ການຜະລິດ-ຈຳໜ່າຍ-ການສົ່ງອອກລົດໄຟຟ້າຂອງ ສປ ຈີນ ບັນລຸການເຕີບໂຕຢ່າງໝັ້ນທ່ຽງ

14/05/2026 21:41
ຂປລ ໃນ​ເດືອນ​ເມ​ສາ​ປີ​ນີ້, ການ​ຜະ​ລິດ,ຈຳ​ໜ່າຍ ​ແລະ ​ການ​ສົ່ງ​ອອກ​ລົດ​ພະ​ລັງ​ງານ​ໃໝ່​​ ຫລື ລົດ​ໄຟ​ຟ້າຂອງ ສປ ​ຈີນ​ ລ້ວນ​ແຕ່​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ.

     ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 11 ພຶດ​ສະ​ພາ​ນີ້, ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ​ລົດ​ຍົນ​ຈີນ ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ເດືອນ​ເມ​ສາ​ປີ​ນີ້, ການ​ຜະ​ລິດ,ຈຳ​ໜ່າຍ ​ແລະ ​ການ​ສົ່ງ​ອອກ​ລົດ​ພະ​ລັງ​ງານ​ໃໝ່​​ ຫລື ລົດ​ໄຟ​ຟ້າຂອງ ສປ ​ຈີນ​ ລ້ວນ​ແຕ່ ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ ​ຢ່າງ​ໝັ້ນ​ທ່ຽງ.ໃນ​ເດືອນ​ເມ​ສາ​ປີ​ນີ້, ​ການ​ຜະ​ລິດ ​ແລະ ​ຈຳ​ໜ່າຍ​ລົດ​ໄຟ​ຟ້າ ​ມີ​ເຖິງ 1.320.000 ​ຄັນແລະ 1.344.000 ຄັນ​ ຕາມ​ລຳ​ດັບ,ເພີ່ມ​ຂຶ້ນ 5,5% ແລະ 9,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ຍອດການ​ຈຳ​ໜ່າຍ​ລົດໄຟ​ຟ້າ​ໄດ້​ກວມ​ເອົາ 53,2% ຂອງ​ການຈຳ​ໜ່າຍ​ລົດ​ຍົນ​ໃໝ່​​ທັງ​ໝົດ. ໃນ​ດ້ານ​ການ​ສົ່ງ​ອອກ, ​ໄດ້ສົ່ງ​ອອກ​ລົດ​​ໄຟ​ຟ້າ 430.000 ຄັນ,ເພີ່ມ​ຂຶ້ນ 1,1 ເທົ່າ​ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ 2025. ພ້ອມ​ກັນ​ນັ້ນ, ໃນ​ເດືອນ​ມັງ​ກອນ​ ຫາ​ເດືອນ​ເມ​ສາ​ປີ​ນີ້, ການ​ສົ່ງ​ອອກ​ລົດ​ໄຟ​ຟ້າຂອງ ສປ ​ຈີນ ​ໄດ້​ມີ​​ເຖິງ 1.384.000 ຄັນ, ເພີ່ມ​ຂຶ້ນ 1,2 ເທົ່າ​ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top