ຂປລ
ໄຕມາດທຳອິດປີນີ້, ທະນາຄານພັດທະນາແຫ່ງຊາດຈີນ ໄດ້ປ່ອຍເງິນກູ້ພິເສດ ເພື່ອຮັບປະກັນ ຄວາມໝັ້ນຄົງ ດ້ານການຄ້າ ກັບຕ່າງປະເທດ 28,54 ຕື້ຢວນ ເຊິ່ງໄດ້ສະໜັບສະໜູນ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດຍ່ອຍ ຫລາຍກວ່າ 6.500 ແຫ່ງ ເພື່ອຊ່ວຍວິສາຫະກິດທີ່ກ່ຽວຂ້ອງຫລຸດຜ່ອນ ຄວາມກົດດັນດ້ານເງິນທຶນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທະນາຄານ ພັດທະນາແຫ່ງຊາດຈີນ ໃຫ້ຮູ້ວ່າ: ໄຕມາດທຳອິດປີນີ້, ທະນາຄານພັດທະນາແຫ່ງຊາດຈີນ ໄດ້ປ່ອຍເງິນກູ້ພິເສດ ເພື່ອຮັບປະກັນ ຄວາມໝັ້ນຄົງ ດ້ານການຄ້າ ກັບຕ່າງປະເທດ 28,54 ຕື້ຢວນ ເຊິ່ງໄດ້ສະໜັບສະໜູນ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດຍ່ອຍ ຫລາຍກວ່າ 6.500 ແຫ່ງ ເພື່ອຊ່ວຍວິສາຫະກິດທີ່ກ່ຽວຂ້ອງຫລຸດຜ່ອນ ຄວາມກົດດັນດ້ານເງິນທຶນ. ເຈົ້າໜ້າທີ່ ພາກສ່ວນສັງຄົມ ແລະ ຊີວິດການເປັນຢູ່ປະຊາຊົນ ຂອງທະນາຄານ ພັດທະນາແຫ່ງຊາດຈີນ ກ່າວວ່າ: ໃນຕໍ່ໜ້າ, ຈະຕັ້ງໜ້ານຳພາ ທະນາຄານຮ່ວມມືຂອງຕົນ ເພີ່ມທະວີການສະໜັບສະໜູນ ຕໍ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດຍ່ອຍ ໃນຂົງເຂດຈຸດສຸມຕ່າງໆ ເຊັ່ນ: ການຄ້າກັບຕ່າງປະເທດ, ອຸດສາຫະກຳການຜະລິດ ເປັນຕົ້ນ ເພື່ອຮັບປະກັນການເຕີບໃຫຍ່ ຂະຫຍາຍຕົວ ຂອງວິສາຫະກິດເຫລົ່ານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL