ຂປລ
ລັດຖະບານ ອິນເດຍ ປະກາດ ຂຶ້ນພາສີ ນໍາເຂົ້າຄຳ ແລະ ໂລຫະເງິນ ໃນລະດັບ 15% ຈາກ ເດີມ 6% ເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ໃນການຄວບຄຸມ ການຊື້ໂລຫະມີຄ່າ ຈາກຕ່າງປະເທດ ແລະ ເພື່ອຫລຸດ ແຮງກົດດັນ ຕໍ່ທຶນສຳຮອງ ເງິນຕາຕ່າງປະເທດ ອິນເດຍ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະບານ ອິນເດຍ ປະກາດ ຂຶ້ນພາສີ ນໍາເຂົ້າຄຳ ແລະ ໂລຫະເງິນ ໃນລະດັບ 15% ຈາກ ເດີມ 6% ເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ໃນການຄວບຄຸມ ການຊື້ໂລຫະມີຄ່າ ຈາກຕ່າງປະເທດ ແລະ ເພື່ອຫລຸດ ແຮງກົດດັນ ຕໍ່ທຶນສຳຮອງ ເງິນຕາຕ່າງປະເທດ ອິນເດຍ.
ຄຳສັ່ງ ດັ່ງກ່າວ ຂອງ ລັດຖະບານ ອິນເດຍ ໄດ້ເຜີຍແຜ່ ໃນວັນທີ 13 ພືດສະພາ ລະບຸວ່າ: ລັດຖະບານ ໄດ້ກຳນົດ ດ້ວຍອັດຕາ ພາສີພື້ນຖານ ຢູ່ທີ່ 10% ແລະ ພາສີ ເພື່ອການພັດທະນາ ພື້ນຖານ ໂຄງລ່າງ ທາງກະສິກຳ (AIDC) ອີກ 5% ສຳລັບ ການນໍາເຂົ້າຄຳ ແລະ ໂລຫະເງິນ, ສົ່ງຜົນໃຫ້ ພາສີນໍາເຂົ້າ ໂດຍລວມ ເພີ່ມຂຶ້ນ ຈາກ ລະດັບ 6% ເປັນ 15%. ເຖິງແມ່ນວ່າ ການປັບຂຶ້ນ ພາສີ ດັ່ງກ່າວ ຈະຊ່ວຍຫລຸດການ ຂາດດຸນ ການຄ້າ ຂອງ ອິນເດຍ ແລະ ຊ່ວຍຊຸກຍູ້ ຄ່າເງິນຣູປີ ຊຶ່ງເປັນ ໜຶ່ງໃນສະກຸນເງິນ ທີ່ ສ້າງປະສິດທິພາບຕໍ່າ ທີ່ສຸດ ໃນອາຊີ. ແຕ່ກໍ່ອາດຈະສົ່ງຜົນ ໃຫ້ຄວາມຕ້ອງການ ໂລຫະມີຄ່າ ໃນອິນເດຍ ຫລຸດລົງ./
KPL