ຂປລ
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ໄຂຂຶ້ນຢູ່ນະຄອນເຊບູ ຂອງຟີລິບປິນ.ຟີລິບປິນ ທີ່ເປັນປະເທດ ປະທານໝູນວຽນ ອາຊຽນ ເປັນປະທານກອງປະຊຸມສຸດຍອດຄັ້ງນີ້.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 8 ພຶດສະພານີ້, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ໄຂຂຶ້ນຢູ່ນະຄອນເຊບູ ຂອງຟີລິບປິນ.ຟີລິບປິນ ທີ່ເປັນປະເທດ ປະທານໝູນວຽນ ອາຊຽນ ເປັນປະທານກອງປະຊຸມສຸດຍອດຄັ້ງນີ້. ກອງປະຊຸມ ຈະສຸມໃສ່ 3 ຫົວຂໍ້ ບູລິມະສິດ ທີ່ສຳຄັນຄື: ຄວາມໝັ້ນຄົງ ດ້ານພະລັງງານ,ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມປອດໄພ ຂອງພົນລະເມືອງອາຊຽນ. ພ້ອມດຽວກັນນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊິ່ງລວມທັງ ການກະກຽມ ກິດຈະກຳລະນຶກການເຊັນ “ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ໃນອາຊີ ຕາເວັນອອກ ສຽງໃຕ້” ຄົບຮອບ 50 ປີ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL