ຂປລ
ຂປລ. ການລ້ຽງອ່ຽນໃນໜອງດິນ ແມ່ນວິທີການແບບທຳມະຊາດ ທີ່ຊ່ວຍໃຫ້ອ່ຽບເຕີບໂຕໄດ້ດີ, ຕົ້ນທຶນຕຳ່. ການລ້ຽງໃນໜອງດິນອ່ຽນອາດສູນຫາຍໄປປະມານ 20%, ແຕ່ກໍ່ສະດວກສຳລັບຜູ້ທີ່ມີບັນຫາເລື່ອງການສ້າງອ່າງ ແລະ ວິທີນີ້ກໍເປັນວິທີທີ່ງ່າຍເໝາະສຳລັບປະຊາຊົນທີ່ຢູ່ໃກ້ແຫລ່ງນໍ້າ
ຂປລ. ການລ້ຽງອ່ຽນໃນໜອງດິນ ແມ່ນວິທີການແບບທຳມະຊາດ ທີ່ຊ່ວຍໃຫ້ອ່ຽບເຕີບໂຕໄດ້ດີ, ຕົ້ນທຶນຕຳ່. ການລ້ຽງໃນໜອງດິນອ່ຽນອາດສູນຫາຍໄປປະມານ 20%, ແຕ່ກໍ່ສະດວກສຳລັບຜູ້ທີ່ມີບັນຫາເລື່ອງການສ້າງອ່າງ ແລະ ວິທີນີ້ກໍເປັນວິທີທີ່ງ່າຍເໝາະສຳລັບປະຊາຊົນທີ່ຢູ່ໃກ້ແຫລ່ງນໍ້າ ໂດຍວິທີການລ້ຽງມີດັ່ງນີ້: ຂຸດໜອງຂະໜາດ 4 x 6 ແມັດ 2x4 ແມັດ ຫລື 2x6 ແມັດ ເພື່ອງ່າຍໃນການເບິ່ງແຍງ ແລະ ສະຖານທີ່ບ່ອນສ້າງໜອງຄວນເປັນດິນໜຽວ ນໍ້າບໍ່ຖ້ວມ ຂຸດໜອງເລິກປະມານ 1 ແມັດ, ຫລັງຈາກນັ້ນ ເອົາໄມ້ມາເຮັດໂຄງສູງຈາກໜ້າດິນ 2 ແມັດ ກວມເອົາໜອງ ແລະ ກວ້າງກາຍແຄມໜອງອອກໄປປະມານ 30-50 ຊັງຕີແມັດ ແລ້ວເອົາຜ້າແຍ່ງຂຽວປົກຄຸມ, ຈາກນັ້ນເອົາດິນຖົມສົ້ນແພໃຫ້ແຈບ ຂຸດຮ່ອງອ້ອມໜອງເພື່ອບໍ່ໃຫ້ນໍ້າຝົນໄຫລເຂົ້າຖ້ວມໜອງ ແລະ ເຮັດທາງເຂົ້າ-ອອກໄດ້ສະດວກ ແລ້ວ
ເອົາເຟືອງແຫ້ງ (ເຟືອງເກົ່າ) ໃສ່ລົງໄປແຈໃດແຈໜຶ່ງໃຫ້ໜາ 50 ຊັງຕີແມັດ ຂະໜາດ1/3 ຂອງໜອງ, ເອົາຝຸ່ນຄອກແຫ້ງໃສ່ທັບລົງໄປໜາ 20 ຊັງຕີແມັດ ປະໄວ້ 2 -3 ມື້ ຖ້ານໍ້າເນົ່າກໍຕ້ອງປ່ຽນນໍ້າອອກແລ້ວເອົານໍ້າໃສ່ໃໝ່ໃຫ້ພຽງກອງອາຫານ ແລ້ວເອົາໄມ້ທີ່ເປັນໂກນ ຫລື ບັ້ງໄມ້ໄຜ່ໃສ່ໃນໜອງ, ເອົາຜັກຕົບ, ຜັກບົ້ງໃສ່ໃນໜອງ ສ່ວນທີ່ບໍ່ແມ່ນກອງອາຫານ ແລ້ວເອົາໄມ້ຂັ້ນລະຫວ່າງກອງອາຫານ ແລະ ຜັກ ໃຫ້ເປັນຫວ່າງ ເພື່ອສະດວກໃນການໃຫ້ອາຫານ ແລະ ກ່ອນເອົາອ່ຽນລົງລ້ຽງຄວນປ່ອຍປາຫາງນົກຍູງ, ປາກັດ, ກຸ້ງຝອຍ ປ່ອຍໃສ່ໃນໜອງ ຫລັງຈາກນັ້ນນໍາເອົາລູກອ່ຽນ ທີ່ມີຂະໜາດດຽວ 1.000 ໂຕຕໍ່ໜອງ ແລະ ຄວນປ່ອຍອ່ຽນໃນຕອນແລງທີ່ອາກາດເຢັນ.
ອາຫານ ແລະ ການບົວລະບັດຮັກສາ: ປະເພດອາຫານອ່ຽນມີ ຫອຍເຊີຣີບົດ, ປານ້ອຍບົດ, ໄສ້ເດືອນ ຫລື ອາຫານເມັດຈົມທີ່ມີໂປຣຕີນສູງ ແລະ ເວລາໃຫ້ອາຫານຄວນໃຫ້ຕອນແລງ ຫລື ຄຳ່ ມື້ລະ 1 ຄັ້ງ ເພາະອ່ຽນມັກກິນອາຫານຕອນກາງຄືນ. ພ້ອມນັ້ນ ຄວນປ່ຽນຖ່າຍນ້ຳທຸກໆ 1-2 ອາທິດ ໂດຍການລະບາຍນ້ຳເກົ່າອອກ 1/3 ແລ້ວຕື່ມນ້ຳໃໝ່ເຂົ້າໄປ ເພື່ອປ້ອງກັນນ້ຳເນົ່າເສຍ. ການລ້ຽງອ່ຽນໃນໜອງດິນໃຊ້ເວລາ 6-8 ເດືອນ ກໍສາມາດນຳອ່ຽນອອກຂາຍໄດ້.
KPL