ມາເລເຊຍ ມີແຜນຈະເປີດຕົວ “ແຜນການ ປັນຍາປະດິດທົ່ວປວງຊົນ”

30/07/2026 17:55
ຂປລ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ປະກາດ ຈະເປີດຕົວ “ແຜນການປັນຍາປະດິດທົ່ວປວງຊົນ”. ນັບແຕ່ ວັນທີ 31 ສິງຫາໜ້ານີ້ ເປັນຕົ້ນໄປ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ປະກາດ ຈະເປີດຕົວ ແຜນການປັນຍາປະດິດທົ່ວປວງຊົນ”. ນັບແຕ່ ວັນທີ 31 ສິງຫາໜ້ານີ້ ເປັນຕົ້ນໄປ, ລັດຖະບານ ມາເລເຊຍ ຈະປະຕິບັດ ມາດຕະການຕ່າງໆເຊັ່ນ: ການສະໜອງຫລັກສູດ ປັນຍາປະດິດ ຫລື AI ໃຫ້ແກ່ ຊາວໜຸ່ມມາເລເຊຍ ທີ່ມີອາຍຸ ລະຫວ່າງ 18 ຫາ 30 ປີ ແລະ ມາດຕະການອື່ືນໆ, ເພື່ອຍົກສູງຄວາມເຂົ້າໃຈ ແລະ ການນຳໃຊ້ AI ຂອງມວນຊົນໂດຍສະເພາະ ແມ່ນກຸ່ມຊາວໜຸ່ມ ແລະ ຊຸກຍູ້ການພັດທະນາ ອຸດສາຫະກຳ AI ແລະ ການຫັນປ່ຽນ ດິຈີຕອນ ແຫ່ງຊາດ ຂອງມາເລເຊຍ ໃຫ້ໄວກວ່າເກົ່າ. ຫລັກສູດດັ່ງກ່າວ ຈະກວມເອົາຂົງເຂດຕ່າງໆ ເຊັ່ນ: ຄວາມປອດໄພຂອງ AI, AI ທີ່ສ້າງສັນ, ການປະມວນຜົນ ແບບຄລາວ ແລະ ອື່ນໆ. ຄາດວ່າ ໃນໄລຍະທຳອິດ ຈະສ້າງຜົນປະໂຫຍດ ໃຫ້ແກ່ ຊາວໜຸ່ມ 1 ແສນກວ່າຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top