ຂປລ
ຂປລ. ເພື່ອເຮັດໃຫ້ບັນຫາອຸບັດເຫດຫລຸດໜ້ອຍຖອຍລົງ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການລົງໂຄ ສະນາ ເຜີຍແຜ່ກົດລະບຽບຈະລາຈອນຢູ່ບັນດາໂຮງຮຽນ ເພື່ອໃຫ້ນັກຮຽນມີຄວາມເຂົ້າໃຈ ແລະ ນຳໄປໃຊ້ ກໍຄືຂັບຂີ່ລົດຖືກຕາມກົດຈະລາຈອນ.

ຂປລ. ເພື່ອເຮັດໃຫ້ບັນຫາອຸບັດເຫດຫລຸດໜ້ອຍຖອຍລົງ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການລົງໂຄ ສະນາ ເຜີຍແຜ່ກົດລະບຽບຈະລາຈອນຢູ່ບັນດາໂຮງຮຽນ ເພື່ອໃຫ້ນັກຮຽນມີຄວາມເຂົ້າໃຈ ແລະ ນຳໄປໃຊ້ ກໍຄືຂັບຂີ່ລົດຖືກຕາມກົດຈະລາຈອນ. ດັ່ງເມື່ອມໍ່ໆມານີ້, ຄະນະກຳມະການດ້ານຄວາມປອດໄພທາງຫລວງຂັ້ນແຂວງ, ນໍາໂດຍ ທ່ານ ສຸດໃຈ ມະນິທອງ ຮອງຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ, ມີຕຳຫລວດຈະລາຈອນແຂວງ, ອົງການກາແດງແຂວງ ແລະ ອຳນວຍການໂຮງຮຽນ,ຄູ-ອາຈານ, ພ້ອມດ້ວຍນັກຮຽນ ມສ ເຂົ້າຮ່ວມ.

ທ່ານ ສຸລິສັກ ສີລິຄຳພູນ ຮອງຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງກ່າວວ່າ: ການລົງໂຄສະນາເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງຄັ້ງນີ້ ເພື່ອເຜີຍແຜ່ໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພຕາມທາງຫລວງໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນ ໃນໂຮງຮຽນ ມສ ແຂວງເຊກອງ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຂອງການຈະລາຈອນຕາມທ້ອງຖະໜົນ, ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ, ຄວາມສຳຄັນ ແລະ ການນຳໃຊ້ປ້າຍສັນຍານ ແລະ ຮູ້ຈັກປະເມີນຜູ້ປະສົບໄພ ຫລື ເຄາະຮ້າຍ ແລະ ໃຫ້ການຊ່ວຍເຫລືອຊີວິດຂັ້ນພື້ນຖານ, ທັງເປັນການຫລຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ. ພ້ອມນີ້ ບັນດາພະແນກການກ່ຽວຂ້ອງຂັ້ນແຂວງກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ບັນດາເອກະສານຢ່າງລະອຽດຈະແຈ້ງ ໂດຍເອກະສານທີ່ນຳມາໂຄສະນາເຜີຍແຜ່ຄັ້ງນີ້ ປະກອບມີກົດລະບຽບຈະລາຈອນທາງບົກ, ຮຽນຮູ້ຄວາມໝາຍຄວາມສຳຄັນກ່ຽວກັບປ້າຍ ເຄື່ອງໝາຍການຈະລາຈອນຕາມເສັ້ນທາງສູງ, ຮຽນຮູ້ຂັ້ນຕອນ ແລະ ວິທີການ ແລະ ພ້ອມທັງສາທິດການຊ່ວຍເຫລືອຊີວິດຜູ້ບາດເຈັບຈາກການເກີດອຸປະຕິເຫດຂັ້ນພື້ນຖານ ແລະ ອາການແຄ້ນຂອງຜູ້ບາດເຈັບຈາກການເກີດອຸປະຕິເຫດ.
ນອກຈາກທີ່ກ່າວມານັ້ນແລ້ວ, ຍັງໄດ້ມີການຫລິ້ນກິດຈະກຳການຖາມ-ຕອບ, ກ່ຽວກັບກົດລະບຽບຈະລາຈອນ, ການນຳໃຊ້ປ້າຍສັນຍານ, ປ້າຍເຕືອນ, ປ້າຍຫ້າມຂໍ້ກຳນົດຕ່າງໆ ເພື່ອຮັບລາງວັນຈາກຄະນະກຳມະການທີ່ລົງມາໂຄສະນາເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງຂັ້ນແຂວງ ດ້ວຍບັນຍາກາດຟົດຟື້ນ.
KPL