ຂປລ
ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີ, ວັນທີ 14 ພຶດສະພານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ. ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຄວາມຈິງໄດ້ພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ: ໃນສົງຄາມການຄ້າ ບໍ່ມີຝ່າຍຊະນະ, ທາດແທ້ ຂອງການພົວພັນ ດ້ານເສດຖະກິດການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາແມ່ນຕ່າງຝ່າຍ ຕ່າງມີຜົນປະໂຫຍດ, ເມື່ອປະເຊີນໜ້າກັບ ຄວາມເຫັນທີ່ແຕກຕ່າງກັນ ແລະ ຂໍ້ຂັດແຍ້ງ, ການປຶກສາຫາລືຢ່າງສະເໝີພາບ ແມ່ນທາງເລືອກທີ່ຖືກຕ້ອງ ພຽງທາງດຽວ. ມື້ວານນີ້, ຄະນະເສດຖະກິດ ການຄ້າ ຂອງສອງຝ່າຍໄດ້ບັນລຸຜົນສຳເລັດທີ່ຕັ້ງໜ້າ ແລະ ມີຄວາມດຸນດ່ຽງໂດຍລວມ, ສິ່ງນີ້ແມ່ນຂ່າວດີ ຕໍ່ປະຊາຊົນສອງປະເທດ ກໍຄືຕໍ່ໂລກ. ສອງຝ່າຍຄວນຮ່ວມກັນຮັກສາທ່າອ່ຽງ ທີ່ດີທີ່ໄດ້ມາບໍ່ແມ່ນງ່າຍໃນປັດຈຸບັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL