ຂປລ
ຂປລ. ເມື່ອເວົ້າເຖິງ ພະຍາດຮິດສີດວງ ເຊື່ອວ່າຫລາຍທ່ານກໍອາດຈະເຄີຍມີປະສົບການ ການເປັນພະຍາດຮິດສີດວງທະວານໜັກກັນມາແລ້ວ ແລະ ເປັນພະຍາດທີ່ພົບເຫັນຫລາຍ ໂດຍມີສາເຫດມາຈາກຫລາຍປັດໄຈ, ເມື່ອເປັນພະຍາດນີ້ແລ້ວ ກໍຈະເພີ່ມຄວາມຍາກໃນການດໍາລົງຊີວິດປະຈໍາວັນໃນແຕ່ລະວັ້ນ.
ຂປລ. ເມື່ອເວົ້າເຖິງ ພະຍາດຮິດສີດວງ ເຊື່ອວ່າຫລາຍທ່ານກໍອາດຈະເຄີຍມີປະສົບການ ການເປັນພະຍາດຮິດສີດວງທະວານໜັກກັນມາແລ້ວ ແລະ ເປັນພະຍາດທີ່ພົບເຫັນຫລາຍ ໂດຍມີສາເຫດມາຈາກຫລາຍປັດໄຈ, ເມື່ອເປັນພະຍາດນີ້ແລ້ວ ກໍຈະເພີ່ມຄວາມຍາກໃນການດໍາລົງຊີວິດປະຈໍາວັນໃນແຕ່ລະວັ້ນ. ດັ່ງນັ້ນ, ສໍາລັບທ່ານໃດທີ່ກໍາລັງຊອກຫາວິທີປິ່ນປົວ ພະຍາດນີ້ຢູ່ ຢ່າປະໄວ້ດົນຈົນເກີນໄປ ເພາະວ່ານອກຈາກການປິ່ນປົວແບບທັນສະໄໝແລ້ວຍັງມີການປິ່ນປົວໂດຍໃຊ້ຢາພື້ນເມືອງຫລາຍຊະນິດກໍພາໃຫ້ເຊົາຈາກພະຍາດນີ້ໄດ້. ການນຳໃຊ້ຢາພື້ນເມືອງ ແລະ ສະໝູນໄພ ເພື່ອປົວຮິດສີດວງ ແມ່ນເນັ້ນໃສ່ການຫລຸດຜ່ອນການອັກເສບ, ຊ່ວຍໃຫ້ເສັ້ນເລືອດດຳຫົດຕົວ ແລະ ເຮັດໃຫ້ອາຈົມອ່ອນໂຕ.
1.ວ້ານຫາງແຂ້: ທໍາຄວາມສະອາດ ທະວານໜັກໃຫ້ສະອາດ,ເຊັດໃຫ້ແຫ້ງ ຄວນປະຕິບັດຫລັງຈາກອາຈົມ ຫລື ຫລັງອາບນໍ້າແລ້ວ, ຈາກນັ້ນກ່ອນນອນ ນໍາເອົາວ້ານຫາງແຂ້ມາປອກເປືອກແລ້ວເຫລົາໃຫ້ປາຍແຫລມເພື່ອສອດເຂົ້າໄປໃນຮູທະວານໜັກຢ່າງສະໝໍ່າສະເໜີຈົນກວ່າຈະດີ.
- ໃບບົວລະພາ: ນໍາເອົາແກ່ນຜັກບົວລະພາ 1 ບ່ວງແກງມາປະສົມກັບນໍ້າອຸ່ນ ປະໄວ້ໃຫ້ບານເຕັມທີແລ້ວດື່ມເປັນປະຈໍາ.
- ໃບຢານາງ: ໃຊ້ຮາກສົດ ຫລື ຮາກແຫ້ງ 1 ກໍາມື ຕົ້ມກັບນໍ້າ 3-4 ຈອກ ແລ້ວກິນແທນນໍ້າເທື່ອລະຈອກ.
- ຕົ້ນໄຜ່: ເປັນຢາເຢັນ ນໍາເອົາໃບ ແລະ ຮາກ ປະມານ 1 ກໍາມື ໃສ່ນໍ້າພໍດີກັບຢາ ໃສ່ເກືອເລັກນ້ອຍພໍໃຫ້ມີລົດເຄັມ ດື່ມແທນນໍ້າ ມື້ລະ 4-5 ຈອກແລ້ວອາການກໍຄອຍໆດີຂຶ້ນ.
- ໝາກກະຈຽບ: ກິນແລ້ວຊ່ວຍຫລຸດຜ່ອນການອັກເສບ ໂດຍລວກກິນຄືຜັກໃນປະລິມານຫລາຍ ແລະ ຮັບປະທານຕໍ່ເນື່ອງເປັນປະຈໍາ.
ພະຍາດນີ້ເມື່ອເປັນແລ້ວສ້າງຄວາມລໍາບາກຫລາຍໃນການດໍາລົງຊີວິດດັ່ງນັ້ນ, ທ່ານໃດທີ່ບໍ່ເປັນພະຍາດນີ້ ຄວນຮັກສາສຸຂະພາບຕົນເອງ ເລືອກກິນອາຫານທີ່ມີປະໂຫຍດ ບໍ່ກິນເຜັດ, ເຄັມຈົນເກີນໄປ, ອອກກໍາລັງກາຍຢ່າງສະໝໍ່າສະ
ເໝີ, ຫລີກເວັ້ນການດື່ມ ແອວກໍຮໍ, ນໍ້າອັດລົມ ແລະ ສິ່ງສໍາຄັນແມ່ນບໍ່ຄວນກັ້ນອາຈົມເປັນເວລາດົນ.
ໂດຍ: ລູກສາວຫລ້າ
KPL