ຂປລ
ຢູ່ນະຄອນຫລວງຮ່າໂນ້ຍ ຂອງ ຫວຽດນາມ, ໄດ້ດຳເນີນ ການພົບປະ ສອງຝ່າຍ ລະຫວ່າງ ທ່ານ ພັນເອກ ຫວູວັນກ້ຽມ, ຮອງຫົວໜ້າກົມນິຕິກຳ ກະຊວງ ປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Nikolai Vasilyevich Petrakov ຮອງຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດ ຣັດເຊຍ, ເປັນປະທານຮ່ວມ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 12 ພຶດສະພາ, ຢູ່ນະຄອນຫລວງຮ່າໂນ້ຍ ຂອງ ຫວຽດນາມ, ໄດ້ດຳເນີນ ການພົບປະ ສອງຝ່າຍ ລະຫວ່າງ ທ່ານ ພັນເອກ ຫວູວັນກ້ຽມ, ຮອງຫົວໜ້າກົມນິຕິກຳ ກະຊວງ ປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Nikolai Vasilyevich Petrakov ຮອງຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດ ຣັດເຊຍ, ເປັນປະທານຮ່ວມ.
ການພົບປະດັ່ງກ່າວ, ສອງຝ່າຍໄດ້ ຢືນຢັນເຖິງ ຄວາມຈຳເປັນ ແລະ ກຳລັງບົ່ມຊ້ອນ ຢ່າງໃຫຍ່ຫລວງ ໃນການເປີດກວ້າງ ການຮ່ວມມື ທາງດ້ານວິຊາການ; ໂດຍເນັ້ນໜັກວ່າ ສາຍພົວພັນ ຮ່ວມມື ສອງກະຊວງນີ້ ໄດ້ມີພື້ນຖານອັນໝັ້ນແກ່ນ. ໂດຍສະເພາະ ແມ່ນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກະຊວງ ປ້ອງກັນປະເທດ ຂອງ ສອງປະເທດ ກ່ຽວກັບ ການຮ່ວມມື ໃນຂົງເຂດ ກົດໝາຍ ດ້ານການທະຫານ, ປ້ອງກັນຊາດ ທີ່ໄດ້ລົງນາມ ເມື່ອປີ 2022.
ນອກນັ້ນ, ສອງຝ່າຍ ຍັງເຫັນດີ ເປັນເອກະພາບວ່າ ໃນໄລຍະທີ່ຈະມາເຖິງ ຈະສຸມໃສ່ເພີ່ມທະວີ ການແລກປ່ຽນຄະນະຜູ້ແທນ ແບບໝູນວຽນ; ຍູ້ແຮງ ການແລກປ່ຽນ ບົດຮຽນປະສົບການ ໃນວຽກງານ ສ້າງກົດໝາຍ ແລະ ປັບປຸງລະບອບ ລະບຽບການ ດ້ານການທະຫານ, ປ້ອງກັນຊາດ ໃຫ້ສົມບູນແບບ ເພື່ອປະກອບສ່ວນ ສ້າງລະບອບ ລະບຽບການ ຂອງແຕ່ລະຝ່າຍ; ຊຸກຍູ້ການຮ່ວມມື ດ້ານການສຶກສາ ບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ ໃນຂົງເຂດນີ້ອີກດ້ວຍ./
KPL