ການປິ່ນປົວ ແລະ ຟື້ນຟູໜ້າທີ່ ສັ່ງໂຈະການບໍລິການປິ່ນປົວຢູ່ໂຮງໝໍ ບີແອວແອວ BLL ຊົ່ວຄາວ

24/07/2026 09:54
Email Print 249
ຂປລ ກົມປິ່ນປົວ ແລະ ຟື້ນຟູໜ້າທິ່ການ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ໂຮງໝໍ ບີ ແອວ ແອວ (BLL) ໂຈະການໃຫ້ບໍລິການ ປິ່ນປົວຊົ່ວຄາວ ເນື່ອງຈາກມີຫາງ ສຽງຈາກສັງຄົມວ່າມີການປ່ຽນ ຖ່າຍອະໄວຍະວະ ແບບຜິດກົດໝາຍ.

 ທັງນີ້, ກໍເພື່ອດຳເນີນການກວດ ສອບຫາຂໍ້ເທັດຈິງ. ການອອກແຈ້ງການໃນຄັ້ງນີ ້, ເນື່ອງຈາກມີຂໍ້ມູນ ແລະ ກະແສຂ່າວໃນສື່ສັງຄົມອອນລາຍ ທີ່ກ່າວ ອ້າງວ່າ ອາດຈະມີການປ່ຽນຖ່າຍ ອະໄວຍະວະ ທີ່ຜິດກົດໝາຍ ຢູ່ພາຍ ໃນໂຮງໝໍດັ່ງກ່າວ. ດັ່ງນັ້ນ, ກົມ ປ ິ່ ສ ນປົວ ແລະ ຟື້ນຟູໜ້າທີ່ການ ຈຶ ່ງໄດ້ ັ່ງໂຈະການໃຫ້ບໍລິການປິ່ນປົວຄົນ ເຈັບໃໝ່ຢູ່ໂຮງໝໍ BLL ເປັນການ ຊ ົ່ວຄາວ ເພື່ອໃຫ້ຄະນະກວດກາສາ ມາດລົງຕິດຕາມ, ຊຸກຍູ້, ກວດສອບ ແລະ ເກັບກຳຂໍ້ມູນຕ່າງໆ ກ່ຽວກັບ ການດຳເນີນງານຂອງໂຮງໝໍໃນ ໄລຍະຜ່ານມາ ແລະ ເພື່ອດຳເນີນ ການກວດສອບຫາຂໍ້ມູນຄວາມ ຈິງ, ສ້າງຄວາມກະຈ່າງແຈ້ງ ແລະ ຮັບປະກັນຄວາມຍຸຕິທຳໃຫ້ແກ່ທຸກ ພາກສ່ວນ. ຫລັງຈາກໄດ້ຜົນການ ກວດສອບ ແລະ ເກັບກຳຂໍ້ມູນແລ້ວ ຈະໄດ້ແຈ້ງຜົນ ແລະ ແນວທາງດຳ ເນີນການຕໍ່ໄປ ໃຫ້ສັງຄົມ ແລະ ທາງ ລ ໂຮງໝໍຊາບ ຕາມພາຍຫລັງ. ໂຮງໝໍ BLL ເປັນໂຮງໝໍທີ່ໄດ້ ຮັບການສ້າງຕັ້ງທີ່ຖືກຕ້ອງຕາມ ລະບຽບກົດໝາຍ ໃຫ້ສະໜອງການ ບ ິ ໍ ການປິ່ນປົວທົ່ວໄປ, ໄລຍະຜ່ານ ມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນ ການປັບປຸງການບໍລິການປິ່ນປົວ. ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top