ໄທ-ກຳປູເຈຍ ຈະພົບປະກັນໃນໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ48

08/05/2026 14:47
Email Print 754
ຂປລ ທ່ານ ​ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ໄດ້​ກ່າວ ​ໃນ​ເວ​ລາ​ໃຫ້​ສຳ​ພາດ ​ຕໍ່​ນັກ​ຂ່າວ​ວ່າ: ຈະ​ພົບ​ປະ​ກັບ ​ທ່ານ ຮຸນມາ​ເນັດ ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ​ໃນ​ໄລ​ຍະ​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 48.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນ​ທີ 7 ພຶດ​ສະ​ພາ​ນີ້, ທ່ານ ​ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ໄດ້​ກ່າວ ​ໃນ​ເວ​ລາ​ໃຫ້​ສຳ​ພາດ ​ຕໍ່​ນັກ​ຂ່າວ​ວ່າ: ຈະ​ພົບ​ປະ​ກັບ ​ທ່ານ ຮຸນມາ​ເນັດ ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ​ໃນ​ໄລ​ຍະ​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 48. ທ່ານ​ກ່າວ​ຢ້ຳ​ວ່າ: ການ​ແກ້​ໄຂ​ບັນ​ຫາ​ການ​ພົວ​ພັນ ​ລະ​ຫວ່າງ​ ໄທ-ກຳ​ປູ​ເຈຍ​ຈະ​ຖື​​ເອົາການ​ປົກ​ປັກ​ຮັກ​ສາ​ ອະ​ທິ​ປະ​ໄຕ​ຂອງ​ໄທ​ ແລະ​ ຜົນ​ປະ​ໂຫຍດ​ ຂອງ​ປະ​ຊາ​ຊົນ​ໄທ​ ເປັນ​ບູ​ລິ​ມະ​ສິດ ​ຕົ້ນ​ຕໍ ຢ່າງ​ສະ​ເໝີ​ຕົ້ນ ​ສະ​ເໝີ​ປາຍ.ຈາກນັ້ນ ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ໄດ້​ນຳ​ພາ​ຄະ​ນະ​​ຜູ້​ແທນ​ໄທ ເດີນ​ທາງ​ໄປ ​ຟີ​ລິບ​ປິນ ​ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ ອາ​ຊຽນ ​ຄັ້ງ​ທີ 48 ໃນວັນທີ8ພຶດສະພານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top