ເມືອງຊຽງຄໍ້ ມອບກາໝາຍສິນຄ້າ ໂອດັອບ ໃຫ້ແກ່ຜະລິດຕະພັນກ້ວຍຈືນ ແລະ ຖົ່ວດິນອົບກອບ ບ້ານຮັບ

05/05/2026 09:15
Email Print 452
ຂປລ ຂປລ. ອາທິດຜ່ານມາ, ຢູ່ທີ່ສະໂມສອນເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດພິທີປະກາດນຳໃຊ້ກາໝາຍສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຫລື ໂອດັອບ (ODOP) ໃຫ້ແກ່ຜະລິດຕະພັນຈາກກຸ່ມແປຮູບຜະລິດຕະພັນກະສິກຳບ້ານຮັບ ຢ່າງເປັນທາງການ ໂດຍມີທ່ານ ອຳພອນ ພີມແກ້ວວົງຄຳ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ພູທອງ ພັນທະວົງ ຮອງປະທານຄະນະກຳມະການປົກຄອງເມືອງຊຽງຄໍ້

ຂປລ. ອາທິດຜ່ານມາ, ຢູ່ທີ່ສະໂມສອນເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດພິທີປະກາດນຳໃຊ້ກາໝາຍສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຫລື ໂອດັອບ  (ODOP) ໃຫ້ແກ່ຜະລິດຕະພັນຈາກກຸ່ມແປຮູບຜະລິດຕະພັນກະສິກຳບ້ານຮັບ ຢ່າງເປັນທາງການ ໂດຍມີທ່ານ ອຳພອນ ພີມແກ້ວວົງຄຳ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ພູທອງ ພັນທະວົງ ຮອງປະທານຄະນະກຳມະການປົກຄອງເມືອງຊຽງຄໍ້ (ຜູ້ຊີ້ນຳຂົງເຂດເສດຖະກິດ), ມີບັນດາຄະນະຮັບຜິດຊອບ, ຫົວໜ້າ-ຮອງຫົວໜ້າພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງ, ພະນັກງານລັດຖະກອນພາຍໃນເມືອງເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ອະນຸຍາດນຳໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ໂອດັອບ(ODOP) ໃຫ້ແກ່ກຸ່ມແປຮູບຜະລິດ ຕະພັນກະສິກຳບ້ານຮັບ ເມືອງຊຽງຄໍ້ ເຊິ່ງປະກອບມີ 3 ຜະລິດຕະພັນຫລັກ ຄື: ກ້ວຍຈືນອົບກອບ, ກ້ວຍອົບນ້ຳເຜີ້ງ ແລະ ຖົ່ວດິນອົບກອບ. ການໄດ້ຮັບຮອງກາໝາຍ ໂອດັອບ ໃນຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນໃນການຢັ້ງຢືນເຖິງຄຸນນະພາບ, ມາດຕະຖານ ແລະ ເອກະລັກຂອງສິນຄ້າທ້ອງຖິ່ນ ທີ່ເກີດຈາກພູມປັນຍາ ແລະ ການນຳໃຊ້ວັດຖຸດິບພາຍໃນບ້ານໃຫ້ເກີດປະໂຫຍດສູງສຸດ.

ການມອບກາໝາຍ ໂອດັອບ (ODOP) ບໍ່ພຽງແຕ່ແມ່ນການຢັ້ງຢືນດ້ານມາດຕະຖານເທົ່ານັ້ນ, ແຕ່ຍັງເປັນການສ້າງໂອກາດ ໃຫ້ແກ່ຜູ້ຜະລິດໃນການເຂົ້າເຖິງ ຕະຫລາດທີ່ກວ້າງຂວາງຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການຊຸກຍູ້ເສດຖະກິດຄອບຄົວຂອງປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ແມ່ນຄວາມມານະອົດທົນຂອງກຸ່ມແປຮູບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ຮ່ວມກັນຊຸກຍູ້ຈົນສາມາດຍົກລະດັບສິນຄ້າດັ່ງກ່າວໃຫ້ກາຍເປັນສິນຄ້າທີ່ມີຊື່ສຽງຂອງເມືອງຊຽງຄໍ້. ການມອບໃບຢັ້ງຢືນການນຳໃຊ້ກາໝາຍ ODOP ໃຫ້ແກ່ຕົວແທນກຸ່ມແປຮູບຜະລິດຕະພັນກະສິກຳບ້ານຮັບ ເພື່ອເປັນການເລີ່ມຕົ້ນການເຄື່ອນໄຫວ ດ້ານການຄ້າພາຍໃຕ້ເຄື່ອງໝາຍມາດຕະຖານແຫ່ງຊາດ, ອັນເປັນການປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທີ່ດີຂຶ້ນ ແລະ ເປັນການສ້າງຄວາມເຊື່ອໃຈໃຫ້ຜູ້ບໍລິໂພກ.


KPL

ຂ່າວອື່ນໆ

    • ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2ບົດ-ສາລະຄະດີ

      ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2

      5/18/2026 10:20:38 AM

      * ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

    • ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງບົດ-ສາລະຄະດີ

      ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງ

      5/18/2026 9:59:25 AM

      ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: “ກຸ້ຍຫລິນເມືອງລາວ”. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ

    •  ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ ບົດ-ສາລະຄະດີ

      ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ

      5/18/2026 9:53:30 AM

      ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ

    • ຂໍ້ຫ້າມບົດ-ສາລະຄະດີ

      ຂໍ້ຫ້າມ

      5/18/2026 9:49:54 AM

      ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ລະດູຝົນແລ້ວ ເຊິ່ງເປັນໄລຍະທີ່ນ້ຳສັດ ໂດຍສະເພາະແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນໄລຍະດັ່ງກ່າວ ພວກເຮົາ ຕ້ອງເປັນເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາປາແບບດັບສູນເຊັ່ນວ່າ

    • ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດບົດ-ສາລະຄະດີ

      ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດ

      5/18/2026 9:47:07 AM

      ຂປລ.ໃນບົດກ່ອນ, ໄດ້ນຳສະເໜີໄປແລ້ວ ກ່ຽວກັບມູນເຊື້ອອັນພິລະອາດຫານ ຂອງກອງພັນທີ 2 ໃນການ ຜ່າວົງປິດ ຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງບໍ່ພຽງແຕ່ເປັນການທັບມ້າງ ເລ່ລ່ຽມກົນອຸບາຍ ແລະ ການກະທຳ ຝືນປະ ຕິວັດ ຂອງພວກຈັກ ກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່.

ads
ads

Top