81 ປີ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງສະຫະພາບໂຊວຽດ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ

08/05/2026 09:53
Email Print 1212
ຂປລ ຂປລ. ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍ ຈະມີການສະເຫລີມສະຫລອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງ ໄດ້ການເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ.

(ເນື່ອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ)

 

ໂດຍ: ທ່ານ ເຊຣເກ ຊົດສະກີ (Sergey Zhestkii) ເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ

ຂປລ. ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍ ຈະມີການສະເຫລີມສະຫລອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງ ໄດ້ການເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດ ເປັນສະໜາມຮົບຫລັກໃນເອີຣົບ ຄຽງຄູ່ກັບ ຈີນ ໃນພາກພື້ນຕາເວັນອອກ. ສະຫະພາບໂຊວຽດ ເປັນກໍາລັງຫລັກໃນການຕໍ່ສູ້ຕ້ານການຮຸກຮານຂອງຟາດຊິດເຢຍລະມັນຮິດເລີ ແລະ ພັນທະມິດ, ພ້ອມທັງໄດ້ມີບົດບາດສຳຄັນໃນການທຳລາຍລ້າງລັດທິຟາດຊິດ ແລະ ລັດທິຂຸນເສິກ. ປະຊາຊົນໂຊວຽດ ທີ່ໄດ້ອົດທົນຕໍ່ຄວາມທຸກຍາກ ຈາກການຮຸກຮານ ແລະ ຮັບຮູ້ເຖິງຄວາມໜ້າຢ້ານກົວຂອງສົງຄາມນັ້ນ ໄດ້ຕໍ່ສູ້ຢ່າງພິລະອາດຫານຕ້ານຜູ້ຮຸກຮານ ແລະ ໄດ້ເສຍສະລະຢ່າງຫລວງຫລາຍ ເພື່ອຍາມາໄດ້ຊຶ່ງໄຊຊະນະອັນຍິ່ງໃຫຍ່.

ເຫດການນີ້ມີຄວາມໝາຍສຳຄັນຕໍ່ທົ່ວໂລກການທຳລາຍລ້າງນາຊີ ເຢຍລະມັນ ແລະ ລັດທິຂຸນເສິກຍີ່ປຸ່ນ ໄດ້ນໍາໄປສູ່ການລົ້ມສະຫລາຍ ຂອງຜູ້ທີ່ຍຶດໝັ້ນໃນອຸດົມການຕ້ານມວນມະນຸດ ຂອງລັດທິຟາດຊິດ ທີ່ຕ້ອງການຄອບງຳໂລກ ແລະ ຄວາມປາຖະໜາຂອງພວກເຂົາ ທີ່ຕ້ອງການເຮັດໃຫ້ປະຊາຊົນທັງໝົດຕົກຢູ່ໃນສະພາວະເປັນທາດ.

ໃນປັດຈຸບັນ, ສ ຣັດເຊຍ ແລະ ບັນດາປະເທດເພື່ອນມິດ ແລະ ທີ່ມີຈຸດຢືນດຽວກັນ ກຳລັງຮ່ວມກັນປະຕິບັດພາລະກິດ ໂດຍໝູນໃຊ້ທຸກອໍານາດທີ່ມີ ດ້ວຍຄວາມຮັບຜິດຊອບ, ຮອບຄອບ ແລະ ມີເຫດຜົນ, ເຮັດທຸກສິ່ງທຸກຢ່າງ ທີ່ເປັນໄປໄດ້ເພື່ອຮັກສາຄວາມເປັນຈິງທາງປະຫວັດສາດ ຂອງສົງຄາມໂລກ ຄັ້ງທີສອງ. ປະເທດຂອງພວກເຮົາຈະລະນຶກເຖິງວິລະກຳອັນຍິ່ງໃຫຍ່ຂອງປະຊາຊົນ ສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດພັນທະມິດອື່ນໆ ທີ່ໄດ້ຮ່ວມກັນປົກປ້ອງສັນຕິພາບໂລກຕະຫລອດມາ. ໃນວັນທີ 9 ພຶດສະພາ, ພວກເຮົາສະແດງຄວາມລະນຶກເຖິງທະຫານໂຊວຽດ 27 ລ້ານຄົນ ລວມທັງປະຊາຊົນຜູ້ບໍລິສຸດ ທີ່ໄດ້ຕໍ່ສູ້ເສຍສະລະຊີວິດ ເພື່ອອິດສະລະພາບ ແລະ ຄວາມເປັນເອກະລາດຂອງຄົນຮຸ່ນຫລັງ. ພວກເຮົາຂໍສະແດງຄວາມເຄົາລົບນັບຖືຢ່າງສຸດຊຶ້ງ ຕໍ່ທະຫານທັງໃນແນວໜ້າ ແລະ ແນວຫລັງ, ຜູ້ທີ່ອຸທິດຕົນຕໍ່ສູ້ເສຍສະລະຊີວິດໃນໄລຍະສົງຄາມ. ໃນປະເທດ ຣັດເຊຍ ແມ່ນມີການເອົາໃຈໃສ່ເປັນພິເສດຕໍ່ການສຶກສາອົບຮົມຊາວໜຸ່ມໂດຍການຍົກເອົາຄົນຮຸ່ນກ່ອນມາເປັນຕົວຢ່າງທີ່ສະແດງໃຫ້ເຫັນເຖິງການທີ່ມີນໍ້າໃຈຮັກຊາດ, ຮັກປະຊາຊົົນ ແລະ ຄວາມພ້ອມທີ່ຈະເສຍສະລະເພື່ອອະນາຄົດ ແລະ ຄວາມຈະເລີນຮຸ່ງເຮືອງ.

ແຕ່ໜ້າເສຍດາຍ, ຕະຫລອດໄລຍະ 8 ທົດສະວັດທີ່ຜ່ານມາ, ບາງກຸ່ມຄົນໄດ້ລືມບົດຮຽນອັນໂຫດຮ້າຍຂອງສົງຄາມນັ້ນແລະ ໃນມື້ນີ້, ພວກເຮົາຕ້ອງປົກປ້ອງຜົນຂອງໄຊຊະນະສົງຄາມໂລກຄັ້ງທີສອງຢ່າງເດັດຂາດອີກຄັ້ງ, ສະກັດກັ້ນຄວາມພະຍາຍາມໃນການບິດເບືອນປະຫວັດສາດ, ການດູໝິ່ນ ຫລື ການບໍ່ຮັບຮູ້ ການປະກອບສ່ວນທາງປະຫວັດສາດ ຂອງສະຫະພາບໂຊວຽດ ຕໍ່ໄຊຊະນະດັ່ງກ່າວ ພ້ອມທັງການທຳລາຍຊື່ສຽງ ຂອງຜູ້ຮັກຫອມເສລີພາບ. ພວກເຮົາເຫັນວ່າ ບາງປະເທດ ໄດ້ມີການຟື້ນຟູ ແນວຄິດ ລັດທິນາຊີ ແລະ ການຈໍາແນກເຊື້ອຊາດ ຢ່າງເປີດເຜີຍ ແລະ ໄດ້ຍົກຍໍພວກນາຊີ ແລະ ພັນທະມິດວ່າເປັນວິລະບູລຸດ. ລັດທິນາຊີໃໝ່ ແລະ ລັດຂຸນເສິກ ກຳລັງກໍາເນີດຂຶ້ນ ຊຶ່ງນໍາໄປສູ່ການເພີ່ມຂຶ້ນໃນຫລາຍຮູບແບບຕ່າງໆ ຂອງການຈຳແນກເຊື້ອຊາດ, ລັດທິຊາດນິຍົມ ລວມທັງການຈຳແນກທາງສີຜິວ, ການກຽດຊັງຄົນຕ່າງດ້າວ ແລະ ການບໍ່ຍອມຮັບຄວາມຄິດທີ່ແຕກຕ່າງ. ຕົວຢ່າງທີ່ສາມາດເຫັນໄດ້ຊັດເຈນຂອງການຟືນຄືນຂອງລັດທນາຊີ ແມ່ນການບໍ່ຮັບຮູ້ກ່ຽວກັບສິດໃນການນໍາໃຊ້ພາສາແມ່ ແລະ ຄວາມເຊື່ອດັ້ງເດີມ ຂອງກຸ່ມຄົນທີ່ເວົ້າພາສາຣັດເຊຍ, ລວມທັງການຈູດປຶ້ມວັນນະກໍາທີ່ຂຽນໂດຍຄົນຣັດເຊຍ ແລະ ການທໍາລາຍບັນດາອະນຸສອນສະຖານທີ່ລະນຶກແກ່ວິລະຊົນ ແລະ ຜູ້ທີ່ໄດ້ເສຍສະລະຊີວິດ ໃນໄລຍະສົງຄາມໂລກຄັ້ງທີ 2 ບົນພື້ນຖານການຫວັງທໍາລາຍເອກະລັກຊາດ.

ໃນສະພາບການດັ່ງກ່າວ ສ ຣັດເຊຍ ໄດ້ຮຽກຮ້ອງຢ່າງຕໍ່ເນື່ອງ ໃຫ້ປະຊາຄົມໂລກເຄົາລົບ ແລະ ປົກປ້ອງຫລັກການແນໃສ່ການສະກັດກັ້ນການເກີດສົງຄາມ, ການຂ້າລ້າງເຜົ່າພັນ, ອາຊະຍາກຳສົງຄາມ, ການທໍລະມານ ແລະ ອາຊະຍາກຳອື່ນໆຕໍ່ມະນຸດຊາດທີ່ພັດທະນາໂດຍສານຕຸລາການທະຫານສາກົນ ຢູ່ນະຄອນນູເຣນເບິກ ແລະ ສານຕຸລາການທະຫານສາກົນສຳລັບຕາເວັນອອກ. ຄຳຕັດສິນຂອງທັງສອງສານ ແມ່ນພື້ນຖານທີ່ໝັ້ນຄົງ ແລະ ບໍ່ສາມາດປ່ຽນແປງໄດ້ ຂອງກົດໝາຍສາກົນ ແລະ ລະບຽບໂລກໃນປັດຈຸບັນ.

ໃນຖານະເປັນເອກອັກຄະລັດຖະທູດ ແຫ່ງ ສ.ຣັດເຊຍ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນພົນລະເມືອງຂອງ ສ.ຣັດເຊຍ ຂ້າພະເຈົ້າຮູ້ສຶກດີໃຈເປັນພິເສດໃນມື້ນີ້ທີ່ໄດ້ຮັບຮູ້ວ່າສອງປະເທດຂອງພວກເຮົາຢືນຢູ່ຝ່າຍດຽວກັນຂອງປະຫວັດສາດໂລກ, ເປັນເອກະພາບກັນໃນການເຄົາລົບອະດີດ ແລະ ຄຳໝັ້ນສັນຍາໃນການຮັກສາຄວາມເປັນຈິງທາງປະຫວັດສາດ ແລະ ສະກັດກັ້ນຄວາມພະຍາຍາມທີ່ຈະບິດເບືອນມັນ.

ປະຊາຊົນລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກຈາກສົງຄາມໃນໄລຍະການຕໍ່ສູ້ກູ້ຊາດ ຕ້ານຜູ້ຮຸກຮານຕ່າງດ້າວ ແລະ ປັດຈຸບັນຜົນກະທົບຈາກສົງຄາມ ກໍຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ກີດຂວາງຕໍ່ການດໍາລົງຊີວິດຂອງປະຊາຊົນ ເນື່ອງຈາກວ່າມີການຖິ້ມລະເບີດໃສ່ ລາວ ຫລາຍກວ່າ 3 ລ້ານລູກ ແລະ ລູກລະເບິີດຈໍານວນຫລາຍ ຍັງຕົກຄ້າງຢູ່ໃນດິນແດນລາວ. ໃນຊ່ວງເວລາທີ່ຍາກລຳບາກທີ່ສຸດຂອງລາວ, ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນສອງປະເທດເຖິງແມ່ນວ່າຈະມີທີ່ຕັ້ງພູມສາດທີ່ຫ່າງໄກກັນ, ສະຫະພາບໂຊວຽດ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມ ເຈນີວາ ໃນປີ 1953 ທີ່ເຮັດໃຫ້ລັດທິລ່າເມືອງຂຶ້ນໃນອິນດູຈີນສິ້ນສຸດລົງ, ໄດ້ໃຫ້ການສະໜັບສະໜູນຢ່າງຫລວງຫລາຍແກ່ ກອງກຳລັງຮັກຊາດຂອງລາວ ໃນໄລຍະສົງຄາມປິດລັບ, ປະກອບສ່ວນຍາດເອົາໄຊຊະນະ, ພ້ອມທັງໄດ້ຊ່ວຍຮັບປະກັນຄວາມອາດສາມາດໃນການປ້ອງກັນປະເທດ ແລະ ການພັດທະນາເສດຖະກິດ ພາຍຫລັງການສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຝ່າຍຣັ ດເຊຍ ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ ສປປ ລາວ ທີ່ໄດ້ລະນຶກເຖິງວິລະກໍາອັນພິລະອາດຫານຂອງນັກບິນສາກົນນິຍົມໂຊວຽດ ໃນອະນຸສອນສະຖານ ທີ່ສ້າງຂຶ້ນໃນປີ 2022 ທີ່ນະຄອນຫລວງວຽງຈັນ ແລະ ເມືອງແປກ ແຂວງຊຽງຂວາງ. ພວກເຮົາຮັບຮູ້ເຖິງນະໂຍບາຍທີ່ເປັນເອກະລາດ ແລະ ມີເຫດມີຜົນຂອງລາວ ເຊິ່ງຮ່ວມກັບ ສ ຣັດເຊຍ ແລະ ບັນດາປະເທດທີ່ມີຈຸດຢືນດຽວກັນ ລວມທັງພາຍໃນກຸ່ມປະເທດເພື່ອນມິດໃນການປົກປ້ອງກົດບັດສະຫະປະຊາຊາດ, ໄດ້ຮັບຮອງເອົາມະຕິ ຂອງສະຫະປະຊາຊາດ ແລະ ອົງການຕ່າງໆຢ່າງຕໍ່ເນື່ອງກ່ຽວກັບການຕໍ່ສູ້ຕ້ານການສັນລະເສີນລັດທິນາຊີ, ການຕໍ່ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນທຸກຮູບແບບ ແລະ ປາກົດການ, ຄວາມສຳຄັນຂອງສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ແລະ ອື່ນໆ.

ໃນປີ 2025 ຣັດເຊຍ ແລະ ລາວ ສະເຫລີມສະຫລອງ ວັນຄົບຮອບທີ່ສຳຄັນຂອງຊາດ ແລະ ຂອງສອງປະເທດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ , ວັນແຫ່ງໄຊຊະນະໃນສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ, ວັນຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດຂອງພວກເຮົາ, ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ໃນປີທີ່ຜ່ານມາ, ບັນດາຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ທີ່ໄດ້ເຂົ້າຮ່ວມໃນການສະເຫລີມສະຫລອງ ວັນທີ 9 ພຶດສະພາ ທີ່ນະຄອນຫລວງມົດສະກູ ປະກອບມີ: ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງໃນປັດຈຸບັນ ໄດ້ດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ກ້ອນກໍາລັງກອງທັບປະຊາຊົນລາວ ກໍໄດ້ເດີນຂະບວນສວນສະໜາມຜ່ານ ຈະຕຸລັດແດງ. ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມນະຄອນຫລວງມົດສະກູ ຢ່າງເປັນທາງການ (ເດືອນກໍລະກົດ), ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເສດຖະກິດຕາເວັນອອກ ທີ່ເມືອງວລາດີວອດສະຕົກ (ເດືອນກັນຍາ). ໃນໂອກາດຄົບຮອບ 50 ປີ ວັນສະຖາປະນາ ສປປ ລາວ (ເດືອນທັນວາ) ຄະນະຜູ້ແທນຂັ້ນສູງຂອງ ສ ຣັດເຊຍ ກໍໄດ້ເດີນທາງມາຮ່ວມງານ ນຳໂດຍ ທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງຣັດເຊຍ ແລະ ທ່ານ ວາຊີລີ ໂອຊີມາກົບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຣັດເຊຍ. ນອກຈາກນັ້ນ, ຍັງໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ເຊຣເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ (ເດືອນທັນວາ).

ໃນປີນີ້ ຣັດເຊຍ ມີຄວາມຍິນດີຈະຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດການສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ເມື່ອວັນທີ 9 ພຶດສະພາ 2026.

ການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງ ແລະ ລະດັບສູງສຸດ  ສົ່ງເສີມໃຫ້ແກ່ ການພັດທະນາການຮ່ວມມື ລະຫວ່າງ ຣັດເຊຍ ແລະ ລາວ ໃນຫລາຍຂົງເຂດຄື: ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການປະສານງານທັງໃນພາກພື້ນ ແລະ ສາກົນ, ລວມທັງໃນຂອບຂອງອົງການ ສະຫະປະຊາຊາດ ແລະ ຄູ່ເຈລະຈາຣັດເຊຍ-ອາຊຽນ, ການຮ່ວມມືດ້ານເສດຖະກິດທີ່ຫລາກຫລາຍ, ການສຶກສາ ແລະ ການຝຶກອົບຮົມ, ແລະ ການແລກປ່ຽນດ້ານມະນຸດສະທຳ. ພວກເຮົາຫວັງຢ່າງຈິງໃຈວ່າ ໃນການກ້າວໄປຂ້າງໜ້າຕາມເສັ້ນທາງນີ້, ພວກເຮົາຈະສາມາດເສີມຂະຫຍາຍສາຍພົວພັນຂອງພວກເຮົາໃຫ້ມີເນື້ອໃນທີ່ມີຄຸນນະພາບໃໝ່ ແລະ ຍົກລະດັບໃໝ່ໃຫ້ສູງຂຶ້ນກວ່າເກົ່າ, ບົນພື້ນຖານມິດຕະພາບອັນເປັນມູນເຊື້ອ ແລະ ຄວາມເປັນອ້າຍນ້ອງທີ່ໄດ້ກໍານົດໄວ້ໃນສົນທິສັນຍາວ່າດ້ວຍພື້ນຖານຂອງການພົວພັນມິດຕະພາບ ໃນວັນທີ 9 ມີນາ 1994, ແລະ ຖະແຫລງການວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກ ໃນວັນທີ 14 ຕຸລາ 2011.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມື ລະຫວ່າງ ຣັດເຊຍ ແລະ ລາວ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມສ້າງຄວາມຍຸຕິທຳສາກົນປົກປ້ອງລະບຽບໂລກຫລັງສົງຄາມຮ່ວມກັບປະຊາຊົນທີ່ຮັກຫອມສັນຕິພາບໃນທຸກປະເທດເພື່ອອະນາຄົດທີ່ສວຍງາມຂອງສອງປະເທດພວກເຮົາ ກໍຄືຂອງມວນມະນຸດທັງໝົດ ແລະ ການສະໜັບສະໜູນ, ພ້ອມກັບປະຊາຊົນທີ່ຮັກສັນຕິພາບຂອງທຸກປະເທດ, ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງໂລກຫລັງສົງຄາມ ໃນນາມຂອງການສ້າງອະນາຄົດທີ່ສົດໃສ ສຳລັບສອງປະເທດຂອງພວກເຮົາ ແລະ ເພື່ອມະນຸດຊາດທັງໝົດ.

KPL

ຂ່າວອື່ນໆ

ads
ads

Top