ຂປລ
ຂປລ. ເປັນເວລາ 5 ປີ ມານີ້, ເຖິງວ່າ ສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫລັບສັບຊ້ອນ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ.
ຂປລ. ເປັນເວລາ 5
ປີ ມານີ້, ເຖິງວ່າ ສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ,
ສັບສົນ ແລະ ເຕັມໄປດ້ວຍຄວາມສະຫລັບສັບຊ້ອນ,
ສົ່ງຜົນກະທົບຕໍ່ສັນຕິພາບ,
ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ.
ສະພາບການຂອງສາກົນດັ່ງກ່າວ ຍ່ອມສົ່ງກະທົບຢ່າງຫລີກລ່ຽງບໍ່ໄດ້ຕໍໍ່ພັກ, ຕໍ່ສປປ ລາວ,
ນອກນັ້ນ ຍັງໄດ້ຜະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
ຢ່າງໜັກໜ່ວງຮອບດ້ານ ລວມທັງການກະທົບຢ່າງແຮງຈາກ ພະຍາດໂຄວິດ-19 ກະໜ່ຳເຂົ້າຢ່າງເນື່ອງນິດລຽນຕິດ, ໃນເວລາດຽວກັນ ຄວາມຫຍໍ້ທໍ້ໃນສັງຄົມກໍເກີດຂຶ້ນຕາມໆມາ...
ແຕ່ພັກກໍໄດ້ເດັດດ່ຽວແກ້ໄຂທຸກໆຄວາມທ້າທາຍ ສາມາດເຮັດໃຫ້ທິດທາງ,
ຄາດໝາຍສູ້ຊົນທີ່ວາງອອກ
ໄດ້ຮັບການຈັດຕັ້ງປະຕິບັດທີ່ເປັນພື້ນຖານ.
ເຖິງວ່າ ສະພາບແວດລ້ອມຂອງໂລກ
ໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ
ແຕ່ປະເທດຊາດ ຂອງພວກເຮົາມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ເສດຖະກິດ
ເຖິງວ່າ ມີຄວາມຫຍຸ້ງຍາກ ແຕ່ກໍມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງ, ປະຊາຊົນ ບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ
ທັງມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ. ສຳລັບລວມຍອດຜະລິດຕະພັນພາຍໃນ
(GDP) ຂະຫຍາຍຕົວ ສະເລ່ຍໃນລະດັບ
4,24% (ຄາດໝາຍວາງໄວ້ 4%
ຂຶ້ນໄປ); GDP ຕໍ່ຫົວຄົນ ບັນລຸໄດ້ 2.188 ໂດລາ (ແຜນການ 2.880 ໂດລາ) ແລະ GNI ຕໍ່ຄົນ
ບັນລຸໄດ້ 1.985 ໂດລາສະຫະລັດ (ແຜນການ 2.280
ໂດລາ); ຈັດເກັບລາຍຮັບງົບປະມານ
ໄດ້ເກີນແຜນ 5 ປີຊ້ອນ,
ໃນ 5 ປີ ມີລາຍຮັບງົບປະມານ ທັງໝົດ 251.910 ຕື້ກີບ, ເທົ່າກັບ
140% ຂອງເເຜນ ຫລື ເທົ່າກັບ 18,65%
ຂອງ GDP (ແຜນການ 17%). ອັດຕາເງິນເຟີ້ຫລຸດລົງຈາກ
22,96% ໃນປີ 2022
ມາເປັນ 8,3% ໃນປີ 2025.
ນອກຈາກນີ້, ຊີວິດການເປັນຢູ່ທາງດ້ານວັດຖຸ
ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນເປັນກ້າວໆ; ອັດຕາຄວາມທຸກຍາກ ໄດ້ຫລຸດລົງຈາກ 18,3%
ໃນປີ 2019 ມາເປັນ 15% ຂອງປະຊາກອນ
ທັງໝົດ ໃນປີ 2025 (ແຜນການແມ່ນ
13,9%).ຂະນະທີ່ອົງການຈັດຕັ້ງໃນລະບົບການເມືອງ
ໄດ້ຮັບການປັບປຸງສູ່ຄຸນະພາບ
ໃໝ່ ເຊິ່ງໄດ້ຕັ້ງໜ້າເສີມຂະຫຍາຍ
ແລະ ປະຕິບັດພາລະບົດບາດຂອງຕົນ ໄດ້ຢ່າງເປັນເຈົ້າການ; ໄດ້ປັບປຸງກົນໄກການ ນໍາພາຂອງພັກ ແລະ ການຄຸ້ມຄອງລັດຢູ່ຂັ້ນທ້ອງຖິ່ນສະຫາຍເລຂາພັກ
ບໍ່ຄວບຕໍາແຫນ່ງປະທານຄະນະ ກໍາມະການປົກ ຄອງ.
ປັບປຸງກົງຈັກການຈັດຕັ້ງ,
ໃນນັ້ນ ໄດ້ສ້າງຕັ້ງການປົກຄອງຕາແສງ
ເປັນຂັ້ນການປົກຄອງ ລຸ່ມສຸດ; ການ ເຄື່ອນໄຫວຄຸ້ມຄອງລັດ,
ຄຸ້ມຄອງເສດຖະກິດ-ສັງຄົມ
ຂອງບັນດາອົງການລັດ ໄດ້ຮັບການຍົກລະດັບ ໃຫ້ມີປະສິດ ທິ ພາບກວ່າເກົ່າ.ຫລຸດຈໍານວນກະຊວງ,
ອົງການຈາກ 19 ພາກສ່ວນ ຍັງເຫລືອ 15 ພາກສ່ວນ, ຫລຸດຂັ້ນກົມໄດ້
43 ກົມ ແລະ ຫລຸດຂັ້ນພະແນກ
ຂັ້ນແຂວງ ໄດ້ 13 ພະແນກ.
ການພົວພັນຮ່ວມມື
ກັບບັນດາປະເທດເພື່ອນມິດສາກົນ ໄດ້ຮັບການຍົກລະດັບ ແລະ ຂະຫຍາຍຕົວສູ່ລວງເລິກ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ
ປະເທດຊາດ ເຮັດໃຫ້ບົດບາດອິດທິພົນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ປະເທດຊາດ
ສືບຕໍ່ສ້າງໄດ້ພື້ນຖານອັນໜັກແໜ້ນ ເພື່ອກ້າວຂຶ້ນສູ່ຈຸດຫມາຍທີ່ວາງໄວ້.
KPL