ຂປລ
ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສຳຫລວດການນຳພາຂອງຄະນະພັກສະໄໝທີ V ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2 ຂອງອົງຄະນະພັກ ຄອສພ ໃນວັນທີ 13 ພຶດສະພາ 2026.
ຂປລ. ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສໍາຮອງອ້ອມຂ້າງ ຄອສພ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າ ຄອສພ ໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ຄອສພ ສະໄໝທີ V ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ໄລຍະ 5 ປີຜ່ານມາ, ລວມທັງດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ໄລຍະ 5 ປີຜ່ານມາ ຄອສພ ໄດ້ສຸມໃສ່ປັບປຸງ-ກໍ່ສ້າງທັງ 4 ດ້ານ ໄປພ້ອມໆກັນເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນຳພາທີ່ເຂັ້ມແຂງ ຂອງພັກໄລຍະໃໝ່ເຂັ້ມແຂງຂຶ້ນ. ນອກຈາກນີ້, ຍັງໄດ້ປະຕິບັດລະບອບດໍາເນີນຊີວິດຂອງໜ່ວຍພັກເປັນປົກກະຕິ, ປັບປຸງເນື້ອໃນ ແລະ ຮູບການດຳເນີນຊີວິດ ການເມືອງໃຫ້ຄວາມສອດຄ່ອງສະພາບເງື່ອນໄຂຕົວຈິງ ໂດຍສຸມໃສ່ການກວດກາ, ຕີລາຄາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ປັບປຸງແຜນການນຳພາ, ວີທີການເຮັດວຽກຂອງຕົນ ໃຫ້ແທດເໝາະຕົວຈິງຫລາຍຂຶ້ນ.

ຈາກນັ້ນ, ສະຫາຍ ຄຳກອງ ທຳມະເທວາ ຫົວໜ້າກົມອົບຮົມກໍໄດ້ຜ່ານຮ່າງໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງສຸມສະຕິປັນຍາ ປະກອບຄຳຄິດຄຳເຫັນໃສ່ບັນດາຮ່າງບົດລາຍງານດັ່ງກ່າວ ໂດຍສະເພາະສະເໜີໃຫ້ຜູ້ເຂົ້າຮ່ວມເບິ່ງຄືນກ່ຽວກັບຜົນສຳເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການຕໍ່ໜ້າລວມທັງວຽກຈຸດສຸດ ວ່າຄົບຖ້ວນສົມບູນແລ້ວບໍ່, ຍັງມີ ບັນຫາໃດຄວາມເພີ່ມຕື່ມ. ທັງນີ້, ກໍເພື່ອແນໃສ່ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງຂອງວຽກງານເພື່ອຈະນຳໄປພິຈາລະນາ ແລະ ຮັບຮອງໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ຄອສພ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.ໃນກອງປະຊຸມ, ສະຫາຍ ວັນສີ ກົວມົວ ໄດ້ຜ່ານມາດຖານ, ເງື່ອນໄຂຜູ້ສະໝັກເລືອກຕັ້ງເຂົ້າໃຈຄະນະບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານກວດກາ.
ຈາກນັ້ນ, ກໍໄດ້ດຳເນີນການປ່ອນບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຮອບທີ 2.
KPL