ອິນໂດເນເຊຍ ເລັ່ງຫລຸດການໃຊ້ເຊື້ອໄຟ ສົ່ງເສີມການໃຊ້ພະລັງງານໄຟຟ້າ

14/05/2026 14:45
ຂປລ ທ່ານ ປູຣບາຢາ ຢູດີ ຊາເດວາ ລັດຖະມົນຕີ ກະຊວງ ການເງິນຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ພວມຍົກລະດັບ ມາດຕະການ ຫລຸດການໃຊ້ ເຊື້ອໄຟ ແລະ ສຳຫລວດການປ່ຽນຜ່ານ ຈາກເຊື້ອໄຟຟໍສຊີລ ໄປສູ່ ພະລັງງານໄຟຟ້າ

ຂປລ. ສຳນັກຂ່າວຊິນຮວາ, ເມື່ອບໍ່ດົນມານິ້, ທ່ານ ປູຣບາຢາ ຢູດີ ຊາເດວາ ລັດຖະມົນຕີ ກະຊວງ ການເງິນຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ພວມຍົກລະດັບ ມາດຕະການ ຫລຸດການໃຊ້ ເຊື້ອໄຟ ແລະ ສຳຫລວດການປ່ຽນຜ່ານ ຈາກເຊື້ອໄຟຟໍສຊີລ ໄປສູ່ ພະລັງງານໄຟຟ້າ, ເພື່ອຫລຸດການເພີ່ງພາ ເຊື້ອໄຟນໍາເຂົ້າ ແລະ ໃຊ້ປະໂຫຍດ ຈາກໄຟຟ້າ ສ່ວນເກີນ ທີ່ ຜະລິດ ພາຍໃນປະເທດ. ກ່ອນໜ້ານີ້ ທ່ານ ປູຣບາຢາ ຢູດີ ຊາເດວາ ລະບຸວ່າ: ອິນໂດເນເຊຍ ຈະດຳເນີນ ມາດຕະການດັ່ງກ່າວ ເພື່ອ ດຶງດູດໃຈ ດ້ານຍານພາຫະນະ ໄຟຟ້າ ຕັ້ງແຕ່ເດືອນມິຖຸນາ, ເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ຫລຸດການໃຊ້ ເຊື້ອໄຟ, ໃນຂະນະທີ່ ຄວາມຂັດແຍ່ງ ໃນເຂດຕາເວັນອອກກາງ ທີ່ ຍັງບໍ່ສິ້ນສຸດ ສົ່ງຜົນໃຫ້ ລາຄາ ນໍ້າມັນ ໂລກ ເພີ່ມຂຶ້ນຢ່າງຕໍ່ເນື່ອງ./

KPL

ຂ່າວອື່ນໆ

ads
ads

Top