ຍອດມູນຄ່າການຈໍລະຈອນສິນຄ້າ ທາງສັງຄົມໃນທົ່ວປະເທດຈີນ ບັນລຸ 181.100 ຕື້ຢວນ

30/07/2026 17:54
ຂປລ ສະ​ຫະ​ພັນ ​ຈໍ​ລະ​ຈອນ ​ແລະ ​ຈັດ​ຊື້​ສິນ​ຄ້າ​ຈີນ ​ເຜີຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຍອ​ດ​ມູນ​ຄ່າ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ທາງສັງ​ຄົມ​ໃນທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ 181.100 ຕື້ຢວນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 29 ກໍ​ລະ​ກົດ​ນີ້, ສະ​ຫະ​ພັນ ​ຈໍ​ລະ​ຈອນ ​ແລະ ​ຈັດ​ຊື້​ສິນ​ຄ້າ​ຈີນ ​ເຜີຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຍອ​ດ​ມູນ​ຄ່າ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ທາງສັງ​ຄົມ​ໃນທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ 181.100 ຕື້ຢວນ, ໂດຍ​ອີງ​ຕາມ​ລາ​ຄາ ​ທີ່​ທຽ​ບ​ກັນ, ​ເພີ່ມ​ຂຶ້ນ 5,1% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້, ໂດຍ​ລວມ​ແລ້ວ ຍັງ​ຮັກ​ສາ​ຈັງ​ຫວະ​ ການ​ເຕີບ​ໂຕ ​​ຂ້ອນ​ຂ້າງ​ໄວ ​ທີ່​ຫລ​າຍກວ່າ 5%.ຄວາມ​ສາ​ມາດ ​ໃນ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ໝັ້ນ​ທ່ຽງ, ຜົນ​​ຂອງ​ການ​ຫລຸດ​ຕົ້ນ​ທຶນ​ ແລະ ​ການ​ປັບ​ປຸງ​ປະ​ສິ​ດ​ທິ​ພາບ ​ໄດ້​ຮັບ​ການ​ເສີມ​ສ້າງ​ໃຫ້​ດີ​ຍິ່ງ​ຂຶ້ນ ​ແລະ ຂະ​ໜາດ​ຄວາມ​ຕ້ອງ​ການ ​ຕໍ່​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ໄດ້​ເປີດກວ້າງ ​ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top