ຂປລ
ບັນດາອົງການ ປະສານງານ ຊາຍແດນຂອງ ໄທ ແລະ ກຳປູເຈຍ ໄດ້ເຫັນດີສືບຕໍ່ ປະຕິບັດຂໍ້ຕົກລົງຢຸດຍິງ ຢ່າງເຂັ້ມງວດ, ບໍ່ມີການປະທຳເກາະຜິດ ຢູ່ລຽບຕາມຊາຍແດນ ແລະ ຍັງບໍ່ທັນເປີດປະຕູດ່ານຊາຍແດນ ລະຫວ່າງ 2 ປະເທດ ຄືນໃໝ່, ຍົກເວັ້ນຮັບໃຊ້ ເລື່ອງພົນລະເມືອງ ກັບຄືນປະເທດ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ວັນທີ 29 ກໍລະກົດ, ບັນດາອົງການ ປະສານງານ ຊາຍແດນຂອງ ໄທ ແລະ ກຳປູເຈຍ ໄດ້ເຫັນດີສືບຕໍ່ ປະຕິບັດຂໍ້ຕົກລົງຢຸດຍິງ ຢ່າງເຂັ້ມງວດ, ບໍ່ມີການປະທຳເກາະຜິດ ຢູ່ລຽບຕາມຊາຍແດນ ແລະ ຍັງບໍ່ທັນເປີດປະຕູດ່ານຊາຍແດນ ລະຫວ່າງ 2 ປະເທດ ຄືນໃໝ່, ຍົກເວັ້ນຮັບໃຊ້ ເລື່ອງພົນລະເມືອງ ກັບຄືນປະເທດ.ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນຢູ່ດ່ານຊາຍແດນ ບ້ານຄອງເລິກ, ແຂວງ ສະແກ້ວ ຂອງໄທ, ໂດຍຜູ້ຕາງໜ້າ 2 ຝ່າຍ ໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີ ການສົມທົບກັນ ເພື່ອຮັບປະກັນ ໃຫ້ບັນດາການເຄື່ອນໄຫວ ໜູນຊ່ວຍ ມະນຸດສະທຳ ສຳລັບ ປະຊາຊົນ 2 ປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. 2 ຝ່າຍ ກໍ່ຢືນຢັນການໄປມາຂ້າມແດນ ຍັງບໍ່ທັນໄດ້ຟື້ນຟູ. ປະຈຸບັນ, ບັນດາດ່ານຊາຍແດນພຽງ ແຕ່ເຄື່ອນໄຫວ ເພື່ອໃຫ້ລະເມືອງ ກຳປູເຈຍ ກັບເມືອປະເທດ ແລະ ຮັບພົນລະເມືອງ ໄທ ກັບເມືອປະເທດເທົ່ານັ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL