ສາຍການບິນ ການຄ້າຈີນ ຈະຂຶ້ນຄ່າທຳນຽມນໍ້າມັນເຊື້ອໄຟ

14/05/2026 14:45
ຂປລ : ສາຍການບິນ ການຄ້າຂອງຈີນ ກຽມປັບຂຶ້ນຄ່າທຳນຽມ ນໍ້າມັນເຊື້ອໄຟ ສຳລັບ ຖ້ຽວບິນ ພາຍໃນ ປະເທດ ຕັ້ງແຕ່ ວັນທີ 16 ພືດສະພານີ້. ໂດຍຈະປັບປ່ຽນ ຄ່າທຳນຽມ ໃນວັນທີ 5 ຂອງ ແຕ່ລະເດືອນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງປັກກິ່ງ ປະເທດຈີນ ເມື່ອບໍ່ດົນມານີ້ວ່າ:  ສາຍການບິນ ການຄ້າຂອງຈີນ ກຽມປັບຂຶ້ນຄ່າທຳນຽມ ນໍ້າມັນເຊື້ອໄຟ ສຳລັບ ຖ້ຽວບິນ ພາຍໃນ ປະເທດ ຕັ້ງແຕ່ ວັນທີ 16 ພືດສະພານີ້. ໂດຍຈະປັບປ່ຽນ ຄ່າທຳນຽມ ໃນວັນທີ 5 ຂອງ ແຕ່ລະເດືອນ.  ໂດຍສະເພາະ ຄ່າທຳນຽມນໍ້າມັນ ສຳລັບຖ້ຽວບິນ ທີ່ມີ ໄລຍະທາງ 800 ກິໂລແມັດ ຫລື ໜ້ອຍກວ່າ ຈະປັບເພີ່ມຂຶ້ນ 30 ຢວນ ເປັນ 90 ຢວນ, ໃນຂະນະທີ່ ເສັ້ນທາງ ໄລຍະໄກ ກວ່ານັ້ນ ຈະປັບເພີ່ມຂຶ້ນ 50 ຢວນ ເປັນ 170 ຢວນ. ສາຍການບິນໃຫຍ່ ຂອງ ຈີນ ເຄີຍປັບຂຶ້ນຄ່າທຳນຽມ ດັ່ງກ່າວ ໄປແລ້ວ 6 ເທົ່າ ໃນເດືອນ ເມສາ ທີ່ຜ່ານມາ. ເນື່ອງຈາກພາວະ ສົງຄາມ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ເຮັດໃຫ້ ລາຄາ ນໍ້າມັນເຊື້ອໄຟເຮືອບິນ ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ. /

KPL

ຂ່າວອື່ນໆ

ads
ads

Top