ກອງປະຊຸມກົງສຸນກິດຕິມະສັກປະເທດ ສສ.ຫວຽດນາມ ຄັ້ງທີ 2

30/07/2026 18:22
Email Print 102
ຂປລ ການ​ເປີດກວ້າງ​ ຂອບ​ຂະ​ໜາດ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ ​ຢ່າງ​ແທ້​ຈິງ​ ຂອງ​ລະ​ບົບ​ ກົງ​ສູນ​ກິດ​ຕິ​ມະ​ສັກ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ ແມ່ນ​ໜຶ່ງ ໃນ​ບັນ​ດາ​ມາດ​ຕະ​ການ​ຈຸດ​ສຸມ ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ, ຊຸກ​ຍູ້​ການ​ທູດ​ເສດ​ຖະ​ກິດ ແລະ ດຶງ​ດູດ​ແຫລ່ງ​ກຳ​ລັງ ​ພັດ​ທະ​ນາ ​ປະ​ເທດ​ຊາດ ​ໃນ​ໄລ​ຍະ​ໃໝ່.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ການ​ເປີດກວ້າງ​ ຂອບ​ຂະ​ໜາດ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ ​ຢ່າງ​ແທ້​ຈິງ​ ຂອງ​ລະ​ບົບ​ ກົງ​ສູນ​ກິດ​ຕິ​ມະ​ສັກ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ ແມ່ນ​ໜຶ່ງ ໃນ​ບັນ​ດາ​ມາດ​ຕະ​ການ​ຈຸດ​ສຸມ ເພື່ອ​ເພີ່ມ​ທະ​ວີ​ ວຽກ​ງານ​ປົກ​ປ້ອງ ​ພົນ​ລະ​ເມືອງ, ຊຸກ​ຍູ້​ການ​ທູດ ​ເສດ​ຖະ​ກິດ ແລະ ດຶງ​ດູດ​ແຫລ່ງ​ກຳ​ລັງ ​ພັດ​ທະ​ນາ ​ປະ​ເທດ​ຊາດ ​ໃນ​ໄລ​ຍະ​ໃໝ່. ເນື້ອ​ໃນ​ດັ່ງ​ກ່າວ ​ໄດ້​ເນັ້ນ​ໜັກ ​ທີ່ກອງ​ປະ​ຊຸມ​ ກົງ​ສຸນ​ກິດ​ຕິ​ມະ​ສັກ​ປະ​ເທດ ສ​ສ.ຫວ​ຽດ​ນາມ ຢູ່​ຕ່າງ​ປະ​ເທດ ຄັ້ງ​ທີ 2 ປີ 2026, ຈັດ​ຂຶ້ນ​​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ແຂວງ ກວາງ​ນິງ. ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ ຂອງ​ລະ​ບົບ​​ກົງ​ສຸນ ກິດ​ຕິ​ມະ​ສັກ, ກົມ​​ກົງ​ສູນ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ ​ເງື່ອນ​ໄຂ​ສະ​ດວກສູງ​ສຸດ ເພື່ອ​ແຕ່ງ​ຕັ້ງ ແລະ ​ການເຄື່ອນ​ໄຫວ ​ຂອງ​ກົງ​ສຸນ​ກິດ​ຕິ​ມະ​ສັກ, ຮັກ​ສາ​ການ​ເຊື່ອມ​​ຕໍ່, ພ້ອມ​ກັນ​ນັ້ນ ກໍ່ຍ້ອງຍໍ​ບັນ​ດາ​ບຸກ​ຄົນ​ດີ​ເດັ່ນ ​ຢ່າງ​ທັນ​ການ. ທີ່ກອງ​ປະ​ຊຸມ, ທ່ານ ຢ້​ວານ​ຮ​ວ່າງ​ມິນ, ຫົວ​ໜ້າ​ກົມ​​ກົງ​ສູນ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ຈະ​ຄົ້ນ​ຄວ້າ​ ບັນ​ດາ​ມາດ​ຕະ​ການ​ ເປີດກວ້າງ​ ຂອບ​ຂະ​ໜາດບັນ​ດາ​​ກົງ​ສຸນ ກິດ​ຕິ​ມະ​ສັກ, ຊອກ​ຫາ​ບັນ​ດາ ​ຜູ້​ສະ​ໝັກ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ໜູນ​ຊ່ວຍ ​ລັດ​ຖະ​ບານ ຫວຽດ​ນ​າມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ ຂອງວຽກ​ງານ​​ກົງ​ສຸນກິດ​ຕິມະ​​ສັກ ​ຢູ່​ຕ່າງ​ປະ​ເທດຕື່ມ​ອີກ. ທີ 2, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້ຈິງ, ຕອບ​ສະ​ໜອງ​​ ໄດ້ຄວາມ​ຮຽກ​ຮ້ອງ ​​ທີ່ສູງກວ່າ, ມາ​ນະ​ພະ​ຍາ​ຍາມ​ຫລາຍກວ່າ ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ​ພັດ​ທະ​ນາ​ລວມ​ ຂອງ​ປະ​ເທດ​ຊາດ”. ໃນກອງ​ປະ​ຊຸມ, ບັນ​ດາ​​ກົງ​ສຸນກິດ​ຕິ​ມະ​ສັກ​ຢູ່ ເນ​ປານ, ບ​ຣາ​ຊິນ, New Caledonia (ຝຣັ່ງ) ໄດ້​ແບ່ງ​ປັນ​ບົດ​ຮຽນ ​ການ​ເຄື່ອນ​ໄຫວ, ສະ​ເໜີ ​ບັນ​ດາ​ມາດ​ຕະ​ການ ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ ​ການ​ເຄື່ອນ​ໄຫວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top