ຂປລ. ໃນວັນທີ 9 ພຶດສະພາ 2026 ຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ນຳພາຄະນະເຂົ້າພົບປະຫາລືວຽກງານຮ່ວມກັບຄະນະບໍລິຫານງານ ບໍລິສັດ Sun Group ຢູ່ນະຄອນດາໜັງ ສສ ຫວຽດນາມ

13/05/2026 13:01
Email Print 110
ຂປລ ຂປລ. ໃນອາທິດຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງຈຳປາສັກ ໄດ້ນຳພາຄະນະ ເຂົ ້າພົບປະຫາລືວຽກງານຮ່ວມກັບ ຄະນະບໍລິຫານງານບໍລິສັດ Sun Group ຢູ ່ນະຄອນດາໜັງ ສສ ຫວຽດນາມ

ຂປລ. ໃນວັນທີ 9 ພຶດສະພາ 2026 ຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ນຳພາຄະນະເຂົ້າພົບປະຫາລືວຽກງານຮ່ວມກັບຄະນະບໍລິຫານງານ ບໍລິສັດ Sun Group ຢູ່ນະຄອນດາໜັງ ສສ ຫວຽດນາມ ເພື່ອເປີດປະຕູຮັບການລົງທຶນຄັ້ງໃຫຍ່ໃນຂົງເຂດການທ່ອງທ່ຽວ  ຊຶ່ງໃນການພົບປະຄັ້ງນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ນຳສະເໜີ 3 ຈຸດຍຸດທະສາດ ທີ່ເໝາະສຳລັບໂຄງການຍັກໃຫຍ່ ທີ່ໜ້າສົນໃຈ ເພື່ອດຶງດູດບໍລິສັດຜູ້ສ້າງຕຳນານ Ba Na Hills ໃຫ້ມາມຸ່ງໜ້າສູ່ລາວໃຕ້ ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ ໃນການກໍ່ສ້າງກະເຊົ້າລອຍຟ້າຢູ່ເຂດພູສ່າເຫລົ້າ-ພູມະໂລງ ເມືອງໂພນທອງ, ເຂດພູພຽງບໍລິເວນ ເມືອງປາກຊ່ອງ ແລະ ເຂດສີພັນດອນ ເມືອງໂຂງ ແຂວງຈຳປາສັກ.

ເຂດພູສ່າເຫລົ້າ-ພູມະໂລງ ມີຈຸດຊົມທິວທັດທີ່ສວຍງາມລຽບຕາມລຳນ້ຳຂອງ. ສ່ວນເຂດພູພຽງບໍລິເວນ (ເມືອງປາກຊ່ອງ) ເປັນເຂດພູໄຟເກົ່າທີ່ມີສະພາບອາກາດດີທີ່ສຸດ, ເໝາະສຳລັບການສ້າງຣີສອດທີ່ມີຄວາມສະດວກສະບາຍ, ຄວາມເປັນສ່ວນຕົວ ແລະ ການບໍລິການທີ່ດີເລີດ. ສຳລັບເຂດສີພັນດອນ ແມ່ນມີຄວາມມະຫັດສະຈັນທາງທຳມະຊາດ ທີ່ເປັນເອກະລັກ ໜຶ່ງດຽວໃນອາຊີອາຄະເນ. ພ້ອມນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ຍົກໃຫ້ເຫັນຈຸດພິເສດ ແລະ ທ່າແຮງສູງສຸດຂອງການພົວພັນຮ່ວມມື ແບບພິເສດ ທີ່ເປັນມິດຕະພາບອັນແໜ້ນແຟ້ນລະຫວ່າງ ຈຳປາສັກ-ດາໜັງ, ມີໂລຈິສຕິກທີ່ທັນສະໄໝ ໂດຍສະເພາະ ລະບົບການເຊື່ອມຈອດແລວເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ສະດວກສະບາຍ. ພ້ອມທັງເປັນສູນກາງການເຊື່ອມຕໍ່ ເປັນຕົ້ນ ມີທີ່ຕັ້ງຍຸດທະສາດເຊື່ອມຕໍ່ ໄທ (ອຸບົນ)-ກຳປູເຈຍ-ຫວຽດນາມ. ພ້ອມນີ້, ແຂວງຈຳປາສັກ ຍັງມີມໍລະດົກໂລກວັດພູຈຳປາສັກ ຊຶ່ງເປັນແຫລ່ງທ່ອງທ່ຽວທາງອະລິຍະທຳ ທີ່ມີຊື່ສຽງລະດັບສາກົນ, ມີເຂດພູພຽງບໍລິເວນທີ່ມີອາກາດໜາວເຢັນ (18-20 ອົງສາ) ຕະຫລອດປີ. ນອກຈາກນີ້, ຍັງມີທ່າແຮງທາງດ້ານກະສິກຳ ໂດຍສະເພາະ ແຫລ່ງປູກ ບຣູເບີລີ, ແບຣກເບີລີ ແລະ ໝາກແມັກຄາເດເມຍ ທີ່ຫາໄດ້ຍາກໃນພາກພື້ນ.

ໂອກາດດັ່ງກ່າວ, ຮອງປະທານບໍລິສັດ Sun Group ກໍໄດ້ສະແດງຄວາມສົນໃຈຢ່າງສູງຕໍ່ຂໍ້ມູນດັ່ງກ່າວ ແລະ ຢືນຢັນວ່າ: ໃນເດືອນມິຖຸນາ 2026 ນີ້, ຄະນະນຳຂອງບໍລິສັດ ຈະຮ່ວມເດີນທາງໄປກັບຄະນະຜູ້ແທນນະຄອນດາໜັງ ເພື່ອມາສຶກສາສຳຫລວດຄວາມເປັນໄປໄດ້ ໃນການລົງທຶນຢູ່ແຂວງຈຳປາສັກ. ການຮ່ວມມືຄັ້ງນີ້ ຖືເປັນຄວາມຫວັງໃໝ່ທີ່ຈະຊ່ວຍຍົກລະດັບໃຫ້ແຂວງຈຳປາສັກ ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວລະດັບໂລກ ທີ່ມີມາດຕະຖານການບໍລິການ ແລະ ສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ຄືກັນກັບ Ba Na Hills ທີ່ນະຄອນດາໜັງ ສສ ຫວຽດນາມ ທີ່ໂດ່ງດັງມາແລ້ວ.



(ແຫລ່ງຂ່າວຈາກ ແຂວງຈຳປາສັກ)ໂດຍ: ສະນັ່ນ ມົນໄມຕີ

KPL

ຂ່າວອື່ນໆ

ads
ads

Top