ຈີນ ຈັດກອງປະຊຸມສະຫຼອງຄົບຮອບ 5 ປີ ກ່ຽວກັບ ຂໍ້ລິເລີ່ມການພັດທະນາທົ່ວໂລກ

29/07/2026 22:43
Email Print 117
ຂປລ ໃນວັນທີ 28 ກໍລະກົດ 2026, ຢູ່ນະຄອນຫຼວງປັກກິ່ງ, ສປ.ຈີນ ໄດ້ຈັດກອງປະຊຸມ ສະເຫຼີມສະ ຫຼອງຄົບຮອບ 5 ປີ ກ່ຽວກັບ ຂໍ້ລິເລີ່ມການພັດທະນາ ທົ່ວໂລກ (GDI) ໂດຍມີ ທ່ານ ຫວັງ ອີ້ (Wang Yi) ລັດຖະມົນຕີ ກະຊວງ ການຕ່າງປະເທດ

ຂປລ. ໃນວັນທີ 28 ກໍລະກົດ 2026, ຢູ່ນະຄອນຫຼວງປັກກິ່ງ, ສປ.ຈີນ ໄດ້ຈັດກອງປະຊຸມ ສະເຫຼີມສະ ຫຼອງຄົບຮອບ 5 ປີ ກ່ຽວກັບ ຂໍ້ລິເລີ່ມການພັດທະນາ ທົ່ວໂລກ (GDI)  ໂດຍມີ ທ່ານ ຫວັງ ອີ້ (Wang Yi) ລັດຖະມົນຕີ ກະຊວງ ການຕ່າງປະເທດ, ທ່ານ ເອີລ ຄໍເຕເນ ຣັດທຣາຍ (Earle Courtenay Rattray) ຫົວໜ້າຫ້ອງການ ເລຂາທິການໃຫຍ່ ສປຊ ແລະ ບັນດາ ການນໍາຂັ້ນສູງ, ນັກການທູດ ແລະ ຜູ້ແທນອື່ນໆ ຈາກບັນດາປະເທດ, ຄະນະຜູ້ແທນ ຂອງ ສປປ ລາວ,  ນໍາໂດຍ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ການສ້າງ ຄວາມເຂັ້ມແຂງ ໃຫ້ແກ່ການເປັນຄູ່ຮ່ວມມື ເພື່ອເລັ່ງລັດພັດທະນາແບບຍືນຍົງທົ່ວໂລກ ທ່າມກາງ ສະພາບແວດລ້ອມ ທາງເສດຖະກິດ ແລະ ພູມສາດການເມືອງຂອງໂລກ ທີ່ມີຄວາມຊັບຊ້ອນ. ຄຽງຄູ່ກັນນັ້ນ ຍັງໄດ້ປະເມີນເສັ້ນທາງ ການຫັນປ່ຽນ ຂອງ ຂໍ້ລິເລີ່ມດັ່ງກ່າວ ຈາກວິໄສທັດ ແນວຄວາມຄິດໄປສູ່ກຳລັງຂັບເຄື່ອນ ເພື່ອຄວາມກ້າວໜ້າຂອງໂລກ. ການຫັນວິໄສທັດໄປສູ່ ໝາກຜົນຕົວຈິງ, ໄດ້ຖືກສະເໜີຂຶ້ນ ເປັນຄັ້ງທໍາອິດ ໂດຍ ປະທານປະເທດ ສປຈີນ ສີ ຈິ້ນຜິງ ກ່າວໃນກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 76, ຂໍ້ລິເລີ່ມ GDI ໄດ້ພັດທະນາໄປສູ່ຂອບເຂດວຽກທີ່ສຳຄັນ ສໍາລັບການຮ່ວມມື ລະຫວ່າງປະເທດ.

ໃນໂອກາດກ່າວ ຕໍ່ກອງປະຊຸມ, ທ່ານ ຫວັງ ອີ້ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກວ່າ ໃນໄລຍະເຄິ່ງທົດສະວັດ ທີ່ຜ່ານມາ ວ່າ, ຂໍ້ລິເລີ່ມນີ້ ໄດ້ເຊື່ອມຈອດ ຂອບນະໂຍບາຍ ແລະ ການຈັດຕັ້ງ ປະຕິບັດຕົວຈິງຢ່າງປະສົບຜົນສຳເລັດ. ການຂະຫຍາຍຂອບເຂດ ທົ່ວໂລກ: ກຸ່ມເພື່ອນມິດຂອງ GDI ໄດ້ຂະຫຍາຍຕົວ ຈົນມີສະມາຊິກຫຼາຍກວ່າ 80 ປະເທດ, ໃນຂະນະທີ່ ໜ່ວຍງານວຽກງານ ຂອງ ສປຊ ກ່ຽວກັບ ການສົ່ງເສີມຂໍ້ລິເລີ່ມ ດັ່ງກ່າວ ໄດ້ລວມເອົາ ອົງການຈັດຕັ້ງ ດ້ານການພັດທະນາ ຫຼາຍກວ່າ 20 ອົງການ. ຈຸດໝາຍປາຍທາງ ດ້ານການເງິນ ແລະ ໂຄງການ: ດ້ວຍການສະໜັບສະໜູນ ຈາກກອງທຶນສັນຕິພາບ ແລະ ການພັດທະນາ ຈີນ-ສປຊ ແລະ ກອງທຶນພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້-ໃຕ້, ໂດຍຂໍ້ລິເລີ່ມນີ້ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມືຕົວຈິງ ຫຼາຍກວ່າ 1.800 ໂຄງການ.

          ການສ້າງຄວາມສາມາດ: ບຸກຄະລາກອນຫຼາຍກວ່າ 200,000 ຄົນ ໃນຂະແໜງການຕ່າງໆ ໄດ້ຮັບການຝຶກອົບຮົມແບບຊ່ຽວຊານ.

ສ່ວນຜົນກະທົບ ດ້ານສິ່ງແວດລ້ອມ ແລະ ເຕັກໂນໂລຊີ: ຜົນໄດ້ຮັບ ດ້ານການພັດທະນາ ສີຂຽວ ໄດ້ສ້າງຜົນປະໂຫຍດ ໂດຍກົງ ໃຫ້ແກ່ຫຼາຍກວ່າ 120 ປະເທດ, ໂດຍມີ ໂຄງ ລ່າງພື້ນຖານ ທີ່ສຳຄັນ ສະໜັບສະໜູນ ເຊັ່ນ: ເວທີແຈ້ງເຕືອນໄພ ລ່ວງໜ້າ ທາງອຸຕຸນິຍົມວິທະຍາ ສຳລັບ ທາງເບື້ອງໂລກໃຕ້.

"ຕໍ່ໜ້າໂລກ ທີ່ເຕັມໄປດ້ວຍ ຄວາມບໍ່ແນ່ນອນ, ພວກເຂົາເຈົ້າ ບໍ່ມີເຫດຜົນ ທີ່ຈະຖອຍຫຼັງ ແລະ ກໍຈະບໍ່ຢຸດສະງັກເຊັ່ນກັນ," ທ່ານ ຫວັງ ອີ້ ກ່າວ ພ້ອມທັງເນັ້ນໜັກເຖິງ ການເຕີບໂຕ ທາງເສດຖະກິດ ທີ່ໝັ້ນຄົງຂອງຈີນ ໂດຍມີ ການບັນທຶກໄວ້ຫຼາຍກວ່າ 5,4% ໃນເຄິ່ງປີທໍາອິດ ເຊິ່ງເປັນຫຼັກຖານ ທີ່ສະແດງເຖິງ ຄວາມມຸ່ງໝັ້ນ ທີ່ຈະເປັນຄູ່ຮ່ວມມື ທີ່ເຊື່ອຖືໄດ້ ໃນ ການພັດທະນາທົ່ວໂລກ.

4 ຂໍ້ສະເໜີສໍາຄັນ ສໍາລັບ ອະນາຄົດ

ເພື່ອຮັບມືກັບ ອຸປະສັກຕ່າງໆຂອງໂລກ ລວມທັງ ຊ່ອງຫວ່າງເໜືອ-ໃຕ້ ທີ່ເປີດກວ້າງຂຶ້ນ, ຄວາມເຄັ່ງຕຶງ ທາງພູມສາດການເມືອງ ແລະ ການຂັດຂວາງຢ່າງຮຸນແຮງຕໍ່ວາລະປີ 2030, ທ່ານ ຫວັງ ອີ້ ໄດ້ສະເໜີຍຸດທະສາດການຮ່ວມມື 4 ຂໍ້:

 1. ເສີມສ້າງຄວາມສາມັກຄີ ແລະ ການຮ່ວມມື: ຍຶດໝັ້ນລະບົບສາກົນ ທີ່ມີ ສປຊ ເປັນຈຸດສູນກາງ ແລະ ສ້າງສະພາບແວດລ້ອມ ທີ່ໝັ້ນຄົງ ສຳລັບການ ພັດທະນາ ແບບສັນຕິ.

 2. ເລັ່ງລັດການຈັດຕັ້ງ ປະຕິບັດວາລະປີ 2030: ໃຫ້ຄວາມສຳຄັນກັບ ການພັດທະນາໃນວາລະທົ່ວໂລກ, ເພີ່ມທະວີການລົງທຶນ ດ້ານຊັບພະຍາກອນ ແລະ ຂະຫຍາຍການຮ່ວມມື ແບບສອງຝ່າຍ, ຫຼາຍຝ່າຍ ແລະ ສາມຝ່າຍ.

 3. ຂະຫຍາຍການພັດທະນາ ແບບນະວັດຕະກໍາ ແລະ ເປີດກວ້າງ: ກໍາຈັດຊ່ອງຫວ່າງ ທາງດິຈິຕອນ ແລະ ປັນຍາປະດິດ (AI).

          ນອກຈາກນັ້ນ, ທ່ານ ຫວັງ ອີ້ ຍັງໄດ້ຊີ້ໃຫ້ເຫັນເຖິງ ການເປີດຕົວ "ຂໍ້ລິເລີ່ມການຮ່ວມມື ດ້ານປັນຍາປະດິດໂລກ" ເມື່ອບໍ່ດົນມານີ້  ເຊິ່ງລິເລີ່ມຮ່ວມກັນ ໂດຍປະເທດຈີນ ແລະ ອີກ 28 ປະເທດ ເປັນບາດກ້າວສໍາຄັນ ໃນການຄຸ້ມຄອງ AI ສຳລັບ ຊິກໂລກໃຕ້.

 4. ການປະຕິບັດລັດທິຫຼາຍຝ່າຍ ແລະ ປະຕິຮູບການຄຸ້ມຄອງ: ການປັບປຸງ ລະບົບການເງິນ ແລະ ເສດຖະກິດໂລກ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງ ບັນດາປະເທດ ກຳລັງພັດທະນາໃຫ້ດີຂຶ້ນ, ພ້ອມທັງ ເປັນກຽມພ້ອມ ພື້ນຖານ ສຳລັບ ວາລະການພັດທະນາທົ່ວໂລກ ພາຍຫຼັງ ປີ 2030 ເຊິ່ງມີກໍານົດ ຈະປຶກສາຫາລືກັນກ່ອນ ໃນເດືອນກັນຍາ 2027.

ຮຽກຮ້ອງໃຫ້ເພີ່ມຂະໜາດ ແລະ ການຈັດຫາທຶນ

ໃນນາມຕາງໜ້າ ໃຫ້ແກ່ອົງການສະຫະປະຊາຊາດ, ທ່ານ ເອີລ ຄໍເຕເນ ຣັດທຣາຍ ໄດ້ກ່າວຊົມເຊີຍຜົນກະທົບທີ່ເປັນຮູບປະທຳ ໃນທ້ອງຖິ່ນຂອງ GDI, ໂດຍລະບຸວ່າ ບັນດາໂຄງການຕ່າງໆ ນັບແຕ່ໂຄງການອາຫານກາງເວັນ ໃນໂຮງຮຽນ ຈົນເຖິງ ເຄືອຂ່າຍໄຟເບີອອບຕິກ ແລະ ລະບົບແຈ້ງເຕືອນໄພ ດິນຟ້າອາກາດ ໄດ້ຊ່ວຍຍົກລະດັບ ຊີວິດຂອງ ປະຊາຊົນ ຫຼາຍລ້ານຄົນ ໃນຫຼາຍກວ່າ 60 ປະເທດໂດຍກົງ.

ໂດຍປຽບທຽບກັບ ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ ອັນຍິ່ງໃຫຍ່ຂອງຈີນ, ເຊິ່ງສາມາດຊ່ວຍໃຫ້ປະຊາຊົນ 800 ລ້ານຄົນ ຫຼຸດພົ້ນອອກຈາກ ຄວາມທຸກຍາກ, ທ່ານ ເອີລ ຄໍເຕເນ ຣັດທຣາຍ ໄດ້ເນັ້ນໜັກວ່າ ຄວາມເປັນຜູ້ນຳ ທາງດ້ານເຕັກໂນໂລຊີຂອງປະເທດດັ່ງກ່າວ ໂດຍສະເພາະ ໃນຂະແໜງພະລັງງານສະອາດ ເຊິ່ງ ຈີນກວມເອົາ 60% ຂອງ ການຂະຫຍາຍຕົວກຳລັງການຜະລິດ ພະລັງງານທົດແທນທົ່ວໂລກ ໃນປີກາຍນີ້ ທັງເປັນແບບຢ່າງ ກ່ຽວກັບຄວາມທັນສະໄໝແບບຍືນຍົງ. ເຖິງຢ່າງໃດກໍ່ຕາມ, ທ່ານ ເອີລ ຄໍເຕເນອຣັດທຣາຍ ຍັງກ່າວເຕືອນຢ່າງຈິງຈັງ ກ່ຽວກັບສະພາບການທີ່ກວ້າງຂວາງຂຶ້ນຂອງເປົ້າໝາຍທົ່ວໂລກ:

 ຊ່ອງຫວ່າງ SDG: ດ້ວຍເປົ້າໝາຍ SDG ທີ່ສາມາດວັດແທກໄດ້ພຽງແຕ່ 36% ເທົ່ານັ້ນ ທີ່ກຳລັງດຳເນີນໄປຕາມເສັ້ນທາງ, ຊ່ອງຫວ່າງການສະໜອງທຶນປະຈຳປີ ໃນປັດຈຸບັນແມ່ນ ເກີນກວ່າ 4 ຕື້ໂດລາສະຫະລັດ. ບັນດາປະເທດກຳລັງພັດທະນາຫຼາຍປະເທດ ຍັງຄົງໃຊ້ຈ່າຍເງິນໃນການຊຳລະໜີ້ສິນ ຫຼາຍກວ່າການໃຊ້ຈ່າຍ ດ້ານສຸຂະພາບ ແລະ ການສຶກສາລວມກັນ, ເຊິ່ງຍັງຖືກຊ້ຳເຕີມ ດ້ວຍການຫຼຸດລົງ 23% ພາຍໃນປີດຽວ ຂອງ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ.

ທ່ານ ຣັດທຣາຍ ໄດ້ເນັ້ນໜັກເຖິງສາມເສົາຄໍ້າສໍາຄັນ ທີ່ການນໍາພາຮ່ວມມື ຍັງສືບຕໍ່ມີຄວາມສໍາຄັນ ແລະຈຳເປັນ: ໂຄງສ້າງການຈັດຫາທຶນ ແບບນະວັດຕະກໍາ, ເຕັກໂນໂລ ຊີສີຂຽວ ແລະ ດິຈິຕອນທີ່ເຂົ້າເຖິງໄດ້ (ລວມທັງການປະສົມປະສານ AI), ແລະ ການກະກຽມ ທາງດ້ານຍຸດທະສາດ ສຳລັບຂອບການພັດທະນາຫຼັງປີ 2030.

 ການມຸ່ງໜ້າໄປສູ່ອະນາຄົດ

ໃນຂະນະທີ່ ປະຊາຄົມສາກົນ ກຳລັງນັບຖອຍຫຼັງ ໄປສູ່ຊຸມປີສຸດທ້າຍ ກ່ອນເຖິງກຳນົດ ປີ 2030, ບັນດາຜູ້ນຳໃນກອງປະຊຸມ ທີ່ນະຄອນຫຼວງປັກກິ່ງ ໄດ້ເນັ້ນໜັກວ່າ: ວິທີການແກ້ໄຂ ແລະ ການເປັນຄູ່ຮ່ວມມືມີຢູ່ແລ້ວ ລວມໃນການກ້າວໄປຂ້າງໜ້າ ແມ່ນຂຶ້ນຢູ່ກັບເຈດຈຳນົງ ທາງການເມືອງ, ຄວາມສາມັກຄີ ແລະ ການລະດົມ ຊັບພະຍາກອນ ທີ່ມີເປົ້າ ໝາຍ ເພື່ອຫັນຄວາມມຸ່ງມາດ ປາຖະໜາ ໃນການພັດທະນາ ທົ່ວໂລກ ໃຫ້ກາຍເປັນ ຄວາມເປັນຈິງທີ່ຍາວນານ./

ຂ່າວ-ພາບ: ວິນນາລີ ນາມຄາລັກ

KPL

ຂ່າວອື່ນໆ

ads
ads

Top