ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ອອກຖະແຫລງການຮ່ວມ

24/07/2026 12:51
ຂປລ ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫລວງ ​ມະ​ນີ​ລາ ຂອງ​ຟິ​ລິບ​ປິນ, ຫລັງ​ຈາກ ກອງ​ປະ​ຊຸມ​ສຳ​ເລັດ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ. ຖະ​ແຫລງ​ການ​ຮ່ວມ ​​ໄດ້ຮຽກ​ຮ້ອງ​ ໃຫ້​ບັນ​ດາ​ຝ່າຍ ​ຈົ່ງ​ຍຶດ​ໝັ້ນ​ລັດ​ທິ​ຫລາຍ​ຝ່າຍ ແລະ ການ​ສົນ​ທະ​ນາ​ຢ່າງ​ຈິງ​ໃຈ, ຊຸກ​ຍູ້​ການ​ແກ້​ໄຂ​ການ​ປະ​ທະ​ກັນ ​ຢູ່​​ພາກ​ພື້ນຕາ​ເວັນ​ອອກ​ກາງ​​ ໃຫ້​ມີ​ສັນ​ຕິ​ພາບ​ຖາ​ວອນ ​ດ້ວຍ​ວິ​ທີ​ ທາງ​ການ​ທູດ, ເລັ່ງ​ທວງ​ໃຫ້​ ບັນ​ດາ​ຝ່າຍ ​ຍຸດ​ຕິ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ໃນ​ທັນ​ທີ ​ຢ່າງ​ຮອບ​ດ້ານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫລວງ ​ມະ​ນີ​ລາ ຂອງ​ຟິ​ລິບ​ປິນ, ຫລັງ​ຈາກ ກອງ​ປະ​ຊຸມ​ສຳ​ເລັດ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ. ຖະ​ແຫລງ​ການ​ຮ່ວມ ​​ໄດ້ຮຽກ​ຮ້ອງ​ ໃຫ້​ບັນ​ດາ​ຝ່າຍ ​ຈົ່ງ​ຍຶດ​ໝັ້ນ​ລັດ​ທິ​ຫລາຍ​ຝ່າຍ ແລະ ການ​ສົນ​ທະ​ນາ​ຢ່າງ​ຈິງ​ໃຈ, ຊຸກ​ຍູ້​ການ​ແກ້​ໄຂ​ການ​ປະ​ທະ​ກັນ ​ຢູ່​​ພາກ​ພື້ນຕາ​ເວັນ​ອອກ​ກາງ​​ ໃຫ້​ມີ​ສັນ​ຕິ​ພາບ​ຖາ​ວອນ ​ດ້ວຍ​ວິ​ທີ​ ທາງ​ການ​ທູດ, ເລັ່ງ​ທວງ​ໃຫ້​ ບັນ​ດາ​ຝ່າຍ ​ຍຸດ​ຕິ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ໃນ​ທັນ​ທີ ​ຢ່າງ​ຮອບ​ດ້ານ. ຖະ​ແຫລງ​ການ​ ໄດ້​ເນັ້ນ​ຄືນ ​ການ​ປົກ​ປັກ​ຮັກ​ສາ​ ເສ​ລີ​ພາບ​ ໃນ​ເດີນ​ເຮືອ ​ແລະ​ ການ​ບິນ​ຜ່ານ​ທາງ​ທະ​ເລ​ ຕາມ​ກົດ​ໝາຍ​ສາ​ກົນ, ຮຽກ​ຮ້ອງ​ ໃຫ້​ຮັບ​ປະ​ກັນ​​ ການ​ສັນ​ຈອນ​ ຂອງກຳ​ປັ່ນ ​ແລະ ເຮືອ​ບິນ ​ຜ່ານ​​ຊ່ອງ​ແຄບ​ສາ​ກົນ ຢ່າງ​ປອດ​ໄພ, ໂລ່ງ​ລ່ຽນ ແລະ ຕໍ່​ເນື່ອງ. ໃນ​ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ງານ, ສອງ​ຝ່າຍ​ເຫັນ​ດີ ​ປຶກ​ສາ​ຫາ​ລື ຈະ​ສ້າງ​ຕັ້ງ​ກົນ​ໄກ​ ການ​ຮ່ວມ​ມື​ ເພື່ອເພີ່ມ​ທະ​ວີ ​ການຮ່ວມ​ມື​ ພາ​ກ​ພື້ນ​​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການເຊື່ອມ​ໂຍງ​ເຊື່ອມ​ຈອດ ​ຂອງ​ຕ່າ​ຂ່າຍ​ໄຟຟ້າ, ​ຕ່ອງ​ໂສ້​ການ​ສະ​ໜອງ​ພະ​ລັງ​ງານ, ພະ​ລັງ​ງານ​ໝູນ​ວຽນ ​ທີ່​ສະ​ອາດ, ການ​ປະ​ດິດ​ສ້າງ​ ດ້ານ​ເຕັກ​ໂນ​ໂລ​ຊີ ​ພະ​ລັງ​ງານ ແລະ ພະ​ລັງ​ງານ​ນີວ​ເຄ​ລຍ​ ທາງ​ພົນ​ລະ​ເຮືອນ​ເປັນ​ຕົ້ນ, ສະ​ໜັບ​ສະ​ໜູນ ​ແຜນແມ່​ບົດ ​ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ງານ ​ອາ​ຊຽນ(2026-2030), ພ້ອມ​ທັງ ​ຈັດ​ສັນ​ຊັບ​ພະ​ຍາ​ກອນ ​ດ້ານ​ການ​ລະ​ດົມ​ທຶນ ​ທັງ​ພາກ​ລັດ​ ແລະ​ ເອ​ກະ​ຊົນ​ ເພື່ອ​ສະ​ໜັບ ​ສະ​ໜູນ ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top