ຂປລ
ກອງປະຊຸມມີຫົວຂໍ້ “ເພີ່ມທະວີ ການຮ່ວມມືຊາວໜຸ່ມ ອາຊີ ຕາເວັນອອກສ່ຽງໃຕ້ ແລະ ການທູດກິລາ ເພື່ອອະນາຄົດແບບຍືນຍົງ”, ໂດຍເນັ້ນໜັກເຖິງ ຄວາມສຳຄັນຂອງການທູດກິລາ ແລະ ເພີ່ມທະວີ ການຮ່ວມມື ໃນພາກພື້ນ ເພື່ອແກ້ໄຂ ບັນດາສິ່ງທ້າທາຍ ໃນອະນາຄົດ.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມ ລັດຖະມົນຕີ ຊາວໜຸ່ມ ແລະ ກິລາ ອາຊີ ຕາເວັນອອກສ່ຽງໃຕ້ ປີ 2026 ຖືກໄຂຂຶ້ນໃນວັນທີ 4 ພຶດສະພາ, ຢູ່ ບາລີ, ອິນໂດເນເຊຍ. ກອງປະຊຸມມີຫົວຂໍ້ “ເພີ່ມທະວີ ການຮ່ວມມືຊາວໜຸ່ມ ອາຊີ ຕາເວັນອອກສ່ຽງໃຕ້ ແລະ ການທູດກິລາ ເພື່ອອະນາຄົດແບບຍືນຍົງ”, ໂດຍເນັ້ນໜັກເຖິງ ຄວາມສຳຄັນຂອງການທູດກິລາ ແລະ ເພີ່ມທະວີ ການຮ່ວມມື ໃນພາກພື້ນ ເພື່ອແກ້ໄຂ ບັນດາສິ່ງທ້າທາຍ ໃນອະນາຄົດ. ສິ່ງດັ່ງກ່າວລວມທັງບົດບາດຂອງຄົນລຸ້ນໜຸ່ມ ດ້ວຍຖານະ ເປັນບັນດາການນຳກຳນົດທິດທາງ ພັດທະນາ ຂອງອາຊີ ຕາເວັນອອກສ່ຽງໃຕ້ໃນເວທີສາກົນ.ໃນໂອກາດນີ້ ທ່ານ ອີຣິກ ໂທເຮີ(Erick Thohir), ລັດຖະມົນຕີຊາວໜຸ່ມ ແລະ ກິລາ ອິນໂດເນເຊຍ ເນັ້ນໜັກວ່າ ອາຊີ ຕາເວັນອອກ ສ່ຽງໃຕ້ ມີກຳລັງບົ່ມຊ້ອນຫລາຍ ພໍສົມຄວນເພື່ອສ້າງອະນາຄົດ ແບບຍືນຍົງຜ່ານການຮ່ວມມືຂ້າມຊາຍແດນ, ແລະ ການທ່ອງທ່ຽວກິລາ ແລະ ຂະແໜງ ອຸດສາຫະກຳກິລາ ພວມກາຍເປັນບັນດາພາກສ່ວນທີ່ຂາດບໍ່ໄດ້ຂອງການພັດທະນາ ເສດຖະກິດໃນອະນາຄົດ. ບັນດາວາລະປະຊຸມ ໃນກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ເພີ່ມທະວີການຮ່ວມມື ແລະ ຮັກສາທ່ວງທ່າພັດທະນາ ຂອງພາກພື້ນເທົ່ານັ້ນ, ຫາກຍັງແກ້ໄຂບັນດາບູລິມະສິດ ທີ່ຫາກໍ່ພົ້ນເດັ່ນ, ລວມທັງ ສຸຂະພາບທາງຈິດ, ໂອກາດເຮັດວຽກ, ຈິດໃຈ startup, ທັກສະດີຈີຕອນ ແລະ ສຳຄັນທີ່ສຸດແມ່ນການມອບສິດໃຫ້ແກ່ ຊາວໜຸ່ມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL