ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສູ້ຊົນໃຫ້ບັນລຸ 48 ຕື້ໂດລາສະຫະລັດ

24/07/2026 12:43
ຂປລ ເຄື່ອງ​ຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ພວມ​ມາ​ນະ​ ພະ​ຍາ​ຍາມ ​ຮັກ​ສາ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ຄວບ​ຄຸມ​ລາຍ​ຈ່າຍ, ເປັນ​ເຈົ້າ​ ແຫລ່ງວັດ​ຖຸ​ດິບ ແລະ ຫັນ​ຕະ​ຫລາດ ​ເປັນ​ຫລາຍ​ຮູູບ ​ຫລາຍ​ແບບ ເພື່ອ​ມຸ່ງ​ໄປ​ເຖິງ ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ໃ ຫ້​ບັນ​ລຸ 48 ຕື້ໂດລາສະຫະລັດ ໃນ​ປີ 2026.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ເຄື່ອງ​ຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ພວມ​ມາ​ນະ​ ພະ​ຍາ​ຍາມ ​ຮັກ​ສາ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ຄວບ​ຄຸມ​ລາຍ​ຈ່າຍ, ເປັນ​ເຈົ້າ​ ແຫລ່ງວັດ​ຖຸ​ດິບ ແລະ ຫັນ​ຕະ​ຫລາດ ​ເປັນ​ຫລາຍ​ຮູູບ ​ຫລາຍ​ແບບ ເພື່ອ​ມຸ່ງ​ໄປ​ເຖິງ ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ໃ ຫ້​ບັນ​ລຸ 48 ຕື້ໂດລາສະຫະລັດ ໃນ​ປີ 2026.ໃນ 6 ເດືອນ​ຕົ້ນ​ປີ 2026, ວົງເງິນ​ສົ່ງ​ອອກ​ຂອງ ​ທົ່​ວ​ຂະ​ແໜງ ຕ່ຳ​ແ​ຜ່ນ​ ຕັດ​ຫ​ຍິບ ບັນ​ລຸກວ່າ 22 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ 1,7% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ຈຸດ​ເດັ່ນ​ ຂອງ​ການ​ເຕີບ​ໂຕ​ ແມ່ນນອນ​ຢູ່​ ບັນ​ດາ​ໝວດ​ວັດ​ຖຸ​ດິບ ແລະ ເຄິ່ງ​ສຳ​ເລັດ​ຮູບ ຄື: ສົ່ງ​ອອກ​​ແຜ່ນ​ແຜ, ເສັ້ນ​ຝ້າຍ, ວັດ​ຖຸ​​ຕັດ​ຫ​ຍິບສຳ​ຮອງ.ດັ່ງນັ້ນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສົ່ງ​ອອກດັ່ງກ່າວ, ສະ​ມາ​ຄົມ​ເຄື່ອງຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ໄດ້​ຍົກ​ອອກ ​ໝວດ​ມາດ​ຕະ​ການ​ແກ້​ໄຂ ​ຈຸດ​ສຸມ, ລວມ​ມີ: ປັບ​ຕົວ​ເຂົ້າ​ກັບ ​ຮູບ​ແບ​ບ​ຊື້​ເຄື່ອງ​ໃໝ່​ ຂອງ​ບັນ​ດາ​ຍີ່​ຫໍ້​ທົ່ວ​ໂລກ; ໃຫ້​ບຸ​ລິ​ມະ​ສິດ ​ພັດ​ທະ​ນາ​ ເຂດ​ປູກ​ວັດ​ຖຸ​ດິບ​ ຢູ່​ພາຍ​ໃນ​ປະ​ເທດ; ຫັນ​ຕະ​ຫລາດ ​ເປັນ​ຫລາຍ​ຮູບ ​ຫລາຍ​ແບບ; ຍູ້​ແຮງ​ການ​ລົງ​ທຶນ ​ດ້ານ​ເຕັກ​ໂນ​ໂລຊີ, ​ການ​ຫັນ​ເປັນອັດ​ຕະ​ໂນ​ມັດ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ອອກຖະແຫລງການຮ່ວມຂ່າວຕ່າງປະເທດ

      ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ອອກຖະແຫລງການຮ່ວມ

      7/24/2026 12:51:26 PM

      ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫລວງ ​ມະ​ນີ​ລາ ຂອງ​ຟິ​ລິບ​ປິນ, ຫລັງ​ຈາກ ກອງ​ປະ​ຊຸມ​ສຳ​ເລັດ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ. ຖະ​ແຫລງ​ການ​ຮ່ວມ ​​ໄດ້ຮຽກ​ຮ້ອງ​ ໃຫ້​ບັນ​ດາ​ຝ່າຍ ​ຈົ່ງ​ຍຶດ​ໝັ້ນ​ລັດ​ທິ​ຫລາຍ​ຝ່າຍ ແລະ ການ​ສົນ​ທະ​ນາ​ຢ່າງ​ຈິງ​ໃຈ, ຊຸກ​ຍູ້​ການ​ແກ້​ໄຂ​ການ​ປະ​ທະ​ກັນ ​ຢູ່​​ພາກ​ພື້ນຕາ​ເວັນ​ອອກ​ກາງ​​ ໃຫ້​ມີ​ສັນ​ຕິ​ພາບ​ຖາ​ວອນ ​ດ້ວຍ​ວິ​ທີ​ ທາງ​ການ​ທູດ, ເລັ່ງ​ທວງ​ໃຫ້​ ບັນ​ດາ​ຝ່າຍ ​ຍຸດ​ຕິ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ໃນ​ທັນ​ທີ ​ຢ່າງ​ຮອບ​ດ້ານ.

    • ຝຣັ່ງ ມີຜູ້ເສຍຊີວິດຫລາຍກວ່າ 5.700 ຄົນ ໃນໄລຍະເກີດຄື້ນຄວາມຮ້ອນ ໃນທ້າຍເດືອນມິຖຸນາຂ່າວຕ່າງປະເທດ

      ຝຣັ່ງ ມີຜູ້ເສຍຊີວິດຫລາຍກວ່າ 5.700 ຄົນ ໃນໄລຍະເກີດຄື້ນຄວາມຮ້ອນ ໃນທ້າຍເດືອນມິຖຸນາ

      7/24/2026 12:35:22 PM

      ຜູ້​ເສຍ​ຊີ​ວິດ ​ເກີນ​ປົກ​ກະ​ຕິ​ຢູ່​ຝ​ຣັ່ງ​ ໃນ​ໄລ​ຍະ​ເກີດ​ຄື້ນ ​ຄວາມ​ຮ້ອນ​ລະ​ຫວ່າງ ວັນ​ທີ 17 ມິ​ຖຸ​ນາ​ຫາ​ວັນ​ທີ 2 ກໍ​ລະ​ກົດ​ປີ​ນີ້​ມີ 5.764 ຄົນ, ໃນ​ນັ້ນ​ 56% ​ແມ່ນ​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ ວັນ​ທີ 25-27 ມິ​ຖຸ​ນາ.

    • ສ.ອາເມລິກາ ປະກາດໃຊ້ມາດຕະການພາສີໃໝ່ ນັບແຕ່ວັນທີ 24 ກໍລະກົດນີ້ເປັນຕົ້ນໄປຂ່າວຕ່າງປະເທດ

      ສ.ອາເມລິກາ ປະກາດໃຊ້ມາດຕະການພາສີໃໝ່ ນັບແຕ່ວັນທີ 24 ກໍລະກົດນີ້ເປັນຕົ້ນໄປ

      7/24/2026 12:27:19 PM

      ໂດຍ​ອີງ​ຕາມ​ມາດ​ຕາ 301 ໃນ “ກົດ​ໝາຍ ວ່າ​ດ້ວຍ​ ການ​ຄ້າ​ປີ 1974”, ​ສ.ອາ​ເມ​ລິກາ ຈະ​ເພີ່ມ​ພາ​ສີ 10% ຫາ 12,5% ຕໍ່ຫລາຍ​ສິບ​ປະ​ເທດ ແລະ ເຂດ​ແຄວ້ນ ​ໂດຍ​ອ້າງ​ຂໍ້​ອ້າງ​ທີ່​ວ່າ “ການ​ບັງ​ຄັບ​ໃຊ້​ແຮງ​ງານ” ເພື່ອ​​ທົດແທນ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ ​ທີ່​ຈະ​ໝົດ​ອາ​ຍຸ​ໃນ​ໄວໆ​ນີ້.

    • ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອັງກິດຂ່າວຕ່າງປະເທດ

      ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອັງກິດ

      7/24/2026 12:20:36 PM

      ໃນ​ຂອບ​ເຂດກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ, ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ ​ທ່ານ ເອັດ ມິລິແບນ(Ed Miliband), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ເປັນ​ປະ​ທານ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ ອາ​ຊຽນ-ອັງ​ກິດ.

    • ລວມຍອດກຳລັງຕິດຕັ້ງໄຟຟ້າທົ່ວປະເທດຈີນ ໄດ້ເພີ່ຂຶ້ນ 10,8%ຂ່າວຕ່າງປະເທດ

      ລວມຍອດກຳລັງຕິດຕັ້ງໄຟຟ້າທົ່ວປະເທດຈີນ ໄດ້ເພີ່ຂຶ້ນ 10,8%

      7/24/2026 12:10:49 PM

      ນັບ​ມາ​ຮອດ​ ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ລວມຍອດ​ ​ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ ທົ່ວ​ປະ​ເທດ​ຈີນ ​ບັນ​ລຸ​ 4,4 ຕື້​ກິ​ໂລ​ວັດ, ເພີ່ມ​ຂຶ້ນ 10,8% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.

ads
ads

Top