ຂປລ
ກອງປະຊຸມ ຜູ້ນໍາປະຊາຄົມການ ເມືອງເອີຣົບ ຄັ້ງທີ 8 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບ ເສດຖະກິດ, ຄວາມໝັ້ນຄົງ ດ້ານພະລັງງານ, ການພົວພັນ ລະຫວ່າງ ເອີຣົບ-ອາເມຣິກາ ແລະ ອື່ນໆ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ພຶດສະພານີ້, ກອງປະຊຸມ ຜູ້ນໍາປະຊາຄົມການ ເມືອງເອີຣົບ ຄັ້ງທີ 8 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເຢເຣວານ ປະເທດອາກເມນີ. ກອງປະ ຊຸມຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບ ເສດຖະກິດ, ຄວາມໝັ້ນຄົງ ດ້ານພະລັງງານ, ການພົວພັນ ລະຫວ່າງ ເອີຣົບ-ອາເມຣິກາ ແລະ ອື່ນໆ. ຜູ້ນໍາຈາກຫລາຍປະເທດໃນເອີຣົບ ເນັ້ນໜັກວ່າ: ເອີຣົບ ຕ້ອງເດີນຕາມເສັ້ນທາງແຫ່ງ “ຄວາມເປັນເຈົ້າການ ດ້ານການປ້ອງກັນປະເທດ” ແລະຫຼຸດຜ່ອນການອາໄສອາເມຣິກາໃນດ້ານຄວາມໝັ້ນຄົງ.ກ່ອນນ້ານີ້, ທ່ານ ໂດນັນ ທຣໍາ ປະທານາ ທິບໍດີ ສ.ອາເມລິກາ ໄດ້ອອກຖະແຫລງການ ກ່ຽວກັບ ເອີຣົບ ເຊິ່ງໄດ້ເພີ່ມຄວາມເຄັ່ງຕຶງໃຫ້ແກ່ ວາລະຂອງກອງປະຊຸມຄັ້ງນີ້. ໂອກາດນີ້, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ກ່າວວ່າ: ສ. ອາເມລິກາ ໃນຖານະເປັນພັນທະມິດ ຂອງເອີຣົບ ພວມກາຍເປັນປະເທດ ທີ່ຄາດເດົາໄດ້ຍາກ ນັບມື້ເພີ່ມຂຶ້ນ, ສິ່ງນີ້ເຮັດໃຫ້ເອີຣົບ ຕ້ອງເພີ່ມທະວີ ຄວາມສາມັກຄີ ແລະ ການຮ່ວມມື. ເອີຣົບ ພວມເພີ່ມງົບປະມານ ດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ເພື່ອສ້າງເປັນແຜນ ການແກ້ໄຂບັນຫາຮ່ວມທີ່ເປັນຂອງເອີຣົບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL