ສປ ຈີນ ຍິງສົ່ງດາວທຽມ ທ່ຽນລ້ຽນເລກ 3-01 ຢ່າງສຳເລັດຜົນ

30/07/2026 17:54
ຂປລ ສປ ຈີນ​ ໄດ້​ຍິງ​ສົ່ງ​ດາວ​ທຽມ ທ່ຽນ​ລ້ຽນເລກ 3-01 ຂຶ້ນ​ສູ່​ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ຈະ​ຫລວດ​ ສົ່ງ​ຍານ​ຊາງ​ເຈິ່ງ 7A ຢູ່​ສູນ​ສົ່ງຍານ​ອະ​ວະ​ກາດ ​ເວີນ​ຊ່າງ​ ແຂວງ​ໄຫ​ຫລຳ, ດາວ​ທຽມ ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ ທີ່​ກຳ​ນົດ​ໄວ້​ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ ​ຍິງ​ສົ່ງ​ດາວ​ທຽມ​ຄັ້ງ​ນີ້​ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຈົບ​ງາມ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 29 ກໍ​ລະ​ກົດ​ນີ້, ສປ ຈີນ​ ໄດ້​ຍິງ​ສົ່ງ​ດາວ​ທຽມ ທ່ຽນ​ລ້ຽນເລກ 3-01 ຂຶ້ນ​ສູ່​ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ຈະ​ຫລວດ​ ສົ່ງ​ຍານ​ຊາງ​ເຈິ່ງ 7A ຢູ່​ສູນ​ສົ່ງຍານ​ອະ​ວະ​ກາດ ​ເວີນ​ຊ່າງ​ ແຂວງ​ໄຫ​ຫລຳ, ດາວ​ທຽມ ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ ທີ່​ກຳ​ນົດ​ໄວ້​ ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ ​ຍິງ​ສົ່ງ​ດາວ​ທຽມ​ຄັ້ງ​ນີ້​ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຈົບ​ງາມ. ດາວ​ທຽມ ທ່ຽນ​ລ້ຽນເລກ 3-01 ​ແມ່ນ​ໃຊ້​ເພື່ອ​ໃຫ້​ ບໍ​ລິ​ການສົ່ງ​ຂໍ້​ມູນ​ ແລະ ວັດ​ແທກ ​ສຳ​ລັບ ຍານ​ອະ​ວະ​ກາດ ບັນ​ທຸກ​ຄົນ, ເຊັ່ນ: ຍານ​ອະ​ວະ​ກາດ, ຫ້ອງ​ທົດ​ລອງ​ ອະ​ວະ​ກາດ ແລະສະ​ຖາ​ນີ​ອະ​ວະ​ກາດ,​​ ​ລວມ​ທັງ ດາວ​ທຽມ​ຊັບ​ພະ​ຍາ​ກອນ​ໃນ​ວົງ​ໂຄ​ຈອນ​ກາງ​ ແລະ ​ວົງ​ໂຄ​ຈອນ​ຕ່ຳ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top