ຂປລ
ຄະນະ ກຳມະການ ງານກິລາໂອລິມປິກ ສາກົນ ປະກາດວ່າ: 4 ເມືອງ, ໃນນັ້ນ ລວມທັງ ຊຽງໄຮ້ (ສປ ຈີນ) ແລະ ໂຕກຽວ(ຍີ່ປຸນ) ຈະເປັນເຈົ້າພາບ ຈັດການແຂ່ງຂັນຮອບຄັດເລືອກກິລາໂອແລັມປິກ ລໍສແອັງເຈລິສ 2028.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 7 ພຶດສະພານີ້, ຄະນະ ກຳມະການ ງານກິລາໂອລິມປິກ ສາກົນ ປະກາດວ່າ: 4 ເມືອງ, ໃນນັ້ນ ລວມທັງ ຊຽງໄຮ້ (ສປ ຈີນ) ແລະ ໂຕກຽວ(ຍີ່ປຸນ) ຈະເປັນເຈົ້າພາບ ຈັດການແຂ່ງຂັນຮອບຄັດເລືອກກິລາໂອແລັມປິກ ລໍສແອັງເຈລິສ 2028. ນີ້ແມ່ນຄັ້ງທີສອງທີ່ ນະຄອນຊຽງໄຮ້ ຂອງ ສປ ຈີນ ເປັນເຈົ້າພາບຈັດການແຂ່ງຂັນດັ່ງກ່າວ ພາຍຫລັງ ເຄີຍເປັນເຈົ້າພາບ ຈັດການແຂ່ງຂັນຮອບຄັດເລືອກ ກິລາໂອແລັມປິກປາຣີ 2024. ການແຂ່ງຂັນຮອບຄັດເລືອກກິລາໂອແລັມປິກ ລໍສແອັງເຈລິສ ຈະຈັດຂຶ້ນຢູ່ 4 ເມືອງ, ຄື: ນະຄອນໂຕກຽວຂອງຍີ່ປຸ່ນ, ນະຄອນຊຽງໄຮ້ຂອງ ສປ ຈີນ, ນະຄອນມອນທຣີອໍ ຂອງການາດາ ແລະ ນະຄອນອໍແຣນໂຕຂອງ ສ.ອາເມລິກາ. ໃນນັ້ນ, ການແຂ່ງຂັນສອງຄັ້ງ ທີ່ຈະຈັດຂຶ້ນຢູ່ອາຊີນັ້ນ ຈະຈັດຂຶ້ນໃນເດືອນພຶດສະພາ 2028, ສ່ວນການແຂ່ງຂັນທີ່ ອາເມຣລິກາເໜືອ ຈະຈັດຂຶ້ນໃນເດືອນມິຖຸນາ 2028./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL