ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ

14/05/2026 13:43
ຂປລ ຂປລ. ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 67 ປີ (18/5/ 1959-18/5/2026) ໜັງສືພິມປະເທດລາວ ຂໍນຳສະເໜີມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວ

(ເນື່ອງໃນໂອກາດ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ວັນທີ 18/5/1959-18/5/2026)

ຂປລ. ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 67 ປີ (18/5/ 1959-18/5/2026) ໜັງສືພິມປະເທດລາວ ຂໍນຳສະເໜີມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດຊຶ່ງພາຍ ຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມືໄດ້ຮັບຄວາມປະລາໄຊຢ່າງຕໍ່ເນື່ອງໃນການດຳເນີນກົນອຸບາຍຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ພວກເຂົາໄດ້ຕັດສິນໃຈໂຄ່ນລົ້ມລັດຖະບານປະສົມຈີກສັນຍາວຽງຈັນ ໃຊ້ຄວາມຮຸນແຮງຝືນປະຕິວັດດ້ວຍກຳລັງອາວຸດ ເພື່ອຫວັງດັບສູນກຳລັງປະຕິວັດພວກເຂົາໄດ້ອອກຄຳສັ່ງໃຫ້ລູກມືໃນທຸກເຂດ ແຂວງອອກແຮງປາບປາມກຳລັງຮັກຊາດ ຢ່າງໂຫດຮ້າຍປ່າເຖ່ືອນ ພ້ອມດຽວກັນນີ້ກໍດຳເນີນການປິດລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ນຳຂອງແນວລາວຮັກຊາດ.

    ໂດຍປະຕິບັດຕາມສັນຍາວຽງ ຈັນ ປີ 1957 ວ່າດ້ວຍການລວມປະສົມກຳລັງທະຫານຂອງສອງຝ່າຍລະຫວ່າງຝ່າຍແນວລາວຮັກຊາດ ແລະ ລັດຖະບານແຫ່ງລາຊະອະນາຈັກ ກຳລັງປະກອບອາວຸດຂອງຝ່າຍ ປະເທດລາວ ຈຳນວນ 1.500 ຄົນ ໄດ້ຮັບການຈັດຕັ້ງມອບໝາຍໃຫ້ເຂ້ົາຮ່ວມກັບກອງທັບຂອງລາຊະອານາຈັກໂດຍກອງພັນທີ 1 ຕັ້ງຢູ່ເມືອງຊຽງເງິນແຂວງຫລວງພະບາງ ແລະ ກອງພັນທີ 2 ຕັ້ງຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. ກອງກຳລັງທັງສອງກອງພັນແມ່ນກລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນມີມູນເຊື້ອຮັກຊາດທີ່ສູງສ່ົງມີນ້ຳໃຈປະຕິວັດສຸດກົກສຸດປາຍ ມີ ລະບຽບວິໄນທີ່ເຄັ່ງຄັດເຂັ້ມງວດ ເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນ ໃນການຕໍ່ສູ້ອັນພິລະອາດຫານຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ເຄື່ອນທັບເຂົ້າມາຕັ້ງຢູ່ໃຈກາງທົ່ງໄຫຫີນຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມື ກໍໄດ້ດຳເນີນກົນອຸບາຍເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນທີ 2 ຊຶ່ງໃນເບື້ອງຕົ້ນພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະນາຊວນເຊື່ອຕົວະຍົວະຊື້ຈ້າງຈອບອອຍດ້ວຍເງິນຄຳນາງສາວ ແລະ ແບບດຳລົງຊີວິດທີ່ຟຸມເຟືອຍຍົວະເຍົ້າໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາການປະດັບຊັ້ນເພ່ືອຫວັງກືນເອົາກຳລັງຂອງກອງພັນທີ 2 ເຂົ້າເປັນກຳລັງຂອງກອງທັບລາຊະອານາຈັກ.

ແຕ່ຄະນະພັກ ແລະ ຄະນະບັນຊາຂອງກອງພັນທີ 2 ກໍໄດ້ເດັດດ່ຽວນຳພາ ແລະ ອ້າຍນ້ອງພະນັກງານນັກຮົບດ້ວຍຄວາມທຸນທ່ຽງໝັ້ນໜຽວ ສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ ຂອງນັກຮົບປະຕິວັດ ຕໍ່ມາພວກເຂົາໄດ້ຫັນມານຳໃຊ້ວິທີການນາບຂູ່ການບີບບັງຄັບໂດຍທາງອ້ອມເປັນຕົ້ນການຈຳກັດເຂົ້າປາອາຫານ ເຄື່ອງໃຊ້ສອຍ ແລະ ອື່ນໆ ການກະ¬ທຳຂອງພວກເຂົາເຖິງວ່າໄດ້ສ້າງຄວາມຫຍຸ້ງຍາກຫລາຍປະການ ໂດຍສະເພາະແມ່ນດ້ານຊີວິດການເປັນຢູ່ຂອງພະນັກງານນັກຮົບ ແລະ ຄອບຄົວແຕ່ພວກເຂົາກໍບໍ່ສາມາດເອົາຊະນະມານະຈິດປະຕິວັດຂອງນັກຮົບປະຕິວັດໄດ້ກົງກັນຂ້າມ ທົ່ວກອງພັນຍິ່ງມີຈິດໃຈບຸກບືນນ້ຳໃຈຄຽດແຄ້ນສັດຕູ ນັບມື້ນັບສູງ.ຄະນະພັກຄະນະບັນຊາໄດ້ອອກແຮງປຸກລະດົມຂະບວນການ ເພີ່ມພູນຜະລິດຜົນປະຢັດມັດທະຍັດ ບັນດາກົມກອງໄດ້ເປັນເຈົ້າການເຮັດວຽກງານໂຄສະນາຂົນຂວາຍ ເປີດກ້ວາງການພົວພັນລະຫວ່າງ ທະຫານກັບປະຊາຊົນຢູ່ໃນເຂດ ອ້ອມແອ້ມທີ່ຕັ້ງຂອງກອງພັນ ສະນັ້ນພຽງແຕ່ໄລຍະສ້ັນໆ ພະນັກງານນັກຮົບກອງພັນທີ 2 ກໍໄດ້ຮັບຄວາມເຊື່ອຖືຮັກແພງ ແລະ ເຊື່ອໝັ້ນຈາກປະຊາຊົນຢ່າງກ້ວາງຂວາງຈາກນັ້ນ ປະຊາຊົນທີ່ຢູ່ບໍລິເວນນັ້ນກໍໄດ້ໃຫ້ຄວາມຊ່ວຍເຫລືອເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານນັກຮົບກອງພັນທີ 2 ຄືກັບລູກຫລານຄີງຂອງຕົນເອງ. ເມື່ອເຮັດແນວໃດນັກຮົບປະຕິວັດກອງພັນທີ 2 ກໍບໍ່ຍອມຈຳນົນກົງກັນຂ້າມ ຊ້ຳພັດມີຄວາມທຸນທ່ຽງ ບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການໃດໆພວກເຂົາກໍໄດ້ບືນເລິກເຂ້ົາໂດຍໃຊ້ກຳລັງທະຫານລາຊະອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ລົດຫຸ້ມເກາະ ແລະ ເຮືອບິນທຳການປິດລ້ອມ ກອງພັນທີ 2 ໃຊ້ຖ້ອຍຄຳນາບຂູ່ເພື່ອບັງຄັບໃຫ້ກອງພັນທີ 2 ມອບຕົວ.

  ຢືນຢູ່ຕໍ່ໜ້າສະພາບການທີ່ເຄັ່ງຕຶງ ແລະ ສ່ຽງເປັນສ່ຽງຕາຍດັ່ງກ່າວ ຄະນະພັກຄະນະບັນຊາກອງພັນ ໄດ້ເປີດກອງປະຊຸມປຶກສາຫາລືກັນຢ່າງເຄັ່ງຮ້ອນລະອຽດຮອບຄອບຖີ່ຖ້ວນບົນພື້ນຖານຄວາມເປັນເອກະພາບ ມີຄວາມຕັດສິນໃຈທີ່ໝັ້ນແກ່ນ ຂອງພະນັກງານນັກຮົບທົ່ວກອງພັນ ແລະ ດ້ວຍການອູ້ມຊູຊ່ວຍເຫລືອ ຂອງປະຊາຊົນເຂດຊຽງຂວາງກອງພັນທີ 2 ໄດ້ສ້າງວິລະກຳ ດ້ວຍການຕັດສິນໃຈບັນຊາກອງທະຫານຜ່ານວົງລ້ອມອັນແໜ້ນໜາຂອງສັດຕູ ອອກໄປສູ່ເຂດທີ່ໝັ້ນປະຕິວັດ, ໃນຄຳ່ຄືນຂອງວັນທີ 18/5/1959 ພາຍໃຕ້ການບັນຊາຂອງຄະນະກອງພັນ ແຕ່ລະກົມກອງ ພ້ອມກັບຄອບຄົວພະນັກງານ-ນັກຮົບ ທັງໝົດນຳໃຊ້ຄວາມມືດໄດ້ປິດລັບຖອນທັບໄປທາງທິດບ້ານໂຕນ-ມາແຖງ-ນອງເຕີ້ ແລ້ວເຂົ້າປ່າໄປຕາມທິດບ້ານມາຍ ( ທິດຄາເວັນຕົກສຽງໃຕ້ ປະມານ 15 ກິໂລແມັດ ) ໃນເວລາກຳລັງສ່ວນໃຫຍ່ພວມຖອນທັບອອກໄປນັ້ນ,ເພື່ອຫລອກສັດຕູພວກເຮົາໄດ້ຈັດຕັ້ງໝວດໜຶ່ງຢູ່ຄ້າຍໂດຍແມ່ນ ທ້າວ ອາວ ເປັນຜູ້ຮັບຜິດຊອບເຮັດໜ້າທີ່ຕີກະແຫຼ່ງລວມແຖວເອີ້ນຊື່ກວດກາຈຳນວນພົນຕາມປົກກະຕິທີ່ເຄີຍປະຕິບັດໃນທີ່ຜ່ານມາ, ພາກສ່ວນນີ້ປະຈຳຢູ່ຄ້າຍຈົນຮອດ 12 ໂມງກາງຄືນ ຈຶ່ງມິດງຽບແລ້ວກໍຖອນອອກໄປຕາມທິດທີ່ເຄື່ອນທັບຂອງກອງພັນ, ພ້ອມກັບພາກສ່ວນຢູ່ຄ້າຍ ເພື່ອຫລອກສັດຕູ ກອງພັນຍັງໄດ້ຈັດຕັ້ງພາກສ່ວນໜຶ່ງ (ປະມານ 1 ກອງຮ້ອຍ ) ໂດຍແມ່ນ ທ່ານ ເຢ່ຍນູ ຮັບຜິດຊອບປິດລັບ ແລະ​ ສະກັດສາຍທາງຢູ່ຂົວຊຽງຂວາງ​ ລໍຖ້າໃຫ້ຮອດເວລາ 6 ໂມງເຊົ້າຂອງມື້ຕໍ່ມາຖ້າວ່າສັດຕູໄລ່ຕາມມາຮອດຂົວແມ່ນໃຫ້ໃຊ້ລະເບີດທຳລາຍຂົວ ພ້ອມທັງດັບສູນພວກເຂົາທັນທີ ແລະ ໜ່ວຍຫວ່ານຂ່າວຂອງພວກເຮົາ ກໍ່ວ່ອງໄວປ່ອຍຂ່າວ ຫລອກສັດຕູວ່າຈະບຸກໂຈມຕີເອົາຕົວເມືອງໂພນສະຫວັນ ເພື່ອປົດປ່ອຍເອົານັກໂທດ ທີ່ຖືກກັກຂັງຢູ່ໃນຄຸກ. ຍ້ອນມີການຈັດຕັ້ງເຄື່ອນທັບຂອງກອງພັນທີ 2 ອອກຈາກຄ້າຍຈຶ່ງຮັກສາໄດ້ຄວາມລັບ ແລະ ປອດໄພດີຈົນໄປຮອດຖານທີ່ໝັ້ນຂອງການປະຕິວັດທີ່ແຂວງຫົວພັນຢ່າງປອດໄພ.

ໄຊຊະນະຂອງກອງພັນທີ 2 ໃນການຜ່າວົງລ້ອມຂອງສັດຕູ ບໍ່ພຽງແຕ່ເປັນການທັບມ້າງເລ່ລ່ຽມກົນອຸບາຍ ແລະ ການກະທຳຝືນປະຕິວັດຂອງພວກຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນຕີນມືເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່ພ້ອມດຽວກັນນີ້ ກໍໄດ້ເປັນການປະກອບສ່ວນຂຽນປະຫວັດສາດແຫ່ງການຕໍ່ສູ້ທີ່ຮຸ່ງເຮືອງເຫລືອງເຫລື້ອມ ຂອງປະຊາຊົນລາວໃນໄລຍະຕໍ່ມາ.

KPL

ຂ່າວອື່ນໆ

    • ຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ສັງຄົມໃຫ້ການຕອບຮັບເປັນຢ່າງດີບົດ-ສາລະຄະດີ

      ຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ສັງຄົມໃຫ້ການຕອບຮັບເປັນຢ່າງດີ

      5/14/2026 1:54:20 PM

      ຂປລ. ຜະລິດຕະພັນຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ເປັນອີກຜະລິດຕະພັນໜຶ່ງທີ່ສັງຄົມໃຫ້ຄວາມໄວ້ວາງໃຈເນື່ຶອງຈາກວ່າ ຜະລິດພັນມີຄຸນນະພາບດີ ຫລາຍຄົນກິນແລ້ວເຫັນຜົນ, ອີກຢ່າງໜຶ່ງ ກໍມີຫລາຍຜະລິະຕະພັນໃຫ້ເລືອກໃຊ້ເປັນຕົ້ນ ນໍ້າມັນເອັນຍືດຊ່ວຍນວດເສັ້ນ, ອາຫານເສີມເພື່ອສຸຂະພາບ, ນໍ້າຢາສະໜຸນໄພລ້າງຊ່ອງຄອດ, ສະເປ່ສີດນໍ້າມັນຫວ້ານລືສີ, ຢາສະຜົມ, ນໍ້າມັນຂຽວ ແລະ ອື່ນໆ

    • ຢາພື້ນເມືອງ ປົວຮິດສີດວງມີຫຍັງແດ່?ບົດ-ສາລະຄະດີ

      ຢາພື້ນເມືອງ ປົວຮິດສີດວງມີຫຍັງແດ່?

      5/14/2026 1:49:53 PM

      ຂປລ. ເມື່ອເວົ້າເຖິງ ພະຍາດຮິດສີດວງ ເຊື່ອວ່າຫລາຍທ່ານກໍອາດຈະເຄີຍມີປະສົບການ ການເປັນພະຍາດຮິດສີດວງທະວານໜັກກັນມາແລ້ວ ແລະ ເປັນພະຍາດທີ່ພົບເຫັນຫລາຍ ໂດຍມີສາເຫດມາຈາກຫລາຍປັດໄຈ, ເມື່ອເປັນພະຍາດນີ້ແລ້ວ ກໍຈະເພີ່ມຄວາມຍາກໃນການດໍາລົງຊີວິດປະຈໍາວັນໃນແຕ່ລະວັ້ນ.

    • ວິທີລ້ຽງອ່ຽນໃນໜອງດິນບົດ-ສາລະຄະດີ

      ວິທີລ້ຽງອ່ຽນໃນໜອງດິນ

      5/14/2026 1:46:40 PM

      ຂປລ. ການລ້ຽງອ່ຽນໃນໜອງດິນ ແມ່ນວິທີການແບບທຳມະຊາດ ທີ່ຊ່ວຍໃຫ້ອ່ຽບເຕີບໂຕໄດ້ດີ, ຕົ້ນທຶນຕຳ່. ການລ້ຽງໃນໜອງດິນອ່ຽນອາດສູນຫາຍໄປປະມານ 20%, ແຕ່ກໍ່ສະດວກສຳລັບຜູ້ທີ່ມີບັນຫາເລື່ອງການສ້າງອ່າງ ແລະ ວິທີນີ້ກໍເປັນວິທີທີ່ງ່າຍເໝາະສຳລັບປະຊາຊົນທີ່ຢູ່ໃກ້ແຫລ່ງນໍ້າ

    • ອັດຕະປື ມີແຜນຈະປູກເບ້ຍໄມ້ ແລະ ຟື້ນຟູປ່າ ໃຫ້ໄດ້ 8.800 ກວ່າເຮັກຕາບົດ-ສາລະຄະດີ

      ອັດຕະປື ມີແຜນຈະປູກເບ້ຍໄມ້ ແລະ ຟື້ນຟູປ່າ ໃຫ້ໄດ້ 8.800 ກວ່າເຮັກຕາ

      5/14/2026 1:45:35 PM

      ຂປລ. ໃນປີ 2026 ນີ້ ແຂວງອັດຕະປື ມີ​ແຜນ​ການຈະປູກເບ້ຍໄມ້ ແລະ ຟື້ນຟູປ່າໃຫ້ໄດ້ 8.830 ເຮັກຕາ ໃນນີ້, ຟື້ນຟູໃນສາມປະເພດປ່າ ແລະ​ ນອກສາມປະເພດປ່າ ໃຫ້ໄດ້ 8.200 ເຮັກຕາ ແລະ ສົ່ງເສີມການປູກປ່າ 630 ເຮັກຕາ, ຄຸ້ມຄອງຈັດສັນປ່າໄມ້ບ້ານ ໃຫ້ໄດ້ 3 ບ້ານ, ຂຶ້ນທະບຽນສວນປູກ ໃຫ້ໄດ້ 1.000 ເຮັກຕາ​ ແລະ​ ຜະລິດເບ້ຍໄມ້ໃຫ້ໄດ້ 250.400 ເບ້ຍ.

    • ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2ບົດ-ສາລະຄະດີ

      ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2

      5/14/2026 9:22:35 AM

      ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສຳຫລວດການນຳພາຂອງຄະນະພັກສະໄໝທີ V ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2 ຂອງອົງຄະນະພັກ ຄອສພ ໃນວັນທີ 13 ພຶດສະພາ 2026.

ads
ads

Top