ສສ ຫວຽດນາມ-ອິນເດຍ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ

08/05/2026 14:47
Email Print 791
ຂປລ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ກອມມູນິດ ຫວຽດ​ນ​າມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ ທີ່​ເວ​ທີ​ປາ​ໄສ​ນະ​ວັດ​ຕະ​ກຳ ຫວຽດ​ນາມ-ອິນ​ເດຍ ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື ​ພັດ​ທະ​ນາ​ ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ ​ດີ​ຈີ​ຕອນ”

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມນີ້,  ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ກອມມູນິດ ຫວຽດ​ນ​າມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ ທີ່​ເວ​ທີ​ປາ​ໄສ​ນະ​ວັດ​ຕະ​ກຳ ຫວຽດ​ນາມ-ອິນ​ເດຍ ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື ​ພັດ​ທະ​ນາ​ ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ ​ດີ​ຈີ​ຕອນ”.ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້ ເວ​ທີ​ປາ​ໄສ​ ສຸ​ມ​ໃສ່​ແລກ​ປ່ຽນ ແລະ ຊຸກ​ຍູ້ການ​ກຳ​ນົດ​ທິດ​ ຈຸດ​ສຸມ 5 ປະ​ການ, ໃນ​ນັ້ນ​ກຳ​ນົດ​ແຈ້ງ ​ບັນ​ດາ​ຂົງ​ເຂດ​ ໃຫ້​ບຸ​ລິ​ມະ​ສິດ​ຮ່ວມ​ມື, ສຸມ​ໃສ່​ບັນ​ດາ​ຂົງ​ເຂດ ​ເຕັກ​ໂນ​ໂລ​ຊີ ​ຍຸດ​ທະ​ສາດ ​ກຳ​ນົດ​ທິດ ໃນ​ສະ​ຕະ​ວັດ​ທີ 21, ລວມ​ມີ​ ປັນ​ຍາ​ປະ​ດິດ, ເຕັກ​ໂນ​ໂລ​ຊີ, ພະ​ລັງ​ງານ​ສະ​ອາດ. ສ້າງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ຜ່ານ​ບັນ​ດາ​ໂຄງ​ການ​ ມີ​ຂອບ​ຂ​ະ​ໜາດ​ໃຫຍ່ ແລະ ກົນ​ໄກ​ຮ່ວມ​ມື ​ໃນ​ໄລ​ຍະ​ຍາວ, ໃນ​ນັ້ນ​, ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ມື ​ດີ​ຈີ​ຕອນ ຫວຽດ​ນາມ-ອິນ​ເດຍ. ຍູ້​ແຮງ​ຮູບ​ແບບ “ພ້ອມ​ກັນ​ຄົ້ນ​ຄວ້າ, ພ້ອມ​ກັນ​ພັດ​ທະ​ນາ, ພ້ອມ​ກັນ​ຜະ​ລິດ”, ມຸ່ງ​ໄປ​ເຖິງ​ ການ​ຜະ​ລິດ​ອອກ​ ບັນ​ດາ​ຜະ​ລິດ​ຕະ​ພັນ ​​ເຕັກ​ໂນ​ໂລ​ຊີ ຖື​ເຄື່ອງ​ໝາຍ​ກາ​ນ​ຄ້າ​ລວມ, ມີ​ຄວາມ​ສາ​ມາດ ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ ​ທົ່​ວ​ໂລກ ​ຢ່າງ​ເລິກ​ເຊິ່ງ”. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມນີ້, ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ ນາງ Kusum Jain, ປະ​ທານ​ສະ​ພາ​ຄົມ​ມິດ​ຕະ​ພາບ ອິນ​ເດຍ-ຫວຽດ​ນາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top