“ ທົ່ງກາປ່າແປກ”ແຫລ່ງທ່ອງທ່ຽວໃໝ່ທີ່ຄວນໄປສຳຜັດ

02/03/2023 13:03
Email Print 1688
ຂປລ ສະຖານທີ່ທ່ອງທ່ຽວ ທົ່ງກາປ່າເເປກ ເປັນແຫລ່ງທ່ອງທ່ຽວທີ່ຫາກໍຄົ້ນພົບ ຊຶ່ງເປັນທົ່ງກວ້າງໃຫຍ່ໄພສານ ໃນຢູ່ແຂວງສາວັນ ພາກໃຕ້ຂອງປະເທດລາວ, ຕັ້ງຢູ່ເຂດຈອມພູຫລາຍໜ່ວຍເກາະກາຍກັນ ແລະ ປົກຫຸ້ມດ້ວຍປ່າແປກເກົ່າແກ່ ທີ່ຫລົງເຫລືອຢູ່ແຕ່ສະໄໝສົງຄາມອິນດູ ຊຶ່ງສາມາດວັດຄວາມສູງ ຈາກໜ້ານໍ້າທະເລ ໄດ້ 1.000 ກວ່າແມັດ.

ສະຖານທີ່ທ່ອງທ່ຽວ ທົ່ງກາປ່າເເປກ ເປັນແຫລ່ງທ່ອງທ່ຽວທີ່ຫາກໍຄົ້ນພົບ ຊຶ່ງເປັນທົ່ງກວ້າງໃຫຍ່ໄພສານ ໃນຢູ່ແຂວງສາວັນ ພາກໃຕ້ຂອງປະເທດລາວ, ຕັ້ງຢູ່ເຂດຈອມພູຫລາຍໜ່ວຍເກາະກາຍກັນ ແລະ ປົກຫຸ້ມດ້ວຍປ່າແປກເກົ່າແກ່ ທີ່ຫລົງເຫລືອຢູ່ແຕ່ສະໄໝສົງຄາມອິນດູ ຊຶ່ງສາມາດ ວັດຄວາມສູງຈາກໜ້ານໍ້າທະເລ ໄດ້ 1.000 ກວ່າແມັດ.

ຊາວບ້ານທົ່ງສະ ໄດ້ໃຫ້ຂໍ້ມູນວ່າ: ເຂດດັ່ງກ່າວຕັ້ງບໍ່ຫ່າງໄກປານໃດຈາກຊາຍແດນຫວຽດນາມ, ໃນອະດີດນັ້ນບໍລິເວນດັ່ງກ່າວ ແມ່ນເຂດການເຄື່ອນໄຫວປະຕິວັດ ແລະ ມີການຕໍ່ສູ້ກັນກັບຜ່າຍກົງກັນຂ້າມ ສະນັ້ນພູຫລາຍຫົວໜ່ວຍ ກໍ່ກາຍເປັນພູຫົວໂລ້ນ ເປົ່າແປນເຕັມດ້ວຍຫຍ້າຄັງ ແລະ ມີປ່າໄມ້ແປກໃຫຍ່ ຈໍານວນຫລາຍທີ່ຫລົງເຫລືອ ຢູ່ຈາກພິດຮ້າຍຂອງສະໄໝສົງຄາມອິນດູຈີນ. 3-4 ປີຜ່ານມາ, ເມື່ອມີຜູ້ຄົນ ແລະ ພໍ່ແມ່ປະຊາຊົນເຂົ້າໄປຫາກິນ ຫລື ໄປທ່ອງທ່ຽວ ເຮັດໃຫ້ຄົນຈໍານວນໜຶ່ງ ຖ່າຍພາບ ແລະ ບັນທຶການເດີນທາງແລ້ວ ເອົາຂຶ້ນສື່ສັງຄົມອອນລາຍ. ນັ້ນ ຄືທີ່ມາ ຂອງຂໍ້ມູນຂ່າວສານ ແລະ ແຫລ່ງທ່ອງທ່ຽວດັ່ງກ່າວ ໄດ້ເປີດເຜີຍອອກສູ່ສັງຄົມຫລາຍຂຶ້ນນັບມື້.

ສະຖານທີ່ແຫ່ງນີ້ເປັນທໍາມະຊາດທີ່ໜ້າສົນໃຈເພາະອາກາດຈະເຢັນຄ້າຍພາກເໜືອຂອງ ສປປ ລາວເປັນຕົ້ນພູຄູນ, ຊໍາເໜືອ ແລະ ຊຽງຂວາງ ຖ້າທ່ານມັກທໍາມະຊາດ ໃນລັກສະນະນອນຄ້າງຄືນຊົມດາວ, ກິນບັນຍາກາດສົດກັບຄວາມງຽບ, ເບິ່ງທະເລໝອກ, ເບິ່ງຕາເວັນຕົກດິນ, ຍ່າງ ເລາະຊົມປ່າໄມ້ແປກ ແລະ ອື່ນໆ ເຊິ່ງສາມາດໄປສໍາຜັດໄດ້. ອີກຢ່າງໜຶ່ງສະຖານທີ່ແຫ່ງນີ້ ຍັງບໍ່ທັນໄດ້ພັດທະນາ ເປັນແຫລ່ງທ່ອງທ່ຽວເທື່ອ ແຕ່ໃນອະນາຄົດອັນໃກ້ນີ້ ອາດຈະພັດທະນາ ໃຫ້ເປັນແຫລ່ງທ່ອງທ່ຽວແຫ່ງໃໝ່, ທີ່ສໍາຄັນຄວນເອົາໃຈໃສ່ ເປັນພິເສດຄື: ຍັງມີລະເບີດທີ່ຍັງບໍ່ທັນ ແຕກ ຢັງຢາຍຢູ່ເປັນຈຳນວນຫລວງຫລາຍ ໂດຍສະເພາະແມ່ນລູກບອມບີ້ ສັງເກດໄດ້ວ່າ ມີຂຸມລະເບີດນ້ອຍໃຫຍ່ ທີ່ຢູ່ຕາມທົ່ງຫຍ້າ ແລະ ມີຕົ້ນແປກເກີດ ຢູ່ອ້ອມປາກຂຸມລະເບີດ. ຂໍ້ຄວນລະວັງທີ່ສຸດ ສຳລັບຄົນທີ່ໄປ ໃຫ້ຍ່າງຕາມເສັ້ນທາງຍ່າງເສັ້ນເກົ່າທີ່ມີຢູ່ ຫ້າມອອກນອກແລວ ເດັດ ຂາດ ແລະ ຖ້າ ທ່ານຈະໄປແທ້ໆ ຄວນສອບຖາມຂໍ້ມູນລະອຽດ ຫລື ມີຜູ້ຊໍານານທາງນໍາພາທ່ານໄປຈະດີກວ່າ.

ສຳລັບການເດີນທາງ ແມ່ນແນະນຳໃຫ້ຂີ່ລົດຈັກ ຫລື ລົດໃຫຍ່ທີ່ມີລະບົບຟໍວິນ ຊຶ່ງຈະຂັບລົດອອກຈາກສາມແຍກ ອະນຸສາວະລີອົງແກ້ວ ໄປຕາມເສັ້ນທາງທີ່ຈະເດີນທາງໄປຍັງດ່ານລາໄລ ໄປປະມານ 65 ກິໂລແມັດ ແລ້ວຮອດສາມແຍກກ່ອນ ຈະຮອດເມືອງຕະໂອຍ ປະມານ 10 ກິໂລແມັດ ແລ້ວລ້ຽວຂວາ ໄປຕາມເສັ້ນທາງຕັດໃໝ່ ໄປຫາເມືອງກະລຶມ, ຫລັງຈາກນັ້ນ ຂັບລົດໄປປະມານ 6 ກິໂລແມັດໃຫ້ລ້ຽວຊ້າຍໄປຍັງບ້ານທົ່ງສະ ຊຶ່ງຂັບໄປປະມານ 23 ກິໂລແມັດກໍ່ຈະຮອດ ທົ່ງກາປ່າແປກ.

ແຂວງສາລະວັນ ມີປະຊາກອນພຽງ 400.000 ຄົນ, ມີຊາຍແດນຕິດກັບ 3 ແຂວງ ແລະ 2 ປະເທດຄື: ທິດເໜືອ ຕິດກັບແຂວງສະຫວັນນະເຂດ, ທິດໃຕ້ຕິດກັບແຂວງຈຳປາສັກ ແລະ ແຂວງເຊກອງ, ທິດຕາເວັນອອກຕິດກັບ ຫວຽດນາມ ແລະ ທິດຕາເວັນຕົກຕິດກັບໄທ ເປັນແຂວງ ໜຶ່ງ ທີ່ມີຄວາມອຸດສົມບູນທາງທໍາມະຊາດ, ປະຫວັດສາດ ແລະ ມີຫລາກຫລາຍຊົນເຜົ່າ ກັບຮີດຄອງປະເພນີ ແລະ ວັດທະນະທຳທີ່ໜ້າສົນໃຈ ໂດຍສະເພາະລຳສາລະວັນ, ລຳຜູ້ໄທ, ລຳຕາລີມອນ, ລຳກະເລີ້ຍ ແລະ ອື່ນໆ ໃນການຂັບລຳຕ່າງໆ ກໍມີຄວາມມ່ວນຊື່ນອອນ ຊອນແຕກຕ່າງກັນ ໄປຕາມ ຈຸດພິເສດຂອງແຕ່ລະເຜົ່າ.

ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top