ຂປລ
ສຳນັກງານ ພາສີ ແລະ ອາກອນ ຂອງ ກຳປູເຈຍ ລາຍງານວ່າ: ມູນຄ່າ ການສົ່ງອອກ ສິນຄ້າ ຂອງ ປະເທດນີ້ ໃນໄລຍະເດືອນ ມັງກອນ-ເດືອນເມສາ ປີ 2026 ບັນລຸ 1,11 ໝື່ນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 21,7% ເມື່ອທຽບປີຕໍ່ປີ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ , ເມື່ອບໍ່ດົນມານີ້, ສຳນັກງານ ພາສີ ແລະ ອາກອນ ຂອງ ກຳປູເຈຍ ລາຍງານວ່າ: ມູນຄ່າ ການສົ່ງອອກ ສິນຄ້າ ຂອງ ປະເທດນີ້ ໃນໄລຍະເດືອນ ມັງກອນ-ເດືອນເມສາ ປີ 2026 ບັນລຸ 1,11 ໝື່ນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 21,7% ເມື່ອທຽບປີຕໍ່ປີ, ໂດຍຈຸດໝາຍ ການສົ່ງອອກ 5 ອັນດັບ ທຳອິດໄດ້ແກ່ ສ.ອາເມລິກາ, ຫວຽດນາມ, ຍີ່ປຸ່ນ, ຈີນ ແລະ ການາດາ. ສ່ວນມູນຄ່າ ການນໍາເຂົ້າ ສິນຄ້າ ຂອງ ກຳປູເຈຍ ໃນໄລຍະ 4 ເດືອນດັ່ງກ່າວ ລວມມີ 1,22 ໝື່ນລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 18,3% ເມື່ອທຽບປີຕໍ່ປີ.
ການຈະເລີນເຕີບໂຕ ດັ່ງກ່າວນີ້ ເປັນຜົນມາຈາກ ການຕົກລົງ ຫຸ້ນສ່ວນ ທາງດ້ານ ເສດຖະກິດ ລະດັບ ພາກພື້ນ(RCEP) ແລະ ກຸ່ມຂໍ້ຕົກລົງ ການຄ້າ ເສລີ ທະວີພາຄີ ຂອງ ກຳປູເຈຍ ກັບ ຈີນ, ສ.ເກົາຫລີ ແລະ ສະຫະນະຄອນ ເອເມເຣັດ ອາຣັບ ຊຶ່ງໃຫ້ສິດທິພິເສດ ທາງດ້ານພາສີ ໂດຍສະເພາະ ສິນຄ້າ ທີ່ ຜະລິດ ຢູ່ປະເທດ ກຳປູເຈຍ./
KPL