ທ່ານ ສີ ຈີິ້ນຜິງ ປະທານປະເທດຈີນ ພົບປະກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ

14/05/2026 22:08
ຂປລ ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະເຈ​ລະ​ຈາ​ກັບ ທ່ານ​ ໂດ​ນັນ ທ​ຣຳ, ປ​ະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສປ ຈີນ ​ທາງ​ລັດ​ຖະ​ກິດ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ ທີ່​ນະ​ຄອນຫລວງ​ປັກ​ກິ່ງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ວັນ​ທີ 14 ພຶດ​ສະ​ພາ​ນີ້, ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະເຈ​ລະ​ຈາ​ກັບ ທ່ານ​ ໂດ​ນັນ ທ​ຣຳ, ປ​ະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສປ ຈີນ ​ທາງ​ລັດ​ຖະ​ກິດ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ ທີ່​ນະ​ຄອນຫລວງ​ປັກ​ກິ່ງ. ໃນໂອກາດນີ້ ທ່ານ ​ສີ ​ຈິ້ນ​ຜິງ ໄດ້ກ່າວ​ວ່າ: ປັ​ດ​ຈຸ​ບັນ, ສະ​ພາບ​ການ​ປ່ຽນ​ແປງ​ໃຫຍ່​ຂອງ​ໂລກ ໃນ​ຮອບ​ຮ້ອຍ​ປີ​ ພວມ​ຜັນ​ແປໄວ​ຂຶ້ນ, ສະ​ຖາ​ນະ​ການ​ສາ​ກົນ ​ເຕັມ​ໄປ​ດ້ວຍ ​ການ​ປ່ຽນ​ແປງ ແລະ ຄວາມ​ວຸ້ນ​ວາຍ, ສປ ຈີນ ​ແລະ ສ.ອາ​ເມ​ລິ​ກາ ​ຈະ​ສາ​ມາດ​ກ້າວ​ຂ້າມ “ກັບ​ດັກ​​ທູ​ຊີ​ດິ​ເດັດ” ແລະ ​ສ້າງ​ຮູບ​ແບບ​ໃໝ່ ​ຂອງ​ການ​ພົວ​ພັນ​ ລະ​ຫວ່າງ​ປະ​ເທດ​ໃຫຍ່​ ໄດ້ ​ຫລື ​ບໍ່? ຈະ​ສາ​ມາດ​ຮ່ວມ​ມື​ກັນ ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ແລະ ເພີ່ມ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ໂລກ​ໄດ້ ​ຫລື ​ບໍ່? ຈະ​ສາ​ມາດ​ສຸມ​ໃສ່ ​ຜົນ​ປະ​ໂຫຍດ ​ຂອງ​ປະ​ຊາ​ຊົນ​ ສອງ​ປະ​ເທດ​ ກໍ​ຄື ອະ​ນາ​ຄົດ ແລະ ຊາ​ຕາ​ກຳ ​ຂອງມວນ​ມະ​ນຸດ ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ ​ທີ່​ດີ​ງາມ​ຂອງ​ການ​ພົວ​ພັນ​ ສອງ​ປະ​ເທ​ດ​ ໄດ້​ ຫລື ​ບໍ່? ສິ່ງເຫລົ່ານີ້ແມ່ນຄຳຖາມ ຂອງປະຫວັດສາດ, ຄຳຖາມຂອງໂລກ, ຄຳຖາມຂອງປະຊາຊົນ, ທັງເປັນ​ຄຳຕອບ ແຫ່ງຍຸກສະໄໝ ທີ່ຜູ້ນຳປະເທດໃຫຍ່ ຕ້ອງຮ່ວມກັນ​ຕອບ. ຂ້າ​ພະ​ເຈົ້າ​ ຫວັງ​ຢາກ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ນັນ ທ​ຣຳ ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ ຂອງ​ສອງ​ປະ​ເທດ ກໍ​ຄື​ຂອງ​ໂລກ, ຮ່ວມ​ກັນ​ຊີ້​ແຈ້ງ​ທິດ​ທາງ ແລະ ຂັດ​ທ້າຍ​ກຳ​ປັ່ນ​ແຫ່ງ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ໃຫ້​ດີ, ເຮັ​ດ​ໃຫ້​ປີ 2026 ກາຍ​ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ຄັ້ງ​ປະ​ຫວັດ​ສາດ ແລະ ​ເປັນ​ຂີດ​ໝາຍສຳ​ຄັນ​ ຂອງ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ ໂດຍ​ສືບ​ທອດ​​ອະ​ດີດ ແລະ ບຸກ​ເບີກ ​ອະ​ນາ​ຄົດ​ໃໝ່. ນອກຈາກນີ້ ທ່ານ ສີ​ ຈິ້ນ​ຜິງ ໄດ້ກ່າວເນັ້ນໜັກ​ວ່າ: ສປ ຈີນ ​​ມຸ່ງ​ໝັ້ນ​ທີ່​ຈະສຸມ​ກຳ​ລັງ ​ເຂົ້າ​ໃນ​ການ​ພັດ​ທະ​ນາ ​ການ​ພົວ​ພັນ ​ຈີນ-ອາ​ເມ​ລິ​ກາ ໃຫ້​ໝັ້ນ​ທ່ຽງ, ປອດ​ໃສ ແລະ​ ຍືນ​ຍົງ. ຂ້າ​ພ​ະ​ເຈົ້າ​ ເຫັນ​ດີ​ນຳ ​ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ ໂດນັນ ທ​ຣຳ ວ່າ: ຈະ​ຖື​ເອົາ​ການ​ສ້າງ “ການ​ພົວ​ພັນ​​ທາງ​ຍຸດ​ທະ​ສາດ ແລະ ​ໝັ້ນ​ທ່ຽງ​ ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິ​ກາ” ເປັນທິດ​ໃໝ່​ ຂອງ​ການ​ພົວ​ພັນຈີນ-ອາ​ເມ​ລິກາ, ເຊິ່ງ​ຈະ​ເປັນ​ທິດ​ຊີ້​ນຳ ​ທາງ​ຍຸດ​ທະ​ສາດ​ ສຳ​ລັບ ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຈີນ-ອາ​ເມ​ລິ​ກາ ໃນ 3 ປີ​ຕໍ່​ໜ້າ​ນີ້ ແລະ​ ໃນໄລ​ຍະ​ຍາວ​ນານ, ເຊື່ອ​ວ່າ, ຈະ​ໄດ້​ຮັບ​ການ​ຍິນ​ດີ ​ຕ້ອນ​ຮັບ ຈາກ​ປະ​ຊາ​ຊົນ​ ສອງ​ປະ​ເທດ ກໍ່​ຄື ປະ​ຊາ​ຄົມ​ໂລກ. “ຄວາມໝັ້ນ​ທ່ຽງ​ ທາງ​ຍຸດ​ທະ​ສາດ​ທີ່ສ້າງ​ສັນ​” ຄວນ​ແມ່ນ​ຄວາມ​ໝັ້ນ​ທ່ຽງທາງບວກ​ທີ່​ຖື​ເອົາ​ການ​ຮ່ວມ​ມື​ເປັນ​ຫຼັກ, ຄວນ​ແມ່ນ​ຄວາມ​ໝັ້ນ​ທ່ຽງ ​ທີ່​ດີ​ທີ່​ມີ​ການ​ແຂ່ງ​ຂັນ​ ໃນ​ລະ​ດັບ​ທີ່​ເໝາະ​ສົມ, ຄວນ​ແມ່ນ​ຄວາມ​ໝັ້ນ​ທ່ຽງ ​ປົກ​ກະ​ຕິ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​ຖືກ​ຄວບ​ຄຸມ​ໄດ້, ຄວນ​ແມ່ນ​ຄວາມ​ໝັ້ນ​ທ່ຽງ​ຍືນ​ຍົງ​ທີ່​ມີ​ວິ​ໄສ​ທັດ​ແຫ່ງ​ສັນ​ຕິ​ພາບ, “ການ​ພົວ​ພັນ​ໝັ້ນ​ທ່ຽງ​ ທາງ​ຍຸດ​ທະ​ສາດ​ ທີ່​ສ້າງ​ສັນ​ລະ​ຫວ່າງ ສປ ຈີນ-ສ.ອາ​ເມ​ລິ​ກາ” ບໍ່​ແມ່ນ​ເປັນ​ພຽງຄຳ​ຂວັນ​ທໍ່​ນັ້ນ, ຫາກ​ແມ່ນ​ການ​ກະ​ທຳ​ ທີ່​ກ້າວ​ໄປ​ຂ້າງ​ໜ້າ​​ ຮ່ວມກັນ. ທ່ານ ສີ​ຈິ້ນ​ຜິງ ຊີ້​ອອກວ່າ: ທາດ​ແທ້​ຂອງ​ການ​ພົວ​ພັນ ​ດ້ານ​ເສດ​ຖະ​ກິດ​ ການ​ຄ້າ ​ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ ແມ່ນ​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍດ, ເມື່ອ​ປະ​ເຊີນ​ໜ້າ​ກັບ​​ ຄວາມ​ເຫັນ ​ທີ່​ແຕກ​ຕ່າງ​ກັນ ແລະ ຂໍ້​ຂັດ​ແຍ້ງ, ການ​ປຶກ​ສາ​ຫາ​ລື​ ຢ່າງສະ​ເໝີ​ພາບ ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ ​ພຽງ​ທາງ​ດຽວ. ມື້​​ວານ​ນີ້, ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ ​ຂອງ​ສອງ​ຝ່າຍ ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ຕັ້ງ​ໜ້າ ແລະ ມີ​ຄວາມ​​ສົມດຸນໂດຍ​ລວມ, ສິ່ງ​ນີ້​ແມ່ນ​ຂ່າວ​ດີ​ຕໍ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ​ຄື​ຕໍ່​ໂລກ. ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ຮັກ​ສາ​ທ່າ​ອ່ຽງ​ທີ່​ດີ​ທີ່ບໍ່​ງ່າຍ​ກ່ອນ​ຈະ​ໄດ້​ມາ​ໃນ​ປັດ​ຈຸ​ບັນ. ຈີນ​ຈະ​ເປີດ​ປະ​ຕູ​ສູ່​ພາຍນອກ​ ໃຫ້​ນັບ​ມື້ ​ນັບ​ກວ້າງ​ຂວາງ ກວ່າ​ເກົ່າ, ວິສາ​ຫະ​ກິດ​ອາ​ເມ​ລິ​ກາ​ ພວມມີ​ສ່ວນ​ຮ່ວມ ​ເຂົ້າ​ໃນ​ການ​ປະ​ຕິ​ຮູບ​​ ແລະ ເປີດ​ປະ​ຕູ​ສູ່​ ພາຍນອກ​ຂອງ​ ສປ ຈີນ ​ຢ່າງ​ເລິກ​ເຊິ່ງ, ສປ ຈີນ ​ຍິນ​ດີ​ຕ້ອນ​ຮັບ ສ.​ອາ​ເມ​ລິ​ກາ ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື​ ທີ່​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ກັບ ສປ ຈີນ. ທ່ານ ສີ​ ຈິ້ນ​ຜິງ ຊີ້​ອອກວ່າ: ສອງ​ຝ່າຍ​ ຄວນ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ ​ອັນ​ສຳ​ຄັນ ​ຂອງ​ພວກ​ເຮົາ, ນຳ​ໃຊ້​​ຮູບ​ການ​ທູ​ດແບບ ​​ທາງການ​ເມືອງ ແລະ​ ຊ່ອງ​ທາງ​​ການແລກ​ປ່ຽນ ​ລະ​ຫວ່າງ ​ສອງກອງ​ທັບ​ ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ເປີດກວ້າງ​ການ​ແລກ​ປ່ຽນ ​ແລະ​ ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ສາທາ​ລະ​ນະ​ສຸກ, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ປະ​ຕິ​ບັດ​ກົດ​ໝາຍ ​ແລະ ​ອື່ນໆ. ຂະນະດຽວກັນ ທ່ານ​ ສີ​ຈິ້ນ​ຜິງ ເນັ້ນ​ໜັກຕື່ມ​ວ່າ: ບັນ​ຫາ​ໄຕ້​ຫວັນ​ ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ ​ໃນ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ. ຖ້າ​ແກ້​ໄຂ​ໃຫ້​ດີ​ແລ້ວ, ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ ​ຈະ​ສາ​ມາດ​ຮັກ​ສາ​ ຄວາມ​ໝັ້ນ​ທ່ຽງ​ ໂດຍ​ລວມ. ຖ້າ​ແກ້​ໄຂ​ບໍ່​ດີ, ສອງ​ປະ​ເທດ​ ກໍ່​ຈະ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ ​ຫລື ​ແມ່ນ​ແຕ່​ການ​ປະ​ທະ​ກັ​ນ, ຈະ​​ເຮັດ​ໃຫ້​ການ​ພົວ​ພັນ​ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ ຕົກ​ຢູ່​ໃນ​ສະ​ພາບ​ການ​ ທີ່​ອັນ​ຕະ​ລາຍ​ທີ່​ສຸດ. “​ການ​ແບ່ງ​ແຍກ​ ໄຕ້​ຫວັນ ​ເປັນ​ເອ​ກະ​ລາດ” ຈະ​ທຳ​ລາຍ​ສັນ​ຕິ​ພາບ​ ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ, ການ​ຮັກ​ສາ​ສັນ​ຕິ​ພາບ ​ແລະ​ ສະ​ຖຽນ​ລະ​ພາບ​ ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ ແມ່ນ​ພື້ນ​ຖານ​ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ຝ່າຍ, ສ.ອາ​ເມ​ລິ​ກາ​ ຄວນ​ປະ​ຕິ​ບັດ ​ຕໍ່​ບັນ​ຫາ​ໄຕ້​ຫວັນ ​ດ້ວ​ຍ​ຄວາມ​ລະ​ມັດ​ລະ​ວັງ​ ຫລາຍ​ທີ່​ສຸດ.​ ສ່ວນ ທ່ານ ໂດ​ນັນ ທ​ຣຳ ກ່າວ​ວ່າ: ຂ້າ​ພະ​ເຈົ້າ ​ຮູ້​ສຶກ​ເປັນ​ກຽດ​ທີ່​ສຸດ ​ທີ່​ໄດ້​ມາ​ຢ້ຽມ​ຢາມ​ ສປ ຈີນ ​ທາງ​ລັດ​ຖະ​ກິດ. ການ​ພົວ​ພັນ​ ອາ​ເມ​ລິ​ກາ-ຈີນ ​ດີ​ຫລາຍ, ຂ້າ​ພະ​ເຈົ້າ​ ໄດ້​​ຮ່ວມ​ກັບ​ ທ່ານ ສີ ​ຈິ້ນ​ຜິງ ສ້າງ​ການ​ພົວ​ພັນ ລະ​ຫວ່າງ ​ປະ​ມຸກ​ລັດ​ອາ​ເມ​ລິ​ກາ-ຈີນ ​ທີ່​ຍາວ​ນານ​ທີ່​ສຸດ ​ແລະ ​ດີ​ງາມ​​ທີ່​ສຸດ ​ໃນ​ປະ​ຫວັດ​ສາດ, ໂດຍ​ໄດ້​ຮັກ​ສາ​ ການ​ແລກ​ປ່ຽນ​ທີ່​ດີ, ໄດ້​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ຫລາຍ​ຢ່າງ. ທ່ານ ປະ​ທານ ສີ ​ຈິ້ນ​ຜິງ ເປັນ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່, ສປ ຈີນ ​ແມ່ນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່, ຂ້າ​ພະ​ເຈົ້າ ເຄົາ​ລົບ​ນັບ​ຖື​ທ່ານ​ປະ​ທານ ສີ ​ຈິ້ນ​ຜິງ ກໍ່​ຄື​ປະ​ຊາ​ຊົນ​ຈີນ. ການ​ພົບ​ປະ​ທີ່​ຈັດ​ຂຶ້ນ​ ໃນ​ມື້​ນີ້ ​ແມ່ນ​ການ​ພົບ​ປະ​ ອັນ​ສຳ​ຄັນ​ທີ່​ປະ​ຈັກ​ຕາ​ທົ່ວ​ໂລກ. ຂ້າ​ພ​ະ​ເຈົ້າ ຍິນ​ດີ​ຮ່ວມ​ກັນ​ກັບ ທ່ານປະ​ທານ ສີ​ຈິ້ນ​ຜິງ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ, ສ້າງ​ການ​ພົວ​ພັນ​ ອາ​ເມ​ລິ​ກາ-ຈີນ ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ ຂອງ​ສອງ​ປະ​ເທດ. ສ.ອາ​ເມ​ລິກາ​ ແລະ ສປ ​ຈີນ​ ແມ່ນ​ປະ​ເທດ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ, ການ​ຮ່ວມ​ມື​​ ລະ​ຫວ່າງ ສ.ອາ​ເມ​ລິ​ກາ-ສປ ຈີນ ສາ​ມາດ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ​ ສິ່ງ​ທີ່ດີ ຫລາຍ​ຢ່າງ ໃຫ້​ທັງ​ສອງ​ປະ​ເທດ ກໍ່​ຄື​ໃຫ້​ໂລກ. ການ​ມາ​ຢ້ຽມ​ຢາມ​ເທື່ອ​ນີ້, ຂ້າ​ພະ​ເຈົ້າ​ ໄດ້​ນຳ​ພາ​ຜູ້​ແທນ​ທີ່​ດີ​ເດັ່ນ​ ໃນ​ວົງ​ການ​ ອຸດ​ສາ​ຫະ​ກຳ​ ການ​ຄ້າ​ຂອງ​ ສ.ອາ​ເມ​ລິ​ກາ, ເຂົາ​ເຈົ້າ ​ລ້ວນ​ແຕ່​ເຄົາ​ລົບ​ນັບ​ຖື ແລະ​ ໃຫ້​ຄວາມ​ສຳ​ຄັນ​ຕໍ່​ ສປ ຈີນ, ຂ້າ​ພ​ະ​ເຈົ້າ​ ຕັ້ງ​ໜ້າ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ ເປີດກວ້າງ​ ການ​ຮ່ວມ​ມື​ກັບ​ ສປ ຈີນ. ຈາກນັ້ນ ປາ​ມຸກ​ລັດ​ ທັງ​ສອງ​ປະ​ເທດ ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ ກ່ຽວ​ກັບ​ບັນ​ຫາ​ສາ​ກົນ ​ແລະ​ ພາກ​ພື້ນ​​ ທີ່​ສຳ​ຄັນ​​ຕ່າງໆເຊັ່ນ: ສະ​ຖາ​ນະ​ການ​ ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ວິ​ກິດ​ການ ​ອູ​ແກ​ຣນ, ແຫລມ​ເກົາ​ຫລີ ແລະ ​ອື່ນໆ. ​ພ້ອມ​ນີ້, ຍັງ​ໄດ້​ເປັນເອ​ກະ​ສັນ​ກັນ​​ວ່າ ຈະ​ສະ​ໜັບ​ສະ​ໜູນ ​ເຊິ່ງ​ກັນ ​ແລະ ​ກັນ ເພື່ອ​ຈັດ​ກອງ​ປະ​ຊຸມ ​ບໍ່​ເປັນ​ທາງ​ການ​ ຂອງ​ຜູ້​ນຳ ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ ອາ​ຊີ​ ປາ​ຊີ​ຟິກ​ ແລະ ກອງ​ປະ​ຊຸມ​ ສຸດຍອດ​ກຸ່ມ 20 ປະ​ເທດໃນ​ປີ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top