ອັດຕະປື ມີແຜນຈະປູກເບ້ຍໄມ້ ແລະ ຟື້ນຟູປ່າ ໃຫ້ໄດ້ 8.800 ກວ່າເຮັກຕາ

14/05/2026 13:45
ຂປລ ຂປລ. ໃນປີ 2026 ນີ້ ແຂວງອັດຕະປື ມີ​ແຜນ​ການຈະປູກເບ້ຍໄມ້ ແລະ ຟື້ນຟູປ່າໃຫ້ໄດ້ 8.830 ເຮັກຕາ ໃນນີ້, ຟື້ນຟູໃນສາມປະເພດປ່າ ແລະ​ ນອກສາມປະເພດປ່າ ໃຫ້ໄດ້ 8.200 ເຮັກຕາ ແລະ ສົ່ງເສີມການປູກປ່າ 630 ເຮັກຕາ, ຄຸ້ມຄອງຈັດສັນປ່າໄມ້ບ້ານ ໃຫ້ໄດ້ 3 ບ້ານ, ຂຶ້ນທະບຽນສວນປູກ ໃຫ້ໄດ້ 1.000 ເຮັກຕາ​ ແລະ​ ຜະລິດເບ້ຍໄມ້ໃຫ້ໄດ້ 250.400 ເບ້ຍ.

ຂປລ. ໃນປີ 2026 ນີ້ ແຂວງອັດຕະປື ມີ​ແຜນ​ການຈະປູກເບ້ຍໄມ້ ແລະ ຟື້ນຟູປ່າໃຫ້ໄດ້ 8.830 ເຮັກຕາ ໃນນີ້, ຟື້ນຟູໃນສາມປະເພດປ່າ ແລະ​ ນອກສາມປະເພດປ່າ ໃຫ້ໄດ້ 8.200 ເຮັກຕາ ແລະ ສົ່ງເສີມການປູກປ່າ 630 ເຮັກຕາ, ຄຸ້ມຄອງຈັດສັນປ່າໄມ້ບ້ານ ໃຫ້ໄດ້ 3 ບ້ານ, ຂຶ້ນທະບຽນສວນປູກ ໃຫ້ໄດ້ 1.000 ເຮັກຕາ​ ແລະ​ ຜະລິດເບ້ຍໄມ້ໃຫ້ໄດ້ 250.400 ເບ້ຍ.

 ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະ​ຕິບັດກ່ຽວກັບການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ບັນລຸຕາມຕົວເລກ ແຜນ​ການປະຈໍາປີ 2026 ແລະ ເພື່ອເຮັດໃຫ້ການກະກຽມການປູກໄມ້ ແລະ ຟື້ນຟູປ່າໄມ້ ໃນວັນປູກຕົ້ນໄມ້ແຫ່ງ​ຊາດ 1 ມິຖຸນາ 2026 ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ປະສົບຜົນສໍາເລັດ, ຕິດພັນກັບການປູກຈິດສໍານຶກໃຫ້ ພະນັກງານ​-ລັດຖະກອນ, ກຳລັງປະກອບອາວຸດ​, ເຍົາວະຊົນ, ອະນຸຊົນຮຸ່ນຫລັງ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງປ່າໄມ້ ຕໍ່ການດຳລົງຊີວິດ ແລະ ພົວພັນເຖິງການປ່ຽນແປງດິນຟ້າອາກາດໃນປັດຈຸບັນ, ເມື່ອບໍ່ດົນມານີ້, ປະທານຄະ​ນະກຳມະການປົກຄອງແຂວງອັດຕະປື ໄດ້ອອກແຈ້ງການ ເລກທີ 408/ປຄປຂ, ລົງວັນທີ 29 ເມສາ 2026, ໂດຍເນື້ອໃນສໍາຄັນຂອງແຈ້ງການໄດ້ລະບຸໄວ້ວ່າ: ມອບໃຫ້ບັນດາພະແນກການ, ອົງການທຽບເທົ່າພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ ແລະ ບັນດາເມືອງ 5 ຕົວເມືອງ ຈັດ​ຕັ້ງປະຕິບັດ ຄື: ກະກຽມດ້ານສະ​ຖານທີ່, ເນື້ອທີ່, ເບ້ຍໄມ້ ແລະ ຊະ​ນິດພັນໄມ້ ເພື່ອຈັດຕັ້ງປະຕິບັດ ສ້າງຂະບວນການປູກໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026, ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວ​ກັບການປູກໄມ້ ແລະ ຟື້ນຟູປ່າໄມ້ ຜ່ານທາງວິທະຍຸ ແລະ ສື່ຕ່າງໆ, ການຕິດຕັ້ງປ້າຍຄໍາຂວັນ, ການປູກຈິດສໍານຶກ ຕາມຕາແສງກໍຄືຊຸມຊົນບ້ານ, ໂຮງຮຽນຕ່າງໆ ແລະ ຕາມເສັ້ນທາງພາຍໃນເທສະບານຂອງແຂວງ ແລະ ເມືອງ, ການກຳນົດສະຖານທີ່, ເນື້ອທີ່ປູກ ຕ້ອງໃຫ້ສຳເລັດກ່ອນວັນທີ 25 ພຶດສະພາ 2026, ການຂຸດຂຸມ ແລະ ການໃສ່ຝຸ່ນລົງຂຸມ ຕ້ອງໃຫ້ສໍາເລັດກ່ອນວັນທີ 30 ພຶດສະພາ 2026, ຈັດຕັ້ງພິທີປູກຕົ້ນໄມ້ຢ່າງເປັນທາງການ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຕາມແຕ່ລະສະຖານທີ່ຂອງແຕ່ລະເມືອງ ທີ່ໄດ້ກຳນົດໄວ້, ມອບ​ໃຫ້ພະແນກກະສິກຳ ແລະ ສິ່ງແວດ​ລ້ອມແຂວງ ສົມທົບກັນກັບ ຫ້ອງ​ການກະສິກຳ ແລະ ສິ່ງແວດລ້ອມເມືອງ 5 ເມືອງ ເປັນໃຈກາງປະສານງານກັບຂະແໜງການ ແລະ ຜູ້ປະ​ກອບການທຸລະກິດຕ່າງໆ ເພື່ອສັງ​ລວມຂໍ້ມູນຈໍານວນເບ້ຍໄມ້ ເພື່ອສະ​ໜອງໃຫ້ແກ່ການປູກໄມ້ ໃນປີ 2026 ໃຫ້ພຽງພໍ, ເກັບກຳຂໍ້ມູນການຜະລິດເບ້ຍໄມ້, ສະຖານທີ່, ເນື້ອທີ່ຈະປູກໄມ້ ໂດຍແຍກໃຫ້ລະອຽດຂອງພາກລັດ, ປະຊາຊົນ, ເອກະຊົນ ກໍຄືບັນດາບໍລິສັດ ທີ່ລົງທຶນໃນການຜະລິດເບ້ຍໄມ້ ແລະ ປູກດ້ວຍທຶນຂອງຕົນເອງ. ນອກຈາກຂະບວນ​ການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດແລ້ວ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດ ການປູກໄມ້ໃນວັນອື່ນໆ ທີ່ເຫັນວ່າມີຄວາມພ້ອມຂອງແຕ່ລະພາກສ່ວນ ໃຫ້ທ່ວງທັນກັບລະດູການຈົນກວ່າສໍາເລັດ ຕາມແຜນ​ການປູກຕົ້ນໄມ້ປະຈຳປີ ມີຈຳນວນ 630 ເຮັກຕາ, ທີ່ໄດ້ກຳນົດໄວ້ ຊ້າສຸດບໍ່ໃຫ້ກາຍທ້າຍເດືອນສິງຫາ 2026, ພ້ອມທັງຄົ້ນຄວ້າຜົນງານຂອງບຸກ​ຄົນ, ຄອບຄົວ, ລວມໝູ່ ແລະ ການຈັດຕັ້ງທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ທຶນຮອນເຂົ້າໃນການຄຸ້ມຄອງ ແລະ ບົວລະບັດຮັກສາປ່າປູກ ແລະ ຟື້ນຟູປ່າ ເພື່ອນໍາສະເໜີຂັ້ນເທິງພິ​ຈາລະນາຍ້ອງຍໍ ດ້ວຍກຽດຕິຄຸນ, ວັດ​ຖຸພັນ ແລະ ອື່ນໆ ຕາມຄວາມເໝາະ​ສົມ, ມອບໃຫ້ປະທານຄະນະກຳມະ​ການປົກຄອງເມືອງ 5 ຕົວເມືອງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ນໍາພາສ້າງຂະ​ບວນການຕ່າງໆຢ່າງຕໍ່ເນື່ອງ ໃນການປູກເສີມ ຫລື ເຮັດການຟື້ນຟູແບບທຳມະຊາດ ໃນສາມປະເພດປ່າ ແລະ ນອກສາມປະເພດປ່າ ທີ່ເຫັນວ່າມີຄວາມເໝາະສົມໃນຂອບ​ເຂດເມືອງຂອງຕົນ ເພື່ອແນໃສ່ເພີ່ມອັດຕາການປົກຫຸ້ມປ່າໄມ້ ໃຫ້ໄດ້ຕາມຄາດໝາຍ.

ພ້ອມນີ້, ກໍໃຫ້ຂະແໜງການອ້ອມຂ້າງແຂວງ, ຜູ້ປະກອບການທຸລະ​ກິດ ແລະ ປະຊາຊົນທົ່ວແຂວງ, ສືບຕໍ່ເອົາໃຈໃສ່ການບົວລະບັດຮັກສາຕົ້ນໄມ້ ໃຫ້ມີການເຕີບໂຕ, ເຮັດໃຫ້ອັດຕາການຕາຍມີໜ້ອຍທີ່ສຸດ. ສໍາລັບຕົ້ນໄມ້ທີ່ປູກໃນປີຜ່ານມາ ກໍໃຫ້ສືບຕໍ່ບົວລະບັດຮັກສາ ໃຫ້ຈະເລີນເຕີບໂຕ ແລະ ງອກງາມເຊັ່ນດຽວ​ກັນ, ໃນກໍລະນີເຫັນຕົ້ນໄມ້ທີ່ປູກແລ້ວຕາຍ ກໍໃຫ້ປູກທົດແທນຄືນຕາມຫລັກວິຊາການທີ່ໄດ້ກຳນົດໄວ້, ໃຫ້ພະແນກກະສິກຳ ແລະ ສິ່ງແວດ​ລ້ອມແຂວງ ປະສານສົມທົບກັບ ພະ​ແນກສຶກສາທິການ ແລະ ກິລາແຂວງ ຊຸກຍູ້ລະດົມບັນດາໂຮງຮຽນ ເປັນຕົ້ນ ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍ, ໂຮງຮຽນວິຊາຊີບ ທາງພາກລັດ ແລະ ເອກະຊົນ, ບັນ​ດາອົງການຈັດຕັ້ງ ພັກ-ລັດ, ການຈັດຕັ້ງ ສັງຄົມອື່ນໆອ້ອມຂ້າງແຂວງ ສ້າງຂະບວນການກິດຈະກຳຕ່າງໆ ແລະ ຄົນສີຂຽວ ກ່ຽວກັບການປູກຕົ້ນໄມ້ ແນໃສ່ປູກຈິດສໍານຶກໃຫ້ເຍົາ​ວະຊົນ, ອະນຸຊົນຮຸ່ນຫລັງ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງປ່າ ໄມ້, ການປູກໄມ້ຟື້ນຟູປ່າ ເພື່ອອະ​ນາຄົດ, ຄືນສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມ ດ້ວຍການຖາມ-ຕອບ ຫລື ວິທີການອື່ນໆ ຕາມຄວາມເໝາະ​ສົມຕົວຈິງ, ມອບໃຫ້ພະແນກກະ​ສິກຳ ແລະ ສິ່ງແວດລ້ອມແຂວງ ເປັນໃຈກາງໃນການຕິດຕາມ, ກວດກາ, ຊຸກຍູ້ການ ຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ, ສັງລວມລາຍງານຄວາມຄືບໜ້າຂອງການຈັດຕັ້ງປະ​ຕິບັດ ໃຫ້ຂັ້ນເທິງຊາບໃນແຕ່ລະໄລຍະ.

ໂດຍ:  ພອນປະເສີດ

KPL

ຂ່າວອື່ນໆ

    • ຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ສັງຄົມໃຫ້ການຕອບຮັບເປັນຢ່າງດີບົດ-ສາລະຄະດີ

      ຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ສັງຄົມໃຫ້ການຕອບຮັບເປັນຢ່າງດີ

      5/14/2026 1:54:20 PM

      ຂປລ. ຜະລິດຕະພັນຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ເປັນອີກຜະລິດຕະພັນໜຶ່ງທີ່ສັງຄົມໃຫ້ຄວາມໄວ້ວາງໃຈເນື່ຶອງຈາກວ່າ ຜະລິດພັນມີຄຸນນະພາບດີ ຫລາຍຄົນກິນແລ້ວເຫັນຜົນ, ອີກຢ່າງໜຶ່ງ ກໍມີຫລາຍຜະລິະຕະພັນໃຫ້ເລືອກໃຊ້ເປັນຕົ້ນ ນໍ້າມັນເອັນຍືດຊ່ວຍນວດເສັ້ນ, ອາຫານເສີມເພື່ອສຸຂະພາບ, ນໍ້າຢາສະໜຸນໄພລ້າງຊ່ອງຄອດ, ສະເປ່ສີດນໍ້າມັນຫວ້ານລືສີ, ຢາສະຜົມ, ນໍ້າມັນຂຽວ ແລະ ອື່ນໆ

    • ຢາພື້ນເມືອງ ປົວຮິດສີດວງມີຫຍັງແດ່?ບົດ-ສາລະຄະດີ

      ຢາພື້ນເມືອງ ປົວຮິດສີດວງມີຫຍັງແດ່?

      5/14/2026 1:49:53 PM

      ຂປລ. ເມື່ອເວົ້າເຖິງ ພະຍາດຮິດສີດວງ ເຊື່ອວ່າຫລາຍທ່ານກໍອາດຈະເຄີຍມີປະສົບການ ການເປັນພະຍາດຮິດສີດວງທະວານໜັກກັນມາແລ້ວ ແລະ ເປັນພະຍາດທີ່ພົບເຫັນຫລາຍ ໂດຍມີສາເຫດມາຈາກຫລາຍປັດໄຈ, ເມື່ອເປັນພະຍາດນີ້ແລ້ວ ກໍຈະເພີ່ມຄວາມຍາກໃນການດໍາລົງຊີວິດປະຈໍາວັນໃນແຕ່ລະວັ້ນ.

    • ວິທີລ້ຽງອ່ຽນໃນໜອງດິນບົດ-ສາລະຄະດີ

      ວິທີລ້ຽງອ່ຽນໃນໜອງດິນ

      5/14/2026 1:46:40 PM

      ຂປລ. ການລ້ຽງອ່ຽນໃນໜອງດິນ ແມ່ນວິທີການແບບທຳມະຊາດ ທີ່ຊ່ວຍໃຫ້ອ່ຽບເຕີບໂຕໄດ້ດີ, ຕົ້ນທຶນຕຳ່. ການລ້ຽງໃນໜອງດິນອ່ຽນອາດສູນຫາຍໄປປະມານ 20%, ແຕ່ກໍ່ສະດວກສຳລັບຜູ້ທີ່ມີບັນຫາເລື່ອງການສ້າງອ່າງ ແລະ ວິທີນີ້ກໍເປັນວິທີທີ່ງ່າຍເໝາະສຳລັບປະຊາຊົນທີ່ຢູ່ໃກ້ແຫລ່ງນໍ້າ

    • ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີບົດ-ສາລະຄະດີ

      ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ

      5/14/2026 1:43:17 PM

      ຂປລ. ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 67 ປີ (18/5/ 1959-18/5/2026) ໜັງສືພິມປະເທດລາວ ຂໍນຳສະເໜີມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວ

    • ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2ບົດ-ສາລະຄະດີ

      ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2

      5/14/2026 9:22:35 AM

      ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສຳຫລວດການນຳພາຂອງຄະນະພັກສະໄໝທີ V ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2 ຂອງອົງຄະນະພັກ ຄອສພ ໃນວັນທີ 13 ພຶດສະພາ 2026.

ads
ads

Top