ່າຍໄດ້ສະເຫລີມສະຫລອງການ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ ຊຶ່ງສອງຝ່າຍໄດ້ ແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ ທີ່ສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ລະຫວ່າງ ສອງຊາດ ລາວ ແລະ ກຽກກິດສະຖານ. ສອງ ຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຍົກ ເວັ້ນວິຊາສຳລັບຜູ້ຖືໜັງສືຜ່ານ ແດນການທູດ ແລະ ລັດຖະການ ນໍາກັນແລ້ວ ລົງນາມໃນປີ 2016 ເລີ່ມປະຕິບັດ 2017 ຊຶ່ງສະແດງ ອອກໃນການຊຸກຍູ້ຊ່ວຍເຫລືອສະ ໜັບສະໜູນເຊິ່ງກັນແລະກັນໃນພາກ ພື້ນ ແລະ ສາກົນ ຕະຫລອດມາ. ພາບ: ຂັນໄຊ ຮ່ວມພິທີສະເຫລີມສະຫລອງ ວັນ ສ້າງຕັ້ງສາຍພົວພັນການທູດ ລາວຈີນ ຄົບຮອບ 65 ປີ ແລະ ກອງປະ ຊຸມແລກປ່ຽນກ່ຽວກັບການຮ່ວມມື ດ້ານບຸກຄະລາກອນຂ້າມຊາຍແດນ ໃນເຂດບໍ່ຫານ, ມີພາກສ່ວນກ່ຽວ ຂ້ອງ ຂອງນະຄອນຄຸນໝິງ, ຫົວ ໜ່ວຍວິສາຫະກິດເຂດຮ່ວມມືເສດ ຖະກິດບໍ່ເຕັນ-ບໍ່ຫານ ແລະ ພາກ ສ່ວນກ່ຽວຂ້ອງຂອງ 4 ແຂວງ ພາກເໜືອຄື: ແຂວງຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫົວ ພັນ ເຂົ້າຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍ ໄດ້ແລກປ່ຽນຄຳເຫັນ ແລະ ຂໍ້ສະເໜີ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ການຮ່ວມ ມືດ້ານແຮງງານ ແລະ ການປະກັນ ສັງຄົມ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ສປປ ລາວ ແລະ ນະຄອນຄຸນໝີງຂອງ ສປ ຈີນ ໄດ້ລົງນາມຮ່ວມກັນ ໂດຍ ສະເພາະການຮ່ວມມືໃນການສະ ໜອງແຮງງານ ຂ້າມຊາຍແດນ ໃນເຂດຮ່ວມມືເສດຖະກິດພິເສດ ບໍ່ເຕັນ-ບໍ່ຫານ. ພ້ອມນີ້, ສອງຝ່າຍ ຈະສືບຕໍ່ເອົາໃຈໃສ່ໃນການເສີມຂະ ຫຍາຍການຮ່ວມມືໃນຂົງເຂດທີ່ ໄດ້ລົງນາມຮ່ວມກັນໃຫ້ປະກົດຜົນ ເປັນຈິງ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະ ພາບລະຫວ່າງສອງຊາດ ທີ່ມີມາ ຍາວນານ, ການເປັນຄູ່ຮ່ວມມືຍຸດ ທະສາດ, ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ; ສອງຝ່າຍຈະເພີ່ມທະວີ ການຮ່ວມມືພັດທະນາທັກສະສີມື ແຮງງານ, ການຝຶກອົບຮົມພາສາ ແລະ ເຮັດວຽກຮ່ວມກັນ ເພື່ອສົ່ງ ເສີມຄຸນນະພາບ ແລະ ປະສິດທິພາບ ຂອງແຮງງານຂ້າມຊາຍແດນ, ຮ່ວມກັນສົ່ງເສີມການພັດທະນາ ແບບຍືນຍົງ. ໂອກາດດຽວກັນ, ຍັງໄດ້ມີພິທີ ເປີດສູນບໍລິການແຮງງານສາກົນ ລາວ-ຈີນ, ພ້ອມທັງຈັດພິທີເຊັນສັນ ຍາການຮ່ວມມືດ້ານອາຊີວະສຶກສາ ແລະ ສັນຍາບ້ານມິດຕະພາບຕາມ ຊາຍແດນລາວ-ຈີນ ລະຫວ່າງອົງ ການປົກຄອງຕາແສງບໍ່ຫານ ກັບ ພາກສ່ວນກ່ຽວຂ້ອງຂອງ 4 ແຂວງ ພາກເໜືອຂອງລາວ ແລະ ພິທີເຊັນ ສັນຍາໂຄງການລົງທຶນຂອງກຸ່ມ ວິສາຫະກິດຂອງ ສປ ຈີນ ໃນເຂດ ບໍ່ຫານ ຕື່ມອີກ. ນອກຈາກນີ້, ຄະນະຜູ້ແທນຝ່າຍ ລາວ ຍັງໄດ້ໄປເຄື່ອນໄຫວຢ້ຽມ ຢາມເຂດຮ່ວມມືເສດຖະກິດບໍ່ເຕັນບໍ່ຫານ, ຫໍວາງສະແດງພິພິທະພັນ ແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຄຸນໝິງ, ວິທະຍາໄລ ເຕັກນິກການລົດໄຟ ນະຄອນຄຸນ ໝິງ ແລະ ສະຖານທີ່ສໍາຄັນອື່ນໆ ຈໍານວນໜຶ່ງ. ເປັນປະທານຂອງ ທ່ານ ເຫລັກ ໄຫລ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີທ່ານ ຄໍາແຫວນ ປັນຍານຸວົງ ປະທານ ຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ, ມີຄະນະຊີ້ນໍາ ແລະ ຄຸ້ມຄອງໂຄງການກໍ່ສ້າງທາງດ່ວນ ເຂົ້າຮ່ວມ. ໂຄງການກໍ່ສ້າງທາງດ່ວນວຽງ ຈັນ-ຮ່າໂນ້ຍ ຊ່ວງທີ 2 ແຕ່ ເມືອງ ປາກຊັນຫາຊາຍແດນລາວ-ຫວຽດ ນາມ (ແທ້ງຖຸຍ) ເມືອງໄຊຈໍາພອນ ມີຈຸດເລີ່ມຕົ້ນຢູ່ ກມ0+000 (ບ້ານ ທົ່ງໃຫຍ່ ເມືອງປາກຊັນ) ຫາ ຊາຍ ແດນລາວ-ຫວຽດນາມ (ແທ້ງ ຖຸຍ) ເມືອງໄຊຈໍາພອນ ແຂວງບໍລິ ຄຳໄຊ ມີລວງຍາວປະມານ 203,8 ກິໂລແມັດ(ກມ), ກວມເອົາ 4 ຕົວ ເມືອງ, ມີ28ບ້ານ(ເມືອງປາກຊັນ, ບໍລິຄັນ, ວຽງທອງ ແລະ ເມືອງໄຊ ຈໍາພອນ); ໄດ້ເຊັນບົດບັນທຶກສຶກ ສາຄວາມເປັນໄປໄດ້ໂດຍແມ່ນ ບໍລິ ສັດນໍ້າທາ 3 ເອັດ, ໄດ້ເຊັນສັນຍາ ພັດທະນາ (CA) ແບບມີເງື່ອນໄຂ ໃນວັນທີ 15 ຕຸລາ 2025, ອາຍຸ ການກໍ່ສ້າງ 4 ປີ ຮອດ 2029; ກົມ ຂົວທາງ ໄດ້ຮັບຮອງເອົາແບບແຕ້ມ ລະອຽດ ຈໍານວນ 2 ຈຸດ ໃນຮູບ ແບບອອກແບບໄປພ້ອມແລະກໍ່ສ້າງ ໄປພ້ອມ (Design Build) ແຕ່ ກມ 30+000 ຫາ 40+000 ແລະ ກມ 92+000 ຫາ 100+000. ຜ່ານການຈັດຕັ້ງປະຕິບັດແມ່ນ ມີຄວາມຄືບໜ້າພໍສົມຄວນ ໄດ້ ທະລຸແລວທາງເພື່ອເກັບກໍາຂໍ້ມູນ ຕາມແລວທີ່ໄດ້ຮັບຮອງ ສໍາເລັດ ປະມານ 63 ກິໂລແມັດ, ເກັບກໍາ ຜົນກະທົບສິ່ງແວດລ້ອມ 4 ເມືອງ ຄື: ເມືອງປາກຊັນ: ມີຂອບເຂດ ແລວທາງດ່ວນຜ່ານ 25 ກມ.(ແຕ່ ກມ 0+000 ຫາ ກມ 25+000) ກວມເອົາ 8 ບ້ານ, ເກັບກໍາຜົນກະ ທົບສິ່ງແວດລ້ອມສໍາເລັດ 100% ມີຈໍານວນ 5 ບ້ານ (ບ້ານທົ່ງໃຫຍ່, ບ້ານສວນສະຫວັນ, ບ້ານປັດຊຸມ, ບ້ານນາດີ ແລະ ບ້ານບົວແວງຄໍາ), ຍັງ 3 ບ້ານ(ບ້ານສົມສະຫວາດ, ບ້ານນາຂາມ ແລະ ບ້ານຄໍາບອນ); ເມືອງ ບໍລິຄັນ: ມີຂອບເຂດແລວ ທາງດ່ວນຜ່ານ 66 ກມ(ແຕ່ກມ 0+000 ຫາ ກມ 91+000) ກວມ ເອົາ 5 ບ້ານ, ເກັບກໍາສໍາເລັດແຕ່ ຍັງບໍ່ທັນໄດ້ເຊັນຮັບຮອງຂໍໍ້ມູນຈາກ ຄະນະກໍາມະການຂັ້ນເມືອງ ມີຈໍາ ນວນ 3 ບ້ານ (ບ້ານພູຄໍາ, ບ້ານ ປາກໂພຍ ແລະ ບ້ານຫີນໂງ່ນ) ຍັງບໍ່ທັນສໍາເລັດ 2 ບ້ານຄື: ບ້ານພູ ຄໍາ ແລະ ບ້ານນໍ້າເຕັກ; ເມືອງວຽງ ທອງ: ມີຂອບເຂດແລວທາງດ່ວນ ຜ່ານ 39 ກມ (ແຕ່ ກມ 91+000 ຫາ ກມ 130+000) ກວມເອົາ 6 ບ້ານ, ເກັບກໍາ ສໍາເລັດ 3 ບ້ານ (ບ້ານກົກຂາມ, ບ້ານໂພນດູ່ ແລະ ບ້ານຫ້ວຍຫອຍ) ຍັງບໍ່ທັນສໍາເລັດ 3 ບ້ານຄື: ບ້ານມີໄຊ, ບ້ານໄຊບົວ ທອງ ແລະ ບ້ານນາຕັນ; ເມືອງໄຊ ຈໍາພອນ: ມີຂອບເຂດແລວທາງ ດ່ວນຜ່ານ 73,8 ກມ (ແຕ່ ກມ 130+000 ຫາ ກມ 203+800) ກວມເອົາ 9 ບ້ານ, ເກັບກໍາຜົນກະ ທົບສີ່ງແວດລ້ອມສໍາເລັດ 100% ຈໍານວນ 2 ບ້ານ, ກໍາລັງຈັດຕັ້ງປະ ຕິບັດ 3 ບ້ານ ແລະ ຍັງເຫລືອ 4 ບ້ານ, ປັດຈຸບັນຄະນະວິຊາການຂັ້ນ ແຂວງ ໄດ້ສໍາເລັດການຄົ້ນຄວ້າ ລາຄາຫົວໜ່ວຍຊົດເຊີຍຜົນກະທົບ ເປັນພື້ນຖານເບື້້ອງຕົ້ນ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ຍທຂ ສະເໜີໃຫ້ຄະນະຊີ້ນໍາ ແລະ ຄຸ້ມຄອງໂຄງການແຕ່ລະຂັ້ນ ກໍຄືບໍລິສັດນໍ້າທາ 3 ເອັດຈົ່ງໄດ້ສຶກ ສາວິເຄາະ-ວິໄຈໃຫ້ລະອຽດໃນການ ແກ້ໄຂແລວທາງປ່ຽນແປງໃໝ່ຊ່ວງ ກມ150+000ຫາກມ203+800, ການກຳນົດຫົວໜ່ວຍຊົດເຊີຍ, ມາດ ຕະຖານເຕັກນິກການກໍ່ສ້າງ ຕາມ ນິຕິກຳ ແລະ ກົດໝາຍທີ່ໄດ້ກຳນົດ ອອກ. ຂ່າວ-ພາບ: ສາຍສະໝອນ ໂດຍທ່ານໄດ້ຍົກໃຫ້ເຫັນບາງເນື້ອ ໃນສໍາຄັນວ່າ: ຄວາມໝາຍຄວາມ ສຳຄັນຂອງວັນດັ່ງກ່າວ ແມ່ນລະ ນຶກເຖິງການລົງນາມໃນສົນທິສັນຍາ ໂທລະສານສາກົນຄັ້ງທຳອິດ ແລະ ການສ້າງຕັ້ງ ITU ໃນປີ 1865 ຊຶ່ງ ອົງການດັ່ງກ່າວມີບົດບາດສຳຄັນ ໃນການຄຸ້ມຄອງຊັບພະຍາກອນຄື້ນ ຄວາມຖີ່ລະດັບໂລກ, ກຳນົດມາດ ຕະຖານເຕັກນິກສາກົນ, ພັດທະນາ ຊັບພະຍາກອນມະນຸດ ແລະ ເປັນ ເວທີສາກົນສຳລັບການປັບປຸງນິຕິ ກຳ, ແລກປ່ຽນຂໍ້ມູນ ແລະ ຮັບຮອງ ເນື້ອໃນສຳຄັນກ່ຽວກັບໂທລະຄົມ ມະນາຄົມ, ອິນເຕີເນັດ ແລະ ເຕັກໂນ ໂລຊີດີຈິຕອນ. ສຳລັບ ສປປ ລາວ, ITU ໄດ້ໃຫ້ການສະໜັບສະໜູນ ຫລາຍດ້ານ, ລວມທັງການຮ່າງກົດ ໝາຍໂທລະຄົມມະນາຄົມສະບັບ ທຳອິດ, ການສ້າງແຜນຈັດສັນຄື້ນ ຄວາມຖີ່ວິທະຍຸ, ການພັດທະນາຍຸດ ທະສາດໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ການຝຶກອົບ ຮົມບຸກຄະລາກອນ ແລະ ການສະ ໜອງຜູ້ຊ່ຽວຊານດ້ານເຕັກນິກ. ໃນວັນທີ 13 ມີນາ 2026 ຜ່ານ ມາ, ຢູ່ ສປປ ລາວ ກໍໄດ້ມີການຈັດ ກິດຈະກໍາສະເຫລີມສະຫລອງວັນ ໄປສະນີ ແລະ ວັນໂທລະຄົມມະນາ ຄົມແຫ່ງຊາດ ໂດຍໄດ້ກຳນົດຄຳ ຂວັນ ທີ່ວ່າ: “ຍົກສູງການສ້າງໂຄງ ລ່າງພື້ນຖານໄປສະນີ ແລະ ໂທລະ ຄົມມະນາຄົມ ໃຫ້ກາຍເປັນໂຄງ ລ່າງພື້ນຖານດີຈິຕອນ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ”. ສປປ ລາວ ເຮົາ ພວມຢູ່ໃນໄລຍະການຫັນເປັນດີຈິ ຕອນຢ່າງແຂງແຮງ ຊຶ່ງເຫັນວ່າ ສອດຄ່ອງກັບ ຄຳຂວັນຂອງ ສະຫະ ພາບໂທລະຄົມມະນາຄົມສາກົນ ໃນປີນີ້. ຢ່າງໃດກໍຕາມ, ພວກເຮົາ ຕ້ອງຜະເຊີນກັບສິ່ງທ້າທາຍຈາກ ໄພທຳມະຊາດ ແລະ ຄວາມບໍ່ແນ່ ນອນຂອງສະພາບການໂລກ. ດັ່ງ ນັ້ນ, ວຽກງານບຸລິມະສິດຂອງພວກ ເຮົາໃນຕໍ່ໜ້າຄື ສືບຕໍ່ຍູ້ແຮງການພັດ ທະນາເຕັກໂນໂລຊີ, ການສື່ສານ ແລະ ນະວັດຕະກໍາ ໃຫ້ມີການຂະ ຫຍາຍຕົວແບບກ້າວກະໂດດ; ສົົ່ງ ເສີມ ແລະ ນໍາໃຊ້ໂທລະຄົມມະນາ ຄົມ, ເຕັກໂນໂລຊີ ການສື່ສານຂໍ້ມູນ ຂ່າວສານ (ໄອຊີທີ), ປັນຍາປະດິດ ແລະດີຈິຕອນທີ່ທັນສະໄໝ,ມີຄວາມ ປອດໄພສູງ ເຂົ້າໃນທຸກຂະແໜງ ການເສດຖະກິດ-ສັງຄົມ ແຕ່ສູນ ກາງລົງຮອດທ້ອງຖິ່ນ ເພື່ອຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດີຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດີຈິ ຕອນ; ສືບຕໍ່ຜັນຂະຫຍາຍ 8 ຍຸດທະ ສາດ ແລະ 14 ແຜນງານ ທີ່ໄດ້ກໍາ ນົດໃນແຜນພັດທະນາເສດຖະກິດດີ ຈິຕອນ ຍຸດທະສາດ ພັດທະນາໂທ ໃນກອງປະຊຸມ ທ່ານ ລິນຄໍາ ດວງສະຫວັນ ໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດທີ່ພົ້ນເດັ່ນ ເປັນຕົ້ນ ແມ່ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ຕ່ອງໂສ້ມູນຄ່າກາເຟແລະຊາຢູ່ພາກ ເໜືອຂອງລາວ ໃຫ້ເປັນທີ່ຮູ້ຈັກໃນ ຕະຫລາດສາກົນ ແລະ ອີກໜຶ່ງຜົນ ສໍາເລັດປະຫວັດສາດແມ່ນການ ປັບປຸງລະບົບການຄໍ້າປະກັນຄວາມ ຖືກຕ້ອງຕາມກົດໝາຍຂອງໄມ້ (TLAS) ແລະ ການຈົດທະບຽນ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນ ມໍລະດົກໂລກ. ນອກຈາກນີ້, ຍັງມີ ການມອບທຶນການສຶກສາດ້ານປ່າ ໄມ້ໃຫ້ແກ່ນັກສຶກສາ ຈຳນວນ 100 ທ່ານ ແລະ ການເລີ່ມຕົ້ນຟື້ນຟູທາງ ເລກທີ 2 ເພື່ອເຊື່ອມໂຍງຜະລິດຕະ ພັນກະສິກຳ ໄປສູ່ຕະຫລາດພາກພື້ນ. ກອງປະຊຸມ ຍັງໄດ້ຮັບຟັງການ ລາຍງານຄວາມຄືບໜ້າຈາກ ພາກສ່ວນຕ່າງໆ ເຊັ່ນ: ວຽກງານ Green Cup ແລະ ໂຄງການ ProFEB. ພ້ອມນັ້ນ, ຍັງມີການ ແລກປ່ຽນບົດຮຽນຕົວຈິງຈາກຜູ້ ໄດ້ຮັບຜົນປະໂຫຍດໃນທ້ອງຖິ່ນ, ພ້ອມທັງຈັດເວທີສົນທະນາໃນຫົວຂໍ້ ກ່ຽວກັບນະໂຍບາຍ, ການປະສານ ງານ ແລະ ຜົນປະໂຫຍດຂອງປະຊາ ຊົນ ເພື່ອຖອດຖອນບົດຮຽນຮ່ວມ ກັນ. ປັດຈຸບັນ ສປປ ລາວ ໄດ້ເລີ່ມ ຕົ້ນປຶກສາຫາລືຢ່າງເປັນທາງການ ກັບສະຫະພາບເອີຣົບ ເພື່ອສ້າງ ຕັ້ງຄູ່ຮ່ວມມືດ້ານປ່າໄມ້ (Forest Partnership) ແບບຮອບດ້ານ, ຂອບການຮ່ວມມືນີ້ ຈະເນັ້ນການ ຍົກລະດັບການຄຸ້ມຄອງປ່າໄມ້ແບບ ຍືນຍົງ, ການແກ້ໄຂບັນຫາການ ທຳລາຍປ່າ ແລະ ຊຸກຍູ້ການສ້າງ ວຽກເຮັດງານທໍາໃຫ້ແກ່ຊຸມຊົນ ທ້ອງຖິ່ນ. ກອງປະຊຸມຍັງໄດ້ສະ ຫລຸບພາບລວມ ແລະ ກຳນົດທິດ ທາງນະໂຍບາຍຮ່ວມກັນ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດແຜນງານ TICAF ປະກົດຜົນເປັນຈິງຕາມວິ ໄສທັດ ການພັດທະນາແບບສີຂຽວ ແລະ ຍືນຍົງ. ແຜນງານການຮ່ວມມື ເພື່ອເພີ່ມ ທະວີການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ໃນຂະ ແໜງກະສິກຳ ແລະ ສິ່ງແວດລ້ອມ (TICAF) ເປັນແຜນງານໃຫຍ່ທີ່ ມີຄວາມສໍາຄັນ ໃນການສົ່ງເສີມ ການຜະລິດກະສິກຳທີ່ຍືນຍົງ, ທົນ ທານຕໍ່ສະພາບອາກາດ ແລະ ປັບ ປຸງສະພາບແວດລ້ອມທາງທຸລະ ກິດ ຊຶ່ງມີເປົ້າໝາຍແນໃສ່ການພັດ ທະນາຕ່ອງໂສ້ມູນຄ່າທີ່ຍືນຍົງ ສໍາ ລັບ ກາເຟ, ຊາ ແລະ ຜະລິດຕະພັນ ຈາກປ່າໄມ້. ພ້ອມນັ້ນ, ຍັງມຸ່ງ ເນັ້ນການສົ່ງເສີມໂພຊະນາການ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ແລະ ກຸ່ມຊາວ ກະສິກອນຂະໜາດນ້ອຍໃຫ້ດີຂຶ້ນ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ ໄລຍະປີ 2026-2040 ໃຫ້ປະກົດຜົນເປັນຈິງ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ຂໍຮຽກຮ້ອງມາຍັງທຸກພາກ ສ່ວນ, ທັງພາກລັດ, ພາກເອກະຊົນ, ຜູ້ປະກອບການ, ຜູ້ໃຊ້ບໍລິການ ແລະ ປະຊາຊົນທຸກຖ້ວນໜ້າ, ຈົ່ງຮ່ວມ ກັນສົ່ງເສີມການນຳໃຊ້ເຕັກໂນໂລຊີ ດີຈິຕອນ ດ້ວຍຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ການຫລອກລວງ ທາງອອນລາຍ ແລະ ສະໜັບສະໜູນ ການພັດທະນາທັກສະດີຈິຕອນ. ພ້ອມນັ້ນ, ຂໍໃຫ້ຮ່ວມກັນຊຸກຍູ້ນະ ວັດຕະກຳດີຈິຕອນ, ສ້າງແພລັດ ຟອມດີຈິຕອນ ທີ່ຮອງຮັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຕາມທິດ ສີຂຽວ ແລະ ຍືນຍົງ. ເພີ່ມທະວີ...ີ່ີ ຫາລືການຈັດຕັ້ງ...ືັັ້ ສ້າງຄວາມເຂັ້ມແຂງ...້ັ້ ການພົວພັນ ແລະ ແລກປ່ຽນບົດ ຮຽນກັບສາກົນ ໃຫ້ມີປະສິດທິພາບ ຂຶ້ນຕື່ມ ໂດຍສະເພາະພາສາອັງກິດ, ຄວາມຮູ້ກ່ຽວກັບການນໍາໃຊ້ປັນຍາ ປະດິດ(AI); ຊຸກຍູ້ສົ່ງເສີມການ ຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາ ຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມ ກັນໃຫ້ມີຜົນສຳເລັດເປັນຢ່າງດີ. ໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງຍິ່ງຕໍ່ການຕ້ອນຮັບຢ່າງ ອົບອຸ່ນຂອງ ທ່ານຮອງປະທານສະ ພາແຫ່ງຊາດ, ພ້ອມທັງອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ແລະ ການ ເປັນຄູ່ຮ່ວມມືຮອບດ້ານລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ນັບ ມື້ນັບໄດ້ຮັບຜົນສຳເລັດຍິ່ງໆຂຶ້ນ. ການພົວພັນຮ່ວມມືລະຫວ່າງ ສອງປະເທດລາວ ແລະ ອົດສະຕຣາ ລີ ຕະຫລອດໄລຍະ 7 ທົດສະວັດ ຜ່ານມາ (15/01/1952-ປັດຈຸ ບັນ) ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ເຫັນໄດ້ວ່າມີການຂະ ຫຍາຍຕົວໄປສູ່ທ່າກ້າວອັນດີ. ພິ ເສດ, ສອງຝ່າຍໄດ້ຍົກລະດັບການ ພົວພັນຂຶ້ນເປັນຄູ່ຮ່ວມມືຮອບ ດ້ານ ໃນປີ 2024 ຊຶ່ງເນັ້ນໃສ່ຄວາມໝັ້ນ ຄົງ, ເສດຖະກິດ ແລະ ການພັດທະ ນາຊັບພະຍາກອນມະນຸດທີ່ຍືນຍົງ. ຂ່າວ: ສພຊ ຮອງປະທານສະພາ...

ກຳລັງຂອງພວກເຮົາໄປຮອດຊຽງ ຄົງເຂດຮາກຖານການປະຕິວັດ ເກົ່ານອນຄ້າງຄືນຢູ່ທີ່ນັ້ນ, ມື້ຕໍ່ ມາກໍ່ເດີນທາງໄປຜ່ານພູຊາວ ຊຶ່ງ ເປັນໄລຍະທາງທີ່ຫຍຸ້ງຍາກທຸລະ ກັນດານ, ປ່າຕຶບດົງໜາ, ພູສູງ ຕໍ່ເນື່ອງສະລັບສັບຊ້ອນກັນ, ບໍ່ມີ ຮ່ອງຮອຍຂອງຄົນໄປຜ່ານຈັກເທື່ອ (ຜີບໍ່ທ່ອງຄົນບໍ່ທຽວ) ທຸກຄົນໄດ້ ອົດທົນພະຍາຍາມເຄື່ອນທັບຢ່າງ ລຽນຕິດເປັນເວລາ 10 ກວ່າວັນ ແລະ ໄດ້ໄປຜ່ານບ້ານປະຊາຊົນ ເກືອບ 30 ບ້ານ ລວມທັງບ້ານ ຂອງເພື່ອນບ້ານຫວຽດນາມ ທີ່ຢູ່ ຕິດຊາຍແດນລາວ-ຫວຽດນາມ. ປະຊາຊົນທຸກໆບ້ານທີ່ກອງພັນທີ 2 ເດີນທາງໄປຜ່ານນັ້ນ ລ້ວນແຕ່ຮັກ ແພງໃຫ້ການຮ່ວມມືຊ່ວຍເຫລືອ ທຸກດ້ານເປັນຕົ້ນແມ່ນສະບຽງອາ ຫານ, ຮັກສາຄວາມລັບ, ເປັນຜູ້ ພາທາງ... ຊຶ່ງມັນເປັນກຳລັງໃຈ ອັນໃຫຍ່ຫລວງ ແລະ ເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການເຄື່ອນທັບຂອງກອງພັນທີ 2. ເສັ້ນທາງເຄື່ອນທັບຂອງກອງພັນ ທີ 2 ສຸດແສນຫຍຸ້ງຍາກລຳບາກ ນາໆປະການ. ອັນພົ້ນເດັ່ນທີ່ສຸດ ແມ່ນການໄລ່ລ່າ, ການສະກັດລັດ 19/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ເຂົ້າຈານນ້ຳົ້້ (ແຫລ່ງຂໍ້ມູນ: ຂ່າວສານກະສິກຳ ່ໍູ້່ິ ແລະ ສິ່ງແວດລ້ອມ)ິ່້ dkozj k;q 'xy f]h v,0v'dv'ra omu 2 ;y ]t-q oc,j ow--totva o.spj s];'0v'de]a 'xtdv[vk;5 f xtmko 3Ij 9u j ,y ' z6 h oemu j py j '.spj 0v'dkoxt8y ;a fs;Pfok, d5 j ,dtly devy o-u 16 j ot7vos];';P'9a o ,u dko0tspkp8q ; ຂປລ. ວຽກງານການຜະລິດ ກະສິກຳສະອາດ ກໍຄື ກະສິກຳອິນຊີ ແລະ ກະສິກໍາ GAP ເປັນວຽກງານ ໜຶ່ງທີ່ສຳຄັນ ແລະ ເປັນວຽກງານທີ່ ທາງພັກ-ລັດ ໂດຍສະເພາະກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ມີນະໂຍບາຍໃຫ້ຊຸກຍູ້ສົ່ງເສີມຂະ ຫຍາຍກຳລັງການຜະລິດໃຫ້ກວ້າງ ຂວາງໃນຂອບເຂດທົ່ວປະເທດ. ເວົ້າລວມ, ເວົ້າສະເພາະໃນນະຄອນ ຫລວງວຽງຈັນ ແມ່ນໄດ້ວາງເປົ້າ ໝາຍແຕ່ນີ້ຮອດປີ 2030 ຈະຂະ ຫຍາຍເນື້ອທີ່ກະສິກຳສະອາດໃຫ້ ໄດ້ 30% ຂອງເນື້ອທີ່ການຜະລິດ ທັງໝົດ. ຂະນະທີ່ປັດຈຸບັນກໍສຸມໃສ່ ປະຕິບັດວຽກງານວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດພາຍໃນ ເພື່ອຫລຸດຜ່ອນການນຳເຂົ້າຈາກ ຕ່າງປະເທດ. ເມື່ອບໍ່ດົນມານີ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ, ໄດ້ຈັດກອງປະຊຸມຄັດ ເລືອກຄະນະບໍລິຫານງານກຸ່ມກະ ສິກຳອິນຊີ ນະຄອນຫລວງວຽງຈັນ ຊຸດທີ VI ຂຶ້ນ ໂດຍການເປັນປະ ທານຮ່ວມຂອງທ່ານ ແສງທະວີ ໂພທິລາດ ຫົວໜ້າຂະແໜງບໍລິຫານ ນວ, ທ່ານ ຂັນແກ້ວ ເມືອງວັງ ຮອງ ຫົວໜ້າຂະແໜງປູກຝັງພະແນກກະ ສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຄຳພູ ຝັນທະບູນ ປະທານກຸ່ມກະສິ ກຳອິນຊີ ນວ, ມີບັນດາແຂກທີ່ຖືກ ເຊີນ ພ້ອມດ້ວຍວິຊາການທີ່ກ່ຽວ ຂ້ອງ ແລະ ສະມາຊິກຂອງກຸ່ມກະສິ ກຳອິນຊີເຂົ້າຮ່ວມ. ທ່ານແສງທະວີໂພທິລາດຫົວໜ້າ ຂະແໜງບໍລິຫານພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນກ່າວວ່າ: ປັດຈຸບັນນະຄອນ ຫລວງວຽງຈັນ ມີກຸ່ມຜະລິດເຂົ້າ (ເນື່ອງໃນໂອກາດວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ື່ັ່ົິ້ັີິົົີ ວັນທີ 18/5/1959-18/5/2026)ັີ ໂຈມຕີຂອງທະຫານຝ່າຍວຽງຈັນ. ສະນັ້ນ ກອງພັນທີ 2 ທັງເຄື່ອນທັບ ທັງກຽມພ້ອມສູ້ຮົບກັບສັດຕູຢູ່ທຸກ ເວລາເຊັ່ນ: ວັນທີ 27/5/1959 ກອງຮ້ອຍທີ 4 ຊຶ່ງແມ່ນກອງຮ້ອຍ ເຂັ້ມແຂງຂອງກອງພັນທີ 2 ແລະ 1 ໝວດ ສຳນັກງານຂອງກອງ ປັດໃຈໄດ້ສົມທົບກັນເຕົ້າໂຮມກຳ ລັງໄຟປິນຄົກ 81 ມມ, ເດກາ 57 ມມ, ເດັດດ່ຽວສະກັດຕີສັດຕູ 2 ກອງຮ້ອຍທີ່ຂຶ້ນກັບກອງພັນໂດດ ຈ້ອງຂອງສັດຕູທີ່ດື້ດ້ານໄລ່ຕາມ. ດັບສູນກຳລັງສັດຕູຢ່າງອາດຫານ, ພວກເຮົາສາມາດເປັນເຈົ້າການເຮັດ ໃຫ້ທະຫານສັດຕູແຕກທະລາຍ ແລະ ຖອຍໄປ. ແນວໃດກໍຕາມ, ໃນໄລຍະການ ເຄື່ອນທັບ 10 ກວ່າວັນກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ. ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວໄດ້ຜ່າວົງ ປິດລ້ອມທີ່ໜາແໜ້ນຂອງສັດຕູໄປສູ່ ເຂດທີ່ໝັ້ນດ້ວຍຄວາມປອດໄພ. ການຜ່າວົງປິດລ້ອມຂອງກອງ ພັນທີ 2 ແມ່ນໄຊຊະນະອັນໃຫຍ່ ຫລວງຂອງກຳລັງປະກອບອາວຸດ ເຮົາທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນ ສໍາຄັນຂອງຊາດ, ຂອງພັກ, ຂອງ ກອງທັບເຮົາ ແລະ ເປັນບົດຮຽນ ອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ ຂອງກອງທັບ ແລະ ປະຊາຊົນເຮົາ ຍາດເອົາໄຊຊະນະໃນໄລຍະຕໍ່ມາ. ໃນເວລານັ້ນ, ຄະນະພັກ- ຄະນະ ບັນຊາ, ພະນັກງານ- ສະມາຊິກພັກ ຕະຫລອດນັກຮົບທຸກຄົນໃນກອງ ພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອ ຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງ ພວກຈັກກະພັດ ແລະ ລູກແຫລ່ງ ຕີນມືຂອງພວກເຂົາທີ່ຫວັງດັບມອດ ກໍາລັງປະຕິວັດ, ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບ ແຫ່ງຊາດນັ້ນ ພັງທະລາຍລົງ. ການ ຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມ ຈຳນົນດັ່ງກ່າວສະແດງໃຫ້ເຫັນ ເຖິງຄວາມບໍລິສຸດພຸດຜ່ອງ, ຄວາມ ຈົງຮັກພັກດີ, ຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນ ໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈ ສູ້ຮົບພິລະອາດຫານ ແລະ ມີໄຫວ ພິບຂອງກອງພັນທີ 2 ໄດ້ເປັນ ແວ່ນແຍງ, ເປັນການປຸກລະດົມ ອັນແຮງກ້າໃຫ້ແກ່ຂະບວນການ ປະຕິວັດ ເພື່ອຕີຊະນະກັບຈັກກະພັດ ອາເມລິກາ ແລະ ລູກແຫລ່ງຕີນມື. ພ້ອມດຽວກັນນັ້ນ ກໍເຮັດໃຫ້ກໍາລັງ ປະຕິວັດ, ໂດຍສະເພາະແມ່ນກໍາ ລັງປະກອບອາວຸດປະຊາຊົນນັບມື້ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມ ແຂງ. ເຮັດໃຫ້ຊື່ສຽງອິດທິພົນຂອງ ກໍາລັງຝ່າຍປະເທດລາວ (ແນວ ລາວຮັກຊາດ) ນັບມື້ພົ້ນເດັ່ນຂຶ້ນໃນ ເວທີສາກົນ. ຂປລ. ປະທານ ໂຮ່ຈີ່ມິງ ເກີດ ເມື່ອວັນທີ 19 ເດືອນ 5 ປີ 1890 ບ້ານກິນລຽນ, ຕາແສງ ຈຸ່ງຖື, ເມືອງນານດ່ານ ແຂວງເງ່ອານ, ຄອບຄົວຂອງປະທານ ໂຮ່ຈີ່ມິງ ເປັນ ຄອບຄົວຊາວນາທີ່ຮັກຊາດ. ພໍ່ຂອງ ເພິ່ນເປັນຄູສອນຮັບໃຊ້ປະເທດຊາດ ແລະ ຮັກຫອມປະຊາຊົນຜູ້ອອກ ແຮງງານ, ຄຽດຊັງລະບອບອາດ ຍາສິດເຈົ້ານາຍ ແລະ ພວກລ່າເມືອງ ຂຶ້ນຝຣັ່ງ. ເວລາຍັງນ້ອຍ ປະທານ ໂຮ່ຈີ່ມິງ ເປັນນັກຮຽນທີ່ສະຫລາດ ສະຫລຽວ, ມີຄວາມພາກພຽນໃນ ການຮໍ່າຮຽນ ແລະ ມັກຊອກຄົ້ນ ຫາຄວາມຮູ້ທ່ີໃໝ່. ນອກຈາກຮຽນ ແລ້ວເພິ່ນຍັງນັກອ່ານບົດເລື່ອງ, ບົດກາບກອນທີ່ຮັກຊາດ, ບັນດາ ບົດເລ່ືອງກ່ຽວກັບວິລະຊົນ ແລະ ບັນພະບູລຸດຜູ້ເສຍສະລະຊີວິດເພື່ອ ຊາດ. ເມື່ອອາຍຸໄດ້ 13 ປີ ເພິ່ນໄດ້ມີ ຄວາມສົນໃຈຕໍ່ຄຳຂວັນ “ເສລີພາບ, ສະເໝີພາບ, ຄວາມຮັກແພງ” ຊຶ່ງ ພາໃຫ້ເພິ່ນຢາກຮູ້ສັງຄົມຕາເວັນ ຕົກ ແລະ ປະເທດຕ່າງໆເພື່ອຊອກ ຫາແນວທາງອັນມີຜົນໃຫ້ແກ່ການ ປົດປ່ອຍປະເທດຊາດ ແລະ ປົດປ່ອຍ ພີ່ນ້ອງຮ່ວມຊາດ. ໃນປີ 1925 ປະທານ ໂຮ່ຈີ່ມິງ ໄດ້ເປັນຜູ້ລິເລີ່ມສ້າງຕັ້ງ “ສະມາຄົມ ຊາວໜຸ່ມປະຕິວັດຫວຽດນາມ” ຊຶ່ງ ເປັນຕົ້ນກຳເນີດຂອງພັກກອມມູນິດ ຫວຽດນາມ ປະທານ ໂຮ່ຈີ່ມິງ ເປັນ ຜູ້ສ້າງຕັ້ງພັກກອມມູນິດອິນດູຈີນ, ເປັນຜູ້ສ້າງຕັ້ງ “ໜ່ວຍໂຄສະນາ ປະກອບອາວຸດ” ຊຶ່ງເປັນພື້ນຖານ ໃຫ້ແກ່ການສ້າງຕັ້ງກອງທັບປະຊາ ຊົນຫວຽດນາມ, ເພິ່ນໄດ້ຖືກເລືອກ ຕັ້ງເປັນປະທານປະເທດ ແລະ ຖືກ ແຕ່ງຕັ້ງເປັນນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຄົນທຳອິດ; ເພິ່ນໄດ້ສະ ແດງຄວາມຕັດສິນໃຈຕໍ່ປະຊາຊົນ ກະສິກຳທີ່ດີ, ກຸ່ມຜະລິດເຂົ້າເປັນ ສິນຄ້າ, ກຸ່ມຜະລິດກະສິກຳທັງໝົດ ຈໍານວນ 137 ກຸ່ມ. ໃນນັ້ນ, ກຸ່ມຜະ ລິດພືດຜັກອິນຊີ 11 ກຸ່ມ, ກຸ່ມຜະລິດ ເຂົ້າອິນຊີ 10 ກຸ່ມ, ກຸ່ມຜະລິດພືດຜັກ ກະສິກຳທີ່ດີ 14 ກຸ່ມ ແລະ ກຸ່ມປູກ ເຂົ້າເປັນສິນຄ້າຕາມມາດຕະຖານ ກະສິກຳສະອາດ 4 ກຸ່ມ. ສຳລັບພືດ ຜັກອິນຊີ ມີຕະຫລາດຈຳໜ່າຍ 4 ຈຸດຂາຍ ຄື: ຢູ່ເດີ່ນຈອດລົດສູນການ ຄ້າລາວ-ໄອເຕັກ, ຕະຫລາດອິນຊີ ວຽງຈັນເຊັນເຕີ, ນາຊາຍທອງ ແລະ ຕະຫລາດລາວ, ນອກນັ້ນ ຍັງມີຮ້ານ ຂາຍຜັກອິນຊີທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ໃຫ້ກຸ່ມກະສິກຳ ອິນຊີໄດ້ນຳໃຊ້ຢູ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ. ໃນໄລ 2023 ເຖິງປັດຈຸບັນມີ ສະມາຊິກຊາວສວນ ຈາກ 6 ຕົວ ເມືອງ ໃນນະຄອນຫລວງວຽງຈັນ ແລະ ສາມາດແບ່ງອອກເປັນ 10 ກຸ່ມການຜະລິດຄື: ມີ 9 ກຸ່ມຜະລິດ ພືດຜັກ-ໝາກໄມ້ ແລະ ອີກ 1 ກຸ່ມ ແມ່ນປຸງແຕ່ງອາຫານລາວ, ໃນປີ 2025 ມີສະມາຊິກກຸ່ມອິນຊີທັງ ໝົດ 221 ຄອບຄົວ, ມີເນື້ອທີ່ການ ຜະລິດ 243,86 ເຮັກຕາ, ຜົນ ຜະລິດສະເລ່ຍໄດ້ 705,458 ກິໂລ, ສາມາດສ້າງລາຍຮັບຈາກການ ຂາຍພືດຜັກ ແລະ ໝາກໄມ້ ລວມ ມູນຄ່າ 39,6 ກວ່າຕື້ກີບ ແລະ ຂາຍ ເຄື່ອງປຸງແຕ່ງ, ເຄື່ອງຫັດຖະກຳ, ເບ້ຍໄມ້ລວມມູນຄ່າຫລາຍກວ່າ 42,1 ຕື້ກີບ. (ເນື່ອງໃນໂອກາດວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 136 ປີ, ວັນທີ 19/5/1890-19/5/2026)ື່ັີ່ີ່ິົີັີ ວ່າ: “ໜ້າທີ່ຂອງຂ້າພະເຈົ້າປຽບ ດັ່ງຜູ້ຂັດທ້າຍເຮືອ, ຕ້ອງຂັດຈັ່ງໃດ ເພື່ອພາເຮືອຂອງປະເທດຊາດຜ່ານ ຄື້ນມໍລະສຸມຢ່າງປອດໄພ ແລະ ພາ ປະຊາຊົນໄປສູ່ສັນຕິສຸກ”. ໃນທຸກ ສະພາບການເມື່ອປະເທດຊາດຕ້ອງ ຜະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ປະທານ ໂຮ່ຈີ່ມິງ ຍາມໃດກໍປະຕິບັດທັດສະ ນະການຕ່າງປະເທດຢ່າງສະເໝີ ຕົ້ນສະເໝີປາຍ “ຕ້ອງມອງກວ້າງ ເຫັນໄກ ຕ້ອງຄົ້ນຄິດຢ່າງລະອຽດ” ເພື່ອຮູ້ເຂົາຮູ້ເຮົາ, ຍາມໃດກໍເປັນ ເຈົ້າການ. ທິດນຳການຕ່າງປະເທດ ແມ່ນ “ເພີ່ມເພື່ອນມິດ, ຫລຸດຜ່ອນ ສັດຕູ”. ເມື່ອຫວນຄືນເຖິງຊີວິດ ແລະ ພາລະກໍາອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີ່ມິງ ໃນໄລຍະທີ່ປະເທດຊາດ ຕົກຢູ່ໃນການປົກຄອງຂອງພວກ ລ່າເມືອງຂຶ້ນນັ້ນ, ປະທານ ໂຮ່ຈີ່ມິງ ໄດ້ຍອມເສຍສະລະທຸກສິ່ງຢ່າງ ອອກຈາກບ້ານເກີດເມືອງນອນ ເພື່ອ ໄປຊອກຫາເສັ້ນທາງກູ້ຊາດ ໂດຍ ຊອກເຫັນລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ຢູ່ອິນດູຈີນ ຢ່າງປະ ດິດສ້າງ, ການກໍາເນີດຂອງພັກ ກອມມູນິດອິນດູຈີນ ໃນປີ 1930 ທີ່ຖືເປັນພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ໄດ້ສ້າງຂຶ້ນມາ ເພື່ອຢາກໃຫ້ມີຂະບວນການຕໍ່ສູ້ປະ ຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ ອອກຈາກອິນດູຈີນ ແລະ ປົດປ່ອຍ ປະຊາຊົນຜູ້ອອກແຮງງານທີ່ຖືກ ກົດຂີ່ຂູດຮີດ ແລະ ກໍາລັງຈົມຢູ່ໃນ ຄວາມມືດມົນຢູ່ໃນລະບອບການ ປົກຄອງເກົ່ານັ້ນ ໃຫ້ມີອິດສະລະ ພາບ, ມີເອກະລາດ, ມີຄວາມສະ ເໝີພາບ ແລະ ເປັນພົນລະເມືອງ ທີ່ເຕັມໄປດ້ວຍສັກສີຂອງສາມປະ ເທດອິນດູຈີນ ຊຶ່ງຖືເປັນຄວາມ ມຸ່ງມາດປາຖະໜາອັນສູງສົ່ງຂອງ ປະທານ ໂຮ່ຈີ່ມິງ ໂດຍມີຄໍາເວົ້າ ອະມະຕະຂອງເພິ່ນ ເວົ້້າວ່າ “ບໍ່ມີ ສິ່ງໃດປະເສີດກວ່າເອກະລາດ ແລະ ເສລີພາບ” ທີ່ນັກປະຕິວັດຫວຽດ ນາມ, ນັກປະຕິວັດລາວ ແລະ ນັກ ປະຕິວັດກໍາປູເຈຍ ໄດ້ຮ່ວມມື, ຮ່ວມ ແຮງ ແລະ ຮ່ວມໃຈເປັນຈິດໜຶ່ງ ໃຈດຽວກັນ ຕໍ່ສູ້ເພື່ອໃຫ້ໄດ້ມາເຊິ່ງ ຄວາມມຸ່ງມາດປາຖະໜາຂອງ ປະທານ ໂຮ່ຈີ່ມິງ ນັ້ນ ໄດ້ຮັບຜົນ ສໍາເລັດອັນໃຫຍ່ຫລວງ. ປະທານ ໂຮ່ຈີ່ມິງ ມີແບບແຜນ ການດໍາລົງຊີວິດແບບງ່າຍດາຍ, ຮ່ວມກັບປະຊາຊົນ ແລະ ຮ່ວມກັບ ກອງທັບ, ມີຄວາມປະຢັດ, ສັດທ່ຽງ, ຊື່ສັດບໍລິສຸດ, ເອົາຜົນປະໂຫຍດຂອງ ປະເທດຊາດ, ຂອງປະຊາຊົນຢູ່ເໜືອ ກວ່າສິ່ງໃດໆ, ເພິ່ນໄດ້ເສຍສະລະທຸກ ສິ່ງທຸກຢ່າງ ເພື່ອປະຕິບັດພາລະກິດ ຂອງປະເທດຊາດ ແລະ ໄດ້ເຮັດ ສໍາເລັດ, ນໍາເອົາຜົນສໍາເລັດອັນຍິ່ງ ໃຫຍ່ມາສູ່ປະຊາຊົນຫວຽດນາມ ແລະ ປະຊາຊົນສາມຊາດອິນດູຈີນ. ຄໍາເວົ້າອັນອະມະຕະຂອງປະທານ ໂຮ່ຈີ່ມິງ ທີ່ໄດ້ກະຕຸກຊຸກຍູ້ຈິດໃຈ ຂອງນັກຮົບປະຕິວັດ ກໍຄື ປະຊາຊົນ ຫວຽດນາມ ນັ້ນວ່າ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ອັນນີ້ໄດ້ກາຍ ເປັນຄວາມເປັນຈິງຂຶ້ນມາ, ການທີ່ ພັກກອມມູນິດຫວຽດນາມ, ປະຊາ ຊົນຫວຽດນາມ, ນັກຮົບຫວຽດນາມ ໄດ້ເຂົ້າມາຊ່ວຍເຫລືອການປະຕິວັດ ລາວ, ສະໜັບສະໜູນການປະຕິວັດ ລາວ, ຮ່ວມຄຽງບ່າຄຽງໄຫລ່ກັບ ປະຊາຊົນລາວ ແລະ ນັກຮົບລາວ ຕໍ່ສູ້ເພື່ອປົດປ່ອຍຊາດເຮົາດ້ວຍ ຄວາມເສຍສະລະ ແລະ ບໍ່ຄໍານຶງເຖິງ ຄວາມຫຍຸ້ງຍາກກັນດານໃດໆ ແລະ ການຊ່ວຍເຫລືອທີ່ທັນການ ແລະ ບໍ່ມີເງື່ອນໄຂໃດໆແມ່ນເປັນການ ຊ່ວຍເຫລືອອັນຍິ່ງໃຫຍ່, ຄວາມ ເສຍສະລະຂອງນັກຮົບຫວຽດນາມ ທີ່ເອົາເລືອດທາແຜ່ນດິນລາວເຮົາບໍ່ ຈັກວ່າເທົ່າໃດຄົນນັ້ນ ໄດ້ປະກອບ ສ່ວນສໍາຄັນເຂົ້າໃນການປະຕິວັດ ປົດປ່ອຍຊາດຂອງລາວເຮົາຕະ ຫລອດມາ ແລະ ໃນໄລຍະທີ່ພວກ ເຮົາດໍາເນີນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ນີ້ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ກໍບໍ່ໄດ້ລົດລະໃນການ ສືບຕໍ່ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃຫ້ບັນລຸບັນດາເປົ້າໝາຍ ທີ່ພວກເຮົາວາງໄວ້. ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ ມີຊື່ສຽງທີ່ເປັນຜູ້ນຳດີເລີດ, ນັກ ແນວຄິດ, ນັກວັດທະນະທຳໃຫຍ່ ເທົ່ານັ້ນ, ແຕ່ຫາກຍັງມີຊື່ສຽງເປັນ ນັກການທູດທີ່ດີເລີດເປັນຜູ້ສ້າງພື້ນ ຖານໃຫ້ແກ່ການທູດຫວຽດນາມ. ປະທານ ໂຮ່ຈີ່ມິງ ແມ່ນນັກການທູດ ທີ່ດີເລີດ ຊຶ່ງເປັນປະທານປະເທດທັງ ແມ່ນລັດຖະມົນຕີການຕ່າງປະເທດ ຄົນທຳອິດຂອງສາທາລະນະລັດ ປະຊາທິປະໄຕຫວຽດນາມ. ແມ່ນຜູ້ ໃຫ້ກຳເນີດພື້ນຖານການທູດຫວຽດ ນາມ ທັນສະໄໝ, ເພິ່ນຮຽບຮຽງ ແນວທາງການຕ່າງປະເທດໂດຍ ກົງ, ນຳພາ-ຊີ້ນຳ ແລະ ປະຕິບັດບັນ ດາການເຄື່ອນໄຫວພົວພັນຕ່າງປະ ເທດໂດຍກົງ, ນຳການທູດກາຍເປັນ ແນວຮົບປະກອບສ່ວນຢ່າງໃຫຍ່ ຫລວງເຂົ້າໃນໄຊຊະນະຂອງພາລະ ກິດປົດປ່ອຍຊາດທ້ອນໂຮມປະເທດ ຊາດເປັນເອກະພາບ. ພິເສດ, ໃນ ສິລະປະການທູດປະທານ ໂຮ່ຈີ່ມິງ ແມ່ນຮູ້ໝູນໃຊ້ “5 ສິ່ງທີ່ຕ້ອງຮູ້” ຢ່າງຄ່ອງແຄ້ວ (ຮູ້ເຂົາ, ຮູ້ເຮົາ, ຮູ້ ສະພາບການ, ຮູ້ຢຸດຕິ ແລະ ຮູ້ຫັນ ປ່ຽນ). ວິທີການທູດຂອງປະທານ ໂຮ່ຈີ່ມິງ ແມ່ນສະແດງອອກໃນ ດ້ານຄຸນສົມບັດ ແລະ ທັດສະນະ ວັດທະນະທຳຂອງເພິ່ນ, ນັ້ນແມ່ນ ການປະສານສົມທົບຢ່າງກົມກຽວ ລະຫວ່າງບັນດາຄຸນຄ່າວັດທະນະ ທຳພື້ນເມືອງ ແລະ ທັນສະໄໝຂອງ ຝ່າຍຕາເວັນຕົກ ແລະ ຝ່າຍຕາ ເວັນອອກ. ພາລະກິດປະຕິວັດຂອງ ປະທານ ໂຮ່ຈີ່ມິງ ແລະ ຄຸນງາມ ຄວາມດີຂອງເພິ່ນກວ້າງໃຫຍ່ໄພ ສານເຫລືອທີ່ຈະພັນລະນາ, ເພິ່ນ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ໃນພາລະກິດຕໍ່ສູ້ ເພື່ອເອກະລາດ ແຫ່ງຊາດ, ເພື່ອປະຊາທິປະໄຕ ແລະ ສັນຕິພາບ, ເພື່ອຄວາມກ້າວໜ້າທາງ ສັງຄົມຂອງຍຸກປັດຈຸບັນເພິ່ນແມ່ນ ອາຈານ ແລະ ຜູ້ນຳທີ່ຍິ່ງໃຫຍ່ຂອງ ການປະຕິວັດຫວຽດນາມ, ແມ່ນມະ ຫາມິດຂອງທຸກໆປະຊາຊາດທີ່ຖືກ ກົດຂີ່ ແລະ ມວນມະນຸດທີ່ກ້າວໜ້າ ໃນໂລກ.

RkJQdWJsaXNoZXIy MTc3MTYxMQ==