ຂປລ
ຜູ້ເສຍຊີວິດ ເກີນປົກກະຕິຢູ່ຝຣັ່ງ ໃນໄລຍະເກີດຄື້ນ ຄວາມຮ້ອນລະຫວ່າງ ວັນທີ 17 ມິຖຸນາຫາວັນທີ 2 ກໍລະກົດປີນີ້ມີ 5.764 ຄົນ, ໃນນັ້ນ 56% ແມ່ນເສຍຊີວິດໃນລະຫວ່າງ ວັນທີ 25-27 ມິຖຸນາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ອົງການ ສາທາລະນະສຸກຝຣັ່ງ ໄດ້ປະກາດ ບົດລາຍງານ ການປະເມີນ ເພີ່ມຕື່ມ ກ່ຽວກັບ ສະພາບ ການເສຍຊີວິດ ໃນໄລຍະຄື້ນຄວາມຮ້ອນ ທີ່ເກີດຂຶ້ນຢູ່ຝຣັ່ງ ໃນທ້າຍເດືອນມິຖຸນາ ຜ່ານມາ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ຜູ້ເສຍຊີວິດ ເກີນປົກກະຕິຢູ່ຝຣັ່ງ ໃນໄລຍະເກີດຄື້ນ ຄວາມຮ້ອນລະຫວ່າງ ວັນທີ 17 ມິຖຸນາຫາວັນທີ 2 ກໍລະກົດປີນີ້ມີ 5.764 ຄົນ, ໃນນັ້ນ 56% ແມ່ນເສຍຊີວິດໃນລະຫວ່າງ ວັນທີ 25-27 ມິຖຸນາ. ອົງການດັ່ງກ່າວຢືນຢັນວ່າ: ບົດລາຍງານການວິເຄາະຕົວເລກສະຖິຕິ ທີ່ສົມບູນກວ່າ ອາດຈະປະກາດໃນລະດູໃບໄມ້ຫລົ່ນປີນີ້.ໃນທ້າຍເດືອນມິຖຸນາປີນີ້, ຝຣັ່ງມີ 92 ແຂວງ ແລະ ປະຊາຊົນ 98,5% ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນ, ອຸນຫະພູມ ຢູ່ຫລາຍພື້ນທີ່ ສູງກວ່າ 40 ອົງສາ ເປັນເວລາຫລາຍມວັນລຽນຕິດ ແລະ ສະຖິຕິອຸນຫະພູມສູງສຸດ ຂອງຫລາຍຕົວເມືອງ ຖືກສ້າງຂຶ້ນໃໝ່ ໃນໄລຍະດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL