ຮອງ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ ຈີນ

05/05/2026 11:29
Email Print 1589
ຂປລ ເມ່ືອບ່ໍດົນມານ້ີ, ທ່ີເຮືອນຮັບແຂກລັດຖະບານ, ນະຄອນຫລວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຫວັງ ອີ້ ກຳ ມະການກົມການເມືອງສູນກາງພັກ, ທ່ີປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ.

    ຂປລ.  ໃນໂອກາດເດີນທາງໄປເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີ ມິດຕະພາບ ລາວ-ຈີນ, ຈີນ-ລາວ ທີ່ນະຄອນຫລວງປັກກິ່ງ ສປ ຈີນ. ໃນໂອກາດນ້ີ, ສະຫາຍ ຫວັງ ອ້ີ  ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ຊ່ຶງສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມດ່ັງກ່າວ ແລະ ໄດ້ສະແດງຄວາມຂອບໃຈຝ່າຍຈີນ ທ່ີໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເອົາໃຈໃສ່ເປັນຢ່າງດີຕ່ໍການເດີນທາງມາແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຂອງສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໃນນາມເປັນຜູ້ຕາງໜ້າພິເສດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວດ້ວຍຜົນສໍາເລັດອັນຈົບງາມ. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງໃຫ້ຝ່າຍຈີນຊາບໂດຍຫຍ້ໍກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດລາວ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ທີ່ໄດ້ຈັດຂຶ້ນໃນເດືອນມີນາ 2026 ຜ່ານມາ.

    ໃນການພົບປະຄ້ັງນ້ີ, ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າສອງຝ່າຍໄດ້ມີການປະສານສົມທົບກັນຢ່າງໃກ້ຊິດໃນການຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງການນໍາສູງສຸດ ຂອງສອງປະເທດ ລາວ-ຈີນ ຢ່າງຕັ້ງໜ້າ ໂດຍສະເພາະການຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ ຢ່າງຄຶກຄື້ນ ແລະ ມີເນື້ອໃນລວມທັງການເປີດນໍາໃຊ້ ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 ກິໂລໂວນ (kv) ລາວ-ຈີນ ເປັນທາງການໃນວັນທີ 20 ເມສາ 2026 ຜ່ານມາ ຊຶ່ງແມ່ນໂຄງການທ່ີນອນຢູ່ໃນແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ພ້ອມທັງມີຫລາຍໆກິດຈະກໍາປິ່ນອ້ອມທ່ີພົ້ນເດັ່ນ ແລະ ກິດຈະກໍາຮ່ວມຂອງພາກສ່ວນຕ່າງໆ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ ແລະ ການໄປມາຫາສູ່ເຊິ່ງກັນ ແລະ ກັນຂອງປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ອີກດ້ວຍ.

     ສອງຝ່າຍຍັງໄດ້ຕີລາຄາສູງຕ່ໍສາຍພົວພັນມິດຕະພາບທ່ີເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງ ລາວ-ຈີນ ໄດ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງຊຶ່ງການຄ້າສອງຝ່າຍສືບຕໍ່ມີທ່າອ່ຽງເພ່ີມຂຶ້ນ, ການລົງທຶນຂອງ ສປ ຈີນ ຍັງຄອງອັນດັບຕົ້ນໆຂອງການລົງທຶນຈາກຕ່າງປະເທດຢູ່ ສປປ ລາວ; ການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ກໍຄືການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ, ລວມທັງການສືບຕ່ໍແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງແຕ່ສູນກາງລົງຮອດທ້ອງຖິ່ນກໍໄດ້ມີທ່າອ່ຽງເພີ່ມຫລາຍຂຶ້ນເຊັ່ນດຽວກັນ. 

     ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆໃຫ້ແຕກດອກອອກຜົນຂ້ຶນ. ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນການຕົກລົງຂອງຜູ້ນໍາສູງສຸດຂອງສອງປະເທດ ໂດຍສະເພາະຈັດຕ້ັງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ- ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫລາຍຂຶ້ນ  ແລະ ປະກອບສ່ວນເຂ້ົາໃນພາລະກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງສາປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕ່ໍກັບ ສະພາບການໃນພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີ ຄວາມສົນໃຈ.

    ໃນຕອນທ້າຍ, ສອງຝ່າຍຕ່າງກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຂະນົງແກ່ນຕະຫລອດໄປ.

    ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບສະຫາຍ ຢາງ ຫວ້ານ ໜິງ ປະທານສະມາຄົມມິດຕະພາບປະຊາຊົນຈີນກັບນາໆຊາດ ອີກດ້ວຍ.

KPL

ຂ່າວອື່ນໆ

ads
ads

Top